ມ.ວຽງໄຊ ນໍ້າຖ້ວມດິນເຈື່ອນ ໜັກໜ່ວງ ໃນຮອບ 50 ປີ

ໄຊຍາ
2019.08.07
F-Peak ສະພາບຂອງຄວາມເສັຽຫາຍ ຢູ່ ເມືອງແປກ ແຂວງຊຽງຂວາງ
ຮູບພາບຈາກ : ນັກຂ່າວພົລເມືອງ

ເມືອງວຽງໄຊ ແຂວງຫົວພັນ  ປະເຊີນກັບພັຍພິບັດ ທັມມະຊາດໜັກທີ່ສຸດ ໃນຮອບ 50 ປີ. ໂດຍສະເພາະນໍ້າປ່າ ໄຫຼນອງຮຸນແຮງ ເຂົ້າຖ້ວມເຂດເມືອງວຽງໄຊ ເຮັດໃຫ້ປະຊາຊົນ 18 ບ້ານຖືກນໍ້າຖ້ວມ ດ້ວຍຄວາມແຮງຂອງນໍ້າ ຍັງເຮັດໃຫ້ດິນເຈື່ອນຫຼາຍຈຸດ, ຊັບສິນ ເຮືອນຊານ, ເນື້ອທີ່ການຜລິດ, ສັດລ້ຽງ, ຫົນທາງ, ໄຟຟ້າ, ໂທສະສັບ ໄດ້ຮັບຄວາມເສັຽຫາຍ ນອກຈາກນີ້ຍັງ ມີຜູ້ຫາຍສາບສູນ ຢູ່ ບ້ານຫົວດຳ 7 ຄົນ.

ປັດຈຸບັນທາງເມືອງວຽງໄຊ ປະເມີນຄວາມເສັຽຫາຍ ເບື້ອງຕົ້ນປະມານ 13 ຕື້ປາຍກີບ. ຕໍ່ກັບເຫດການພັຍພິບັດ ຄັ້ງນີ້ ສຳນັກຂ່າວ RFA ໄດ້ມີໂອກາດສັມພາດ ການນໍາຂອງເມືອງວຽງໄຊ ທີ່ມາບອກເລົ່າເຖິງເຫດການພັຍພິບັດ ແລະ ທິດທາງແຜນການ ໃນການຊ່ອຍເຫຼືອ ປະຊາຊົນທີ່ໄດ້ຮັບຜົລກະທົບ. ສຽງສັມພາດ.

ແຕ່ລະປີ ແຂວງຫົວພັນຈະປະເຊີນກັບນໍ້າຖ້ວມຕລອດ ແຕ່ໃນປີນີ້ຖືໄດ້ວ່າໜັກຫຼາຍ ປັດຈຸບັນທາງເມືອງວຽງໄຊ ຍັງຕ້ອງການຣະດົມ ການ ຊ່ອຍເຫຼືອຈາກສັງຄົມ ທັງ ງົບປະມານ, ອາຫານການກິນ,  ຢາປົວພຍາດ, ພາຫະນະການຮັບໃຊ້ ແລະ ສິ່ງຈຳເປັນ ຫຼາຍຢ່າງ ທ່ານ ສາມາດ ຕິດຕໍ່ໄດ້ໂດຍກົງ ທີ່ຫ້ອງວ່າການເມືອງໄຊ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.