ນໍ້າຖ້ວມພາກໃຕ້ເສັຽຫາຍກວ່າ 60 ລ້ານໂດລາ


2013.10.02
F-flood-champassak ສະພາບນໍ້າຖ້ວມໃນ 5 ແຂວງພາກໃຕ້ຂອງລາວ
laophathananews

 

ສື່ມວລຊົນພາກຣັຖສປປລາວ ເປີດເຜີຍໃນວັນອັງຄານ ເຖິງຄວາມເສັຽຫາຍຈາກພັຍນໍ້າຖ້ວມໃນເຂດພາກໃຕ້ຂອງລາວ ວ່າງເດືອນທີ່ຜ່ານມາ ມີມູນຄ່າເຖີງ 482 ຕື້ກີບຫລືປະມານ 61 ລ້ານໂດລາສະຫະຣັຖ. ລົມພາຍຸໂຊນຮ້ອນທີ່ເຮັດໃຫ້ຝົນຕົກຫນັກດິນເຈື່ອນ ໃນວັນທີ 17 ກັນຍາ ຜ່ານມາ ໃນເຂດພາກໃຕ້ ເຮັດໃຫ້ຄົນເສັຽຊີວີດ 4 ຄົນ ຖນົນຫົນທາງ ຂົວ ໂຮງຮຽນ ໂຮງຫມໍຫລາຍແຫ່ງ ຖືກທໍາລາຍ.

ແຂວງທີ່ໄດ້ຮັບຄວາມເສັຽຫາຍຫລາຍກວ່າຫມູ່ ກໍແມ່ນ ແຂວງສາຣະວັນ ຜົນເສັຽຫາຍ ປະມານ 333 ຕື້ກີບຫລືປະມານ 42.41 ລ້ານໂດລາ ສະຫະຣັຖ ເຮືອນຊານປະຊາຊົນກວ່າ 200 ຫລັງແລະພື້ນທີ່ການກະເສດກວ່າ 24 ພັນເຮັກຕາ ໄດ້ຮັບຜົລກະທົບ. ລອງລົງມາແມ່ນ ແຂວງ ຈຳປາສັກ ອີງຕາມການລາຍງານ ໃນປັດຈຸບັນ 28 ຫມູ່ບ້ານຍັງຖືກຕັດຂາດຈາກ ເຄືອຂ່າຍໄຟຟ້າ ຂອງຣັຖຢູ່ ໄດ້ພົບເຫັນຊາກສົບ ທີ່ເມືອງ ປາກຊ່ອງ 4 ຄົນ ໂຮງຮຽນກວ່າ 1 ຮ້ອຍຫລັງ ຖນົນຫົນທາງຫລາຍສາຍໃນທົ່ວແຂວງ. ມີ 200 ຫມູ່ບ້ານ ແລະພື້ນທີ່ການກະເສດ ປະມານ 13 ພັນເຮັກຕາ ໄດ້ຮັບຄວາມເສັຽຫາຍ.

ປັດຈຸບັນເຈົ້າຫນ້າທີ່ແຂວງໄດ້ເຮັດວຽກຢ່າງບໍ່ອິດເມື່ອຍເພື່ອເຮັດໃຫ້ສະພາບການຄືນມາເປັນປົກກະຕິ ແລະຮັກສາຄວາມປອດພັຍ ໃນເຂດທີ່ ມີຄວາມສ່ຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.