ນ້ຳຖ້ວມເມືອງວິລະບູຣີ ຜ່ອນຄາຍ ບໍ່ເສັຽຫາຍ

ສິດນີ
2021.07.26
ນ້ຳຖ້ວມເມືອງວິລະບູຣີ ຜ່ອນຄາຍ ບໍ່ເສັຽຫາຍ ນ້ຳຖ້ວມບ້ານທາດນາງລາວ ເມືອງວີລະບູລີ ແຂວງສວັນນະເຂດ ໄດ້ຫຼຸດລົງແລ້ວ ຊາວບ້ານ ບໍ່ໄດ້ຮັບຄວາມເສັຽຫາຍ.
ຂອບໃຈ: ນັກຂ່າວພົລເມືອງ (ເສບຕິດສອງລໍ້)

ສະພາບນ້ຳຖ້ວມຢູ່ເມືອງວິລະບູຣີ ແຂວງສວັນນະເຂດ ໃນວັນທີ 25 ກໍຣະກະດາ ຜ່ານມາໄດ້ລຸດລົງເກືອບເປັນປົກກະຕິແລ້ວ, ໂດຍ ເຫດການນ້ຳຖ້ວມເທື່ອນີ້ ບໍ່ມີເຮືອນຊານ, ເຄຶ່ອງຂອງຕ່າງໆ ແລະ ເນື້ອທີ່ທຳການຜລິດ ຂອງຊາວບ້ານໄດ້ຮັບຄວາມເສັຽຫາຍ ແຕ່ຢ່າງໃດ. ດັ່ງຊາວບ້ານ ຜູ້ນຶ່ງຢູ່ເມືອງວິລະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍຣະກະດາ ນີ້ວ່າ:

“ໂອ້, ປະມານ 50-60 ເປີເຊັນ ພຸ້ນໃດ ບໍ່ມີຫຍັງເສັຽຫາຍດອກ ມີແຕ່ມັນຖ້ວມກາຍໄປເລີຍ ມັນບໍ່ໄດ້ເປ່ເພຫຍັງດອກ ປີນີ້ບໍ່ທັນໄດ້ ເສັຽຫາຍເພາະວ່າ ເຂົ້າກຳລັງມານຝົນເຊົາແລ້ວ ມັນກະລົງເລີຍ.”

ຊາວບ້ານຜຸ້ນີ້ກ່າວຕື່ມວ່າ ນ້ຳຖ້ວມຄັ້ງນີ້ຖືວ່າ ຄັ້ງທຳອິດໃນປີນີ້ ແລະບໍ່ໄດ້ຖ້ວມສຸງປານໃດ ຈຶ່ງບໍ່ສ້າງຄວາມເສັຽຫາຍໃຫ້ຊາວບ້ານ ແຕ່ວ່າຍັງຕ້ອງຣະວັງ ພະຍຸລູກໃໝ່ຕື່ມອີກ ເພາະແຕ່ລະປີຈະເກີດນ້ຳຖ້ວມ ປະມານ 2-3 ຄັ້ງຕໍ່ປີ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງວິຣະບຸລີ ກ່າວຕໍ່ເອເຊັຽເສຣີໃນມື້ດຽວກັນວ່າ ເຫດນ້ຳຖ້ວມຄັ້ງນີ້ ເປັນນ້ຳປ່າໄຫຼຫຼາກ ບໍ່ແມ່ນນ້ຳຖ້ວມຂັງ ຍ້ອນເກີດຈາກຝົນຕົກໜັກ ລຽນຕິດກັນເປັນເວລາ 2 ມື້ 2 ຄືນ ຈົນເຮັດໃຫ້ປະຣິມານນ້ຳ ຕາມລຳນ້ຳເຊຕ່າງໆ ລົ້ນຕາຝັ່ງ ແລະ ມາຮອດດຽວນີ້ສະພາບນ້ຳຖ້ວມໄດ້ຫລຸດລົງແລ້ວ. ສ່່ວນເນື້ອທີ່ກະສິກັມ ຂອງຂອງຊາວບ້ານ ກໍຖືກນ້ຳຖ້ວມ ຫຼາຍເຮັກຕາ ແຕ່ບໍ່ໄດ້ ຮັບຄວາມເສັຽຫາຍ ຫຼາຍປານໃດ.

“ໂອ້, ມັນເປັນນ້ຳໄຫຼຫຼາກຫັ້ນນ່າ ມັນຖ້ວມດ້າມສອງມື້ສາມມື້ ມັນກະລົງແລ້ວ ມື້ນີ້ມັນກະລົງແລ້ວ ມັນແບບບໍ່ຖ້ວມຂັງເນາະມັນກະລົງ ໄວນະ ກະຄົງຊິ່ບໍ່ເສັຍຫາຍປານໃດດອກ ເພາະວ່າ ມັນຖ້ວມຄືນມັນບໍ່ເປັນຫຍັງດອກ ມັນບໍ່ທັນເປື່ອຍເດ້.”

ຊາວບ້ານອີກຜູ້ນຶ່ງເວົ້າວ່າ ໃນມື້ດຽວກັນນີ້ ນ້ຳຖ້ວມສູງປະມານ 1 ແມັດ ແຕ່ໃນປັດຈຸບັນ ນ້ຳໄດ້ຫລຸດລົງແລ້ວ ບໍ່ໄດ້ສ້າງຄວາມ ເສັຽຫາຍ ແຕ່ຢ່າງໃດ.

“ແມ່ນແຫຼະ ຖ້ວມວານນີ້ ໜັກຢູ່ ຖ້ວມປະມານພຽງແອວນີ້ແຫຼະ ລົງແລ້ວ ລົງເຊົ້ານີ້ ກະຄ່ອຍລົງຫັ້ນແຫຼະ.”

ເຈົ້າໜ້າທີ່ເມືອງວິຣະບູຣີ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ ສະພາບນ້ຳໃນແຕ່ລະບ້ານ ຢູ່ເມືອງວິລະບຸຣີ ເປັນຕົ້ນ ບ້ານໄຮ່ ບ້ານຫາດນາງລາວ ບ້ານນາຍົມ ແລະ ບ້ານນາຜາດ່າງ ໄດ້ຫລຸດລົງໝົດແລ້ວ ສ່ວນເຮືອນຊານ ແລະ ເນື້ອທີ່ການກະສິກັມ ຂອງຊາວບ້ານ ບໍ່ໄດ້ຮັບຄວາມເສັຽຫາຍຫຍັງ:

“ທາງການຈັດຕັ້ງເຮົານີ້ແຫຼະເຕືອນ ເອີ, ລົງຫຼາຍແລ້ວ ລົງປົກກະຕິແລ້ວດຽວນີ້ ຂະເຈົ້າກະມີສະຕິຢູ່ ພໍແຕ່ເຮືອນຊານຫັ້ນແຫຼ້ວ ຂະເຈົ້າຍ້າຍບໍ່ໄດ້ເດ້ ເຂົາກະຕຽມຢູ່ ແຕ່ລະບ້ານຕາມ ແລວນ້ຳກະຄືກັນໝົດ ກະຖ້ວມບ້ານເລັກ ບ້ານນ້ອຍແຫຼະ ຖ້ວມກະບໍ່ລະ 4-5 ຫຼັງເຮືອນ 10 ປາຍຫຼັງເຮືອນ.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່ານ້່ຳຖ້ວມ ຈະບໍ່ຮຸນແຮງ ແຕ່ໄດ້ສ້າງຄວາມເສັຽຫາຍ ໃຫ້ແກ່ຖນົນຫົນທາງຫຼາຍສາຍ ເປັນຕົ້ນ ເສັ້ນທາງ 28A ຖືກນ້ຳຊຸແຮງ ຈົນເຮັດໃຫ້ທາງຂາດ ຣົດໃຫຍ່ ບໍ່ສາມາດສັນຈອນໄປມາໄດ້ ແຕ່ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນລົງມາປະເມີນຜົລເສັຽຫາຍເທື່ອ.

ກ່ອນໜ້ານີ້ ອຳນາດການປົກຄອງ ແຂວງສວັນນະເຂດ ກໍໄດ້ສັ່ງການໃຫ້ຄະນະກັມມະການ ພັຍພິບັດແຂວງ ຮັບມືກັບສະພາບການ ນ້ຳຖ້ວມໃນແຕ່ລະບ້ານ ແຕ່ລະເມືອງ ໂດຍສະເພາະ ເຮືອນ, ເຕັນນອນ ແລະຄວາມພ້ອມ ໃນການອົພຍົບຊາວບ້ານ ແລະ ສັດລ້ຽງ ຕລອດ 24 ຊົ່ວໂມງ ຖ້າມີນ້ຳຖ້ວມສູງເກີດຂຶ້ນ.

ທາງດ້ານເມືອງເຊບັ້ງໄຟ ແຂວງຄຳມ່ວນ ຊຶ່ງເປັນພື້ນທີ່ ໄດ້ຮັບມວນນ້ຳຈາກລຳນ້ຳເຊບັງໄຟ ທີ່ໄຫຼຜ່ານເມືອງມະຫາໄຊ ແລະ ລຳນ້ຳເຊໂນ ທີ່ໄຫລຈາກ ເມືອງວິລະບຸລີ ເມືອງອາດສະພອນ ແຂວງສວັນນະເຂດ ກໍໄດ້ຕຽມພ້ອມ ຮັບມືກັບສະພາບນ້ຳຖ້ວມ ທີ່ອາດເກີດຂຶ້ນໃນໄລຍະນີ້ ເນຶ່ອງຈາກນ້ຳເຊບັ້ງໄຟ ຍັງສູງຢູ່.

ໃນຂນະດຽວກັນ ອຳນາດການປົກຄອງເມືອງເຊບັ້ງໄຟ ກໍໄດ້ລົງໄປສຳຣວດເບິ່ງຣະດັບນ້ຳ ຕາມລ້ຳນ້ຳເຊຕ່າງໆ ເພຶ່ອປະເມີນ ສະຖານະການ ແຕ່ໃນປັດຈຸບັນ ຣະດັບນ້ຳຕາມລຳນ້ຳ ເຊບັ້ງໄຟ ຢູ່ໃນຣະດັບປົກກະຕິ ຍັງບໍ່ມີບ້ານເຮືອນປະຊາຊົນ ຖືກນ້ຳຖ້ວມ:

“ດຽວນີ້ມັນກະຍັງບໍ່ໄດ້ລົ້ນເນາະ ແຕ່ວ່າມັນມີບາງເຂດ ບາງຫ້ວຍຮ່ອງ ມັນກະເຂົ້າໄປແລ້ວ ກະຢູ່ໃນຣະດັບແຈ້ງເຕືອນແລ້ວເນາະ ມື້ນີ້ກະໃຄແນ່ແລ້ວ ມື້ນີ້ຝົນບໍ່ໄດ້ຕົກ ຄັນບໍ່ແມ່ນ ນ້ຳຂອງດັນຂຶ້ນ ແລະ ຖືວ່າມັນກະຈະຫລຸດລົງເນາະ ເພາະວ່າ ການນຳຂັ້ນເມືອງ ເພິ່ນກະຊິ່ລົງໄປຕິດຕາມ ເລາະບ້ານແຄມເຊຢູ່ເນາະ ຕິດຕາມຣະດັບນ້ຳ.”

ທ່ານກ່າວຕື່ມວ່າ ມວນນ້ຳທີ່ໄຫຼ ມາຈາກມແມ່ນ້ຳເຊບັ້ງໄຟ ແລະ ລຳນ້ຳເຊໂນ ແຂວງສວັນນະເຂດ ຈະໄຫລຜ່ານເມືອງເຊບັ້ງໄຟ ກ່ອນຈະລົງສູ່ແມ່ນ້ຳຂອງ ສະນັ້ນໃນໄລຍະ 2-3 ມື້ ຫຼັງຈາກນີ້ໄປ ຕ້ອງເບີ່ງວ່າຣະດັບນ້ຳເພິ່ມຂື້ນ ຫລືລຸດລົງ.

ກ່ອນໜ້ານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຣາຍງານວ່າ ຣະຫວ່າງ ວັນທີ 26-30 ກໍຣະກະດາ ນີ້ຍັງຈະມີຝົນຕົກໜັກ ໃນບາງພື້ນທີ່ ໃນເຂດພາກເໜືອ ແຂວງຫຼວງນ້ຳທາ ແລະ ຜົ້ງສາລີ, ພາກກາງ ແລະພາກໃຕ້ ຣະດັບຝົນປານກາງ ແລະເລັກນ້ອຍ ຈະເຮັດໃຫ້ຣະດັບນ້ຳຢູ່ ເຊບັ້ງໄຟ, ເຊຈຳພອນ ແລະເຊໂດນ ເພີ່ມສຸງຂຶ້ນ ຕ້ອງເຝົ້າຣະວັງ ຢ່າງໃກ້ຊິດ.

ກ່ຽວກັບມາຕການຕິດຕາມ ແລະ ເຝົ້າຣະວັງພັຍນ້ຳຖ້ວມໃນປີນີ້ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຍົກຣະດັບ ຣະບົບເຕືອນພັຍນ້ຳຖ້ວມ ໃນຍາມຣະດູຝົນ ທຸກໆປີ ແລະ ຮັບປະກັນໃນການຮັບມື ກັບສະຖານະການໃຫ້ດີຂຶ້ນ ດ້ວຍການຕິດ ຕາມຣະດັບນ້ຳໃນສາຍນ້ຳຕ່າງໆ ຖ້າມີຝົນຕົກໜັກ ທັງໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ອີງຕາມການຣາຍງານ ຂອງວຽງຈັນທາມ ໃນວັນທີ 26 ກໍຣະກະດາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.