ຜູ້ປະສົບພັຍນໍ້າຖ້ວມ ມ.ບໍຣິຄັນ
2013.07.03

ຊາວເມືອງ ບໍຣິຄັນ ທີ່ ປະສົບ ພັຍ ນໍ້າຖ້ວມ ຕ້ອງການ ຄວາມຊ່ວຍເຫລືອ ເຣື່ອງ ອາຫານ ແລະ ແນວພັນ ເຂົ້າປູກ.
ເຈົ້າໜ້າທີ່ ຫ້ອງການ ແຂວງ ບໍຣິຄໍາໄຊ ເປີດເຜີຍວ່າ ສະພາບ ນໍ້າຖ້ວມ ໃນເມືອງ ບໍຣິຄັນ ໄດ້ບົກລົງ ຈົນໃກ້ ຈະຢູ່ໃນ ສະພາບ ປົກກະຕິ ແລ້ວ ແຕ່ສິ່ງທີ່ ຕາມມາ ກໍຄື ປະຊາຊົນ ຂາດ ອາຫານ ການກິນ, ເນື້ອທີ່ ປູກຝັງ ຂອງ ປະຊາຊົນ ເສັຽຫາຍ, ຊາວບ້ານ ຕ້ອງການ ແນວພັນ ເພື່ອປູກເຂົ້າໃໝ່ ທົດແທນ ສ່່ວນທີ່ ເສັຽຫາຍໄປ. ທ່ານກ່າວ ຕອນນຶ່ງວ່າ:
"ບັນດາ ຫ້ອງການ ຈັດຕັ້ງຕ່າງໆ ເຂົາຈະສົ່ງ ຂໍ້ມູລ ຕົວນີ້ ໃຫ້ບັນຫາ ພາຍຫລັງ ຕາມມາ ສໍາລັບ ການຊ່ວຍເຫຼືອ ສ່ວນໃຫຍ່ແລ້ວ ເຮົາກໍອີງໃສ່ ຄວາມ ສະມັກໃຈ ວ່າຊັ້ນຊະ ເນາະ ສ່ວນໃຫຍ່ ຖ້ວມເຄື່ອງປູກ ຂອງຝັງ ເຂົາ ສັດລ້ຽງ ຈໍານວນນຶ່ງ ທີ່ເອົາອອກ ບໍ່ທັນ".
ທ່ານກ່າວ ຕໍ່ໄປວ່າ ປັຈຈຸບັນ ກໍມີບາງ ອົງການ ຈັດຕັ້ງ ສາກົລ ໃຫ້ການ ຊ່ວຍເຫລືອ ແລ້ວ. ທ່ານວ່າ ຫາກຍັງມີ ອົງການໃດ ຢາກ ຊ່ວຍເຫລືອ ຕື່ມ ທາງເມືອງ ແລະ ແຂວງ ຈະສົ່ງຂໍ້ມູລ ກ່ຽວກັບ ຄວາມເສັຽຫາຍ ໃຫ້ ເພື່ອທາງ ອົງການ ນັ້ນໆ ຈະໄດ້ ຊ່ວຍຕາມ ຄວາມສມັກໃຈ; ບໍ່ສາມາດ ບອກໄດ້ວ່າ ຕ້ອງການ ຫຍັງ. ແຕ່ສິ່ງທີ່ ຂາດເຂີນ ແທ້ໆ ຄືອາຫານ ການກິນ ຂອງ ຊາວບ້ານ. ຍ້ອນວ່າ ບ້ານເຮືອນ ຖືກ ນໍ້າຖ້ວມ, ເຄື່ອງປູກ ຂອງຝັງ, ສັດລ້ຽງ ໄດ້ຮັບ ຄວາມເສັຍຫາຍ. ປັດຈຸບັນ ນໍ້າ ລົດລົງ ຫຼາຍ ແລະ ບໍ່ພັດແຮງ ຄືເກົ່າແລ້ວ. ນໍ້າປ່າ ຖ້ວມເມືອງ ເລີ້ມມາແຕ່ ວັນທີ 20 ມິຖຸນາ ຍ້ອນຝົນ ຕົກໜັກ ຕິດຕໍ່ກັນ ເຖິງ ວັນທີ 23 ມິຖຸນາ ແລະ ນໍ້າຊັນ ກໍສູງຂຶ້ນ.
ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຄັ້ງນີ້ ມີ ປະມານ 9,200 ຄົນ ໃນຈໍານວນ ປະມານ 1,000 ຫລັງຄາ ເຮືອນ ໃເຂດເທສບານ ເມືອງ ບໍລິຄັນ ແລະ ບ້ານຫ້ວຍພູນ ເຮັດໃຫ້ເນື້ອທີ່ ປູກຝັງ ໂດຍ ສະເພາະ ປູກເຂົ້ານາປີ ບໍ່ຕໍ່າກວ່າ 1,000 ເຮັກຕາ ໄດ້ຮັບ ຜົນເສັຽຫາຍ.