ໜ່ວຍກູ້ພັຍຍັງຊອກຫາສົບຈາກ ຍົນຕົກ ຢູ່ປາກເຊ
2013.10.18

ເຈົ້າໜ້າທີ່ຫ້ອງການພົວພັນຕ່າງປະເທດແຂວງຈໍາປາສັກແຈ້ງໃນວັນທີ່ 17 ຕຸລາ ວ່າການຊອກຫາສົບຜູ້ເສັຽຊີວິດ 49 ຄົນ ຈາກອຸປະຕິເຫຕ ຍົນໂດຍສານລາວແອລາຍຖ້ຽວບິນ ວຽງຈັນ-ປາກເຊ QV301 ຕົກລົງນໍ້າຂອງ ເມື່ອວັນພຸດ ວັນທີ່ 16 ຕຸລານີ້ ຍັງດໍາເນີນຢູ່ຕໍ່ໄປ. ທ່ານວ່າ ເຈົ້າໜ້າທີ່ແຂວງຈໍາປາສັກ ແລະປະຊາຊົນເມືອງປາກເຊ ກໍາລັງຊ່ວຍກັນຊອກຫາສົບ ຜູ້ຕາຍຢູ່ໃນນໍ້າຂອງ ແລະໄດ້ປ່າວເຕືອນປະຊາຊົນ ທີ່ ອາສັຍຢູ່ຕາມແຄມແມ່ນໍ້າ ຂອງ ຊ່ວຍເປັນຫູເປັນຕາ ຖ້າເຫັນສົບຜູ້ຕາຍ ແລ້ວໃຫ້ແຈ້ງເຈົ້າໜ້າທີ່ ໃນທັນທີ:
"ຍັງບໍ່ທັນຮູ້ລະອຽດວ່າສີ່ໄດ້ຄືນຈັກສົບຫັ້ນນະ ສົບທີ່ພົບແລ້ວເພິ່ນເອົາໄວ້ຢູ່ວັດຈີນ ຢູ່ປາກເຊນີ້ ໄປເບິ່ງແລ້ວ ພາກົງສູນໄທເຮົາກັບ ສະຖານ ທູດອະເມຣິກາໄປເບິ່ງແລ້ວ ມີ 3 ສົບ ຄົນຝຣັ່ງ 1 ສົບ ແລະຄົນລາວ ແລະຜູ້ນຶ່ງບໍ່ຮູ້ ເພາະວ່າມັນ ຂາດເຄິ່ງ ບໍ່ຮູ້ວ່າຜູ້ຍິງ ຫລືຜູ້ຊາຍບໍ່ ທັນຊາບ".
ທ່ານວ່າ ບາງສົບທີ່ພົບເຫັນລ້າສຸດນີ້ ພົບເຫັນຢູ່ເຂດເມືອງຈໍາປາສັກ ຫ່າງຈາກເຂດທີ່ ຍົນຕົກປະມານ 20 ກິໂລແມັດ. ໜັງສືພິມ ຜູ້ຈັດການ ລາຍງານວ່າ ທ່ານ ສົມມາຕ ພົນເສນາ ຣັຖມົນຕຣີ ກະຊວງໂຍທາທິການແລະຂົນສົ່ງ ໄດ້ນໍາເຈົ້າໜ້າທີ່ ຈາກຝັ່ງໄທ ພ້ອມກັບອຸປກອນ ມາ ຊ່ວຍຊອກຫາສົບຜູ້ເສັຽຊີວິດ. ທາງການລາວວ່າ ຝ່າຍໄທໄດ້ສົ່ງນັກດໍານໍ້າ 50 ຄົນໄປຊ່ວຍ. ການຊອກຫາສົບປະສົບກັບ ຄວາມຫຍຸ້ງຍາກ ເພາະນໍ້າຂອງໄຫລແຮງ. ລາຍງານລ້າສຸດ ໃນຕອນແລງຂອງວັນທີ່ 17 ຕາມເວລາທ້ອງຖິ່ນວ່າ ໄດ້ພົບສົບແລ້ວ 13 ສົບ ແລະຢືນຢັນວ່າ ຜູ້ເສັຽຊີວິດ ທັງໝົດມີທັງໝົດ 49 ຄົນ ໃນນັ້ນຜູ້ໂດຍສານ 44 ຄົນ ແລະເຈົ້າໜ້າທີ່ປະຈໍາເຄື່ອງບິນ 5 ຄົນ. ຜູ້ໂດຍສານຄົນລາວ 16 ຄົນ ຜູ້ໂດຍສານຊາວຝຣັ່ງ 7 ຄົນ, ອອສເຕຣເລັຍ 6 ຄົນ, ໄທ 5 ຄົນ, ເກົາຫລີ 3 ຄົນ, ວຽດນາມ 2 ຄົນ ແລະຈາກຈີນໃຕ້ຫວັນ ການາດາ ແລະມາເລເຊັຍ ປະເທດລະ 1 ຄົນ.
ສໍາລັບສາເຫດຂອງຍົນຕົກນັ້ນ ທາງການລາວຍັງບໍ່ສາມາດບອກໄດ້ຢ່າງຊັດແຈ້ງ ເພາະວ່າຍັງສືບສວນຢູ່, ແຕ່ໜັງສືພິມ The Nation ໄທ ລາຍງານໂດຍອີງໃສ່ ແຫ່ລງຂ່າວທີ່ເຊື່ອຖືໄດ້ວ່າ ຕອນທີ່ຍົນກໍາລັງຈະລົງເດີ່ນນັ້ນ ທາງຫໍບັງຄັບ ການບິນປາກເຊໄດ້ສື່ສານໄປຍັງຄົນຂັບຍົນ ວ່າຫ້າມລົງເດັດຂາດ ຍ້ອນມີລົມພາຍຸນາຣີພັດແຮງ ເພາະຢ້ານຈະເກີດອັນຕຣາຍ, ແຕ່ຄົນຂັບຍົນຢືນຍັນວ່າຈະເອົາຍົນລົງຈອດໃຫ້ໄດ້. ຍົນທີ່ ຕົກລົງນໍ້າຂອງນັ້ນຫັກເປັນສອງທ່ອນ.