ນັກຊ່ຽວຊານໃຫ້ຄໍາເຫັນ ສາເຫດ ເຂື່ອນແຕກ

ຈໍາປາທອງ
2019.05.30
ສະພາບຄວາມເສັຽຫາຍ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ພາຍຫລັງ 1 ເດືອນຜ່ານໄປ
RFA/PN

ນັກຊ່ຽວຊານຕ່າງຊາດ ຈາກຫຼາຍພາກສ່ວນ ໃຫ້ຄຳເຫັນຕໍ່ຣາຍງານກ່ຽວກັບສາເຫດ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ທາງການລາວໄດ້ຖແລງ ໃນມື້ວັນທີ 28 ພຶສພາ ນີ້.

ດຣ. IAN BAIRD ສາສດາຈານ ຈາກມະຫາວິທຍາໄລ Wisconsin ທີ່ ເມືອງ Madison ສະຫະຣັຖອะເມຣິກາ ຊຶ່ງເປັນຜູ້ຊ່ຽວຊານ ດ້ານການສ້າງເຂື່ອນ ໃນຂົງເຂດປະເທດ ລຸ່ມແມ່ນ້ຳຂອງ ເວົ້າວ່າ:

“ຂ້ອຍຄິດວ່າ ທີ່ຣັຖບານລາວ ຖແລງອອກ ມັນກໍຖືກຕ້ອງແລ້ວ ສາເຫດມັນກໍເປັນຈັ່ງຊັ້ນ ບໍຣິສັດນິ້ ເຂົາຕອບຄືນວ່າ ເຂົາພຍາຍາມແກ້ໂຕວ່າ ບໍ່ໄດ້ເປັນແບບນັ້ນ ຂະເຈົ້າພຍາຍາມບໍ່ຢາກຍອມຮັບ ຄວາມຮັບຜິດຊອບ.”

ຍານາງ ເປຣມຣຶດີ ດາວເຣືອງ (Premrudee Daoroung) ນັກເຄື່ອນໄຫວສົ່ງເສີມດ້ານສິ່ງແວດລ້ອມ ແລະ ຜູ້ປະສານງານເຄືອຂ່າຍກຸ່ມ ລົງທຶນສ້າງເຂື່ອນໃນລາວ ທີ່ມີຫ້ອງການ ຢູ່ ບາງກອກ ປະເທດໄທ ເວົ້າວ່າ:

"ຍານາງເວົ້າວ່າ “ພວກນາງ ຍັງບໍ່ເຫັນການເຜີຍແຜ່ໂຕຣາຍງານ ເນື່ອງຈາກວ່າກ່ອນຫນ້ານີ້ ພວກນາງໄດ້ຍິນທາງຣັຖບານລາວ ວ່າບັນຫາ ເຂື່ອນແຕກ ແມ່ນຢູ່ທີ່ໂຄງສ້າງ ໄດ້ຍິນແມ້ກະທັ້ງ ທ່ານເວົ້າວ່າ ເປັນແບບນີ້ ຈະບໍ່ໃຫ້ສ້າງແຕ່ເຣີ້ມຕົ້ນ. ຄຳຖາມກໍແມ່ນວ່າ ຖ້າຮູ້ແລ້ວ ເປັນຫຍັງຈຶ່ງໃຫ້ສ້າງຕໍ່.”

ທ່ານ Richard L. Meehan ສາສດາຈານດ້ານວິດສະວະກັມ ກິຈການພົລເຮືອນ ທີ່ມະຫາວິທຍາລັຍ Stanford ສະຫະຣັຖອະເມຣິກາ ກໍເວົ້າວ່າ:

“ທ່ານຄິດວ່າ ບົດຣາຍງານນັ້ນ ເປັນແບບດຽວກັນ ກັບບົດຣາຍງານ ຂອງທ່ານ ວ່າງເດືອນຕຸລາປີກາຍ ວ່າໂຄງຮ່າງການກໍ່ສ້າງຫລົ້ມແຫລວ ທ່ານເຫັນພ້ອມນຳ ຊຶ່ງເປັນສິ່ງທີ່ທ່ານຣາຍງານ ວ່າງເດືອນ ຕຸລາຜ່ານມາ.”

ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາຣັຖບານ ໄດ້ຣາຍງານ ຕໍ່ສື່ມວນຊົນພາຍໃນປະເທສ ໃນມື້ວັນທີ 28 ພຶສພາ ວ່າຕາມການກວດກາ ສາເຫດການແຕກພັງ ຂອງຄູກັນນໍ້າ D ທີ່ຄນະຊ່ຽວຊານ ເອກກະຣາດໄດ້ສລຸບ ໃນບົດຣາຍງານສຸດທ້າຍສະແດງ ໃຫ້ເຫັນວ່າ ການແຕກພັງ ຂອງຄູກັນນໍ້າ D ຢູ່ໃນຣະຍະ ເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າ ມີຝົນຕົກຕິດຕໍ່ ກັນຫຼາຍວັນ ກ່ອນມື້ຄູກັນນໍ້າ ແຕກພັງກໍຕາມ. ແຕ່ໃນເວລາທີ່ການແຕກພັງ ໄດ້ເຣີ້ມຂຶ້ນນັ້ນ ຣະດັບນໍ້າໃນອ່າງເກັບນໍ້າ ຍັງຕໍ່າກວ່າຣະດັບ ສັນເຂື່ອນຫຼາຍ.

ສະນັ້ນ ບໍ່ສາມາດ ເອີ້ນເຫດການແຕກພັງ ຄັ້ງນີ້ວ່າ ເປັນເຫດສຸດວິສັຍ. ສາເຫດເປັນຍ້ອນໂຄງຮ່າງການກໍ່ສ້າງ ບໍ່ໄດ້ມາຕຖານ ແລະພື້ນທີ່ ໃນການກໍ່ສ້າງ ບໍ່ສາມາດຮອງຮັບໂຄງການ ເຂື່ອນໃຫຍ່ ຂນາດນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.