ຜູ້ເຄາະຮ້າຍຈາກພັຍນໍ້າຖ້ວມຍັງ ລໍຖ້າ ການ ຊ່ອຍເຫຼືອ

ຈໍາປາທອງ
2014.08.19
F-pak-wi ນໍ້າປ່າໄຫລ ເຂົ້າສູ່ໝູ່ບ້ານ ປາກວີ ເມືອງໂພນໄຊ ແຂວງ ຫລວງພຣະບາງ ໃນວັນທີ 5 ສິງຫາ 2014 ນີ້
Citizen Journalist/fb

 

ມາເຖິງ ປັດຈຸບັນ ຊາວບ້ານ ເມືອງໂພນໄຊ ແຂວງ ຫຼວງພຣະບາງ ທີ່ ຖືກນໍ້າຖ້ວມ ໃນຊ່ວງ ທ້າຍເດືອນ ກໍຣະກະດາ ຫາ ຕົ້ນເດືອນ ສິງຫາ 2014 ນີ້ ຍັງບໍ່ໄດ້ ຮັບການ ຊ່ອຍເຫຼືອ ຫຍັງຈາກ ທາງການລາວ ຂນະທີ່ ປະຊາຊົນ ຫຼາຍຄອບຄົວ ບໍ່ມີທີ່ຢູ່ ອາສັຍ ຂາດແຄນ ອາຫານ ການກິນ ແລະນໍ້າດື່ມ ຈຶ່ງຢາກໃຫ້ ທາງພັກ ແລະ ຣັຖບາລລາວ ຊ່ວຍເຫລືອ ບັນເທົາທຸກ ຢ່າງ ຮີບດ່ວນ. ຊາວບ້ານ ຜູ້ນຶ່ງ ເວົ້າວ່າ:

"ສະພາບ ນໍ້າຖ້ວມ ປີນີ້ ບ້ານຂອງ ຂ້າພະເຈົ້າ ນໍ ແຖວຮ່ອງນໍ້າ ນີ້ນະ ມີປູກ ໝາກເຜັດ ໝາກເຂືອ ຫລື ວ່າໝາກເດືອຍ ຖືວ່າສູນເສັຍ ໝົດເລີຍ ແລ້ວ ກໍສັດ ເປັດເປັນ ໄກ່ ນີ້ນະ ຍັງບໍ່ໄດ້ ຊ່ວຍເຫລືອ ຫຍັງເທື່ອ ຢາກໃຫ້ ທາງພັກ ທາງຣັຖ ທາງຂັ້ນເທິງ ນີ້ຊ່ວຍເຫລືອ ເຣື່ອງ ເປັນເຂົ້າ ເປັນນໍ້າ ນີ້ແຫລະ".

ຊາວບ້ານ ຜູ້ນີ້ ເວົ້າຕໍ່ໄປວ່າ ນໍ້າຖ້ວມ ເມືອງໂພນໄຊ ປີນີ້ ຮ້າຍແຮງ ກວ່າປີ ທີ່ແລ້ວ. ເຂົ້າໃນນາ ແລະ ພືດພັນ ເສັຍຫາຍ ຫລາຍ. ປະຊາຊົນ ໄດ້ຮັບ ຜົລກະທົບ ຫລາຍ ແລະ ຂໍຮຽກຮ້ອງ ທາງການ ຊ່ວຍປົວແປງ ໄຮ່ນາ ຮົ້ວສວນ ແລະ ຊ່ວຍແນວ ພັນພືດ ໃຫ້. ບໍ່ດັ່ງນັ້ນ ປະຊາຊົນ ກໍອາຈບໍ່ ສາມາດ ກັບມາ ທໍາການ ກະສິກັມ ໄດ້ຄືແຕ່ກ່ອນ ແລະ ຈໍາເປັນຕ້ອງໄດ້ ໜີໄປ ຂາຍ ແຮງານ ຮັບຈ້າງ ຢູ່ຕ່າງ ແຂວງ ຫລື ໄປຊອກຫາ ວຽກເຮັດ ງານທໍາ ຢູ່ ປະເທສ ເພື່ອນບ້ານ ເປັນຕົ້ນ ກໍແມ່ນ ປະເທສໄທ ພໍໄດ້ເງິນ ມາລ້ຽງຊີບ ຕໍ່ໄປ.

ນໍ້າຖ້ວມ ຫລາຍແຂວງ ໃນລາວ ນອກຈາກ ຫລວງພຣະບາງ ແລ້ວ ກໍຍັງ ຖ້ວມຢູ່ ແຂວງວຽງຈັນ ຄໍາມ່ວນ ສວັນນະເຂດ ສາລະວັນ ເຊກອງ ແລະ ຈໍາປະສັກ. ນໍ້າຖ້ວມ ພື້ນທີ່ ການຜລິດ ປະມານ 15 ພັນ ເຮັກຕາ, ປະຊາຊົນ ໄດ້ຮັບ ຄວາມ ເດືອດຮ້ອນ ກວ່າ 30 ພັນຄົນ ຄວາມ ເສັຍຫາຍ ຫຼາຍກວ່າ 30 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.