ມ.ໂພນທອງ ຂ.ຫຼວງພຣະບາງ ຖືກນໍ້າຖ້ວມ
2021.08.02

ເກີດເຫດນໍ້າຖ້ວມ ກະທັນຫັນ ໃນຫຼາຍບ້ານ ຂອງເມືອງໂພນທອງ ແຂວງຫຼວງພຣະບາງເມື່ອວັນທີ 02 ສິງຫາ 2021. ພາຍຫຼັງທີ່ ເກີດຝົນຕົກຕິດຕໍ່ກັນຫຼາຍມື້ ສົ່ງຜົລໃຫ້ນໍ້າຫຼາຍສາຍ ເພີ່ມຣະດັບຂຶ້ນ ຈົນໄຫຼເຂົ້າຖ້ວມເຮືອນ ແລະໄຮ່ນາ ຂອງຊາວບ້ານ ໂດຍໃນ ເບື້ອງຕົ້ນ ເຫດນໍ້າຖ້ວມຄັ້ງນີ້ ໄດ້ເຮັດໃຫ້ເຮືອນຂອງຊາວບ້ານ ຖືກນໍ້າພັດເສັຽຫາຍໜັກ ຈຳນວນ 14 ຫຼັງ. ໃນນັ້ນມີຜູ້ບາດເຈັບ 17 ຄົນ ແລະ ເຮືອນຊາວບ້ານອີກຫຼາຍຫຼັງ ໄດ້ຮັບຄວາມເສັຽຫາຍພໍສົມຄວນ. ໃນຂນະທີ່ເນື້ອທີ່ ຂອງຊາວບ້ານເສັຽຫາຍ ທັງໝົດ 70% ຂອງເນື້ອທີ່ນາທົ່ວເມືອງ. ດັ່ງເຈົ້າໜ້າທີ່ເມືອງໂພນທອງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ສິງຫາ ນີ້ວ່າ.
"ຝົນຕົກຈົນຮອດມື້ເຊົ້ານີ້ ກໍໄດ້ຖືກຜົລກະທົບຫັ້ນ ເຮືອນໄຫຼໄປຫັ້ນນ່າ ກະມີແຕ່ 14 ຫຼັງຄາເຮືອ ມີຈຳນວນຄົນເຈັບ 17 ຄົນ ນໍ້າຖ້ວມ ນາ ຂອງປະຊາຊົນນີ້ ປະມານ 70% ນໍ້າຖ້ວມຊຸດນີ້ ຖືວ່າເປັນເຫດທີ່ວ່າຝົນຕົກໜັກ ທີສຸດຜົລເສັຽຫາຍໃຫຍ່ໜັກ."
ທ່ານກ່າວຕື່ມວ່າ ບ້ານທີ່ຖືກນໍ້າຖ້ວມເທື່ອນີ້ ເບື້ອງຕົ້ນປະກອບດ້ວຍບ້ານໃຫຍ່ວັງຊຽງ, ບ້ານຫາດງໍ, ບ້ານພຽງຕາລິນ, ບ້ານປາກອືມ ແລະ ບ້ານວັງນົກ ແຕ່ຍັງບໍ່ຮູ້ຈຳນວນຄອບຄົວ ທີ່ໄດ້ຮັບຜົລກະທົບ ຢ່າງຄັກແນ່ເທື່ອ ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ທະຫານ ກຳລັງ ລົງພື້ນທີ່ໄປເກັບກັມຂໍ້ມູນ ຄວາມເສັຽຫາຍ ແລະ ໃຫ້ການຊ່ອຍເຫຼືອຊາວບ້ານ ໃນເບື້ອງຕົ້ນ. ໃນຂນະດຽວກັນ ນໍ້າຖ້ວມເທື່ອນີ້ ຍັງເຮັດໃຫ້ເສັ້ນທາງ ຖືກຕັດຂາດ ແລະ ຂົວເປ່ເພອີກຫຼາຍແຫ່ງ.
ໃນຂນະທີ່ ເຈົ້າໜ້າທີ່ ຫ້ອງການຖແລງຂ່່່າວ ວັທນະທັມ ແລະ ທ່ອງທ່ຽວ ເມືອງໂພນທອງ ໄດ້ກ່າວວ່າມາຮອດປັຈຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງກຳລັງລົງພື້ນທີ່ ສຳຣວດຄວາມເສັຽຫາຍ ຂອງເຫດນໍ້າຖ້ວມໃນເທື່ອນີ້ ຍັງປະເມີນບໍ່ໄດ້ເທື່ອວ່າ ມີຊາວບ້ານໄດ້ຮັບ ຜົລກະທົບຈັກຄອບຄົວ ແລະເສັຽຫາຍເປັນມູນຄ່າເທົ່າໃດ ແຕ່ຜູ້ໄດ້ຮັບຜົລກະທົບ ສ່ວນຫຼາຍເປັນຊາວບ້ານ ທີ່ອາສັຍຢູ່ຕາມແຄມນໍ້າ.
"ຫຼຸດລົງປະມານ 2 ແມັດແລ້ວ ພວກເຮົາຍັງເກັບກໍາຂໍ້ມູນ ກ່ຽວກັບບ່ອນຖືກນໍ້າຖ້ວມ ຍັງບໍ່ຮູ້ຣະອຽດແຕ່ວ່າຈຳນວນຶ່ງ ກະແມ່ນເຂົາຕັ້ງ ເຮືອນຢູ່ແຄມນໍ້າ ຕັ້ງເຮືອນນ້ອຍຢູ່ຫັ້ນແຫຼະ ເຮືອນເກົ່າແລ້ວ ຂະເຈົ້າເຮັດ."
ຊາວບ້ານຜູ້ປະສົບພັຍນໍ້າຖ້ວມ ຢູ່ເຂດເມືອງໂພນທອງ ໄດ້ກ່າວວ່າສະພາບນໍ້າຖ້ວມ ໃນເຂດບ້ານຂອງຕົນ ມາຮອດປັຈຈຸບັນຍັງບໍ່ ທັນຫຼຸດລົງເທື່ອ ແລະ ນໍ້າຍັງໄຫຼມາຢູ່ເລື້ອຍໆ ແຕ່ຍັງບໍ່ທັນ ເຂົ້າຖ້ວມເຮືອນ ມີແຕ່ຖ້ວມນາຂອງຊາວບ້ານ ຈຳນວນຫຼາຍຄອບຄົວ ໄດ້ຮັບຄວາມເສັຽຫາຍຫຼາຍ.
"ຖ້ວມໂອ້, ຍັງບໍ່ຫຼຸດເທື່ອນໍ້າກຳລັງມາ ບໍ່ຖ້ວມບ້ານເທື່ອ ແຕ່ວ່ານໍ້າໃຫຍ່ໂອ້, ຖ້ວມນາຖ້ວມແມ່ນຫຍັງກະຖ້ວມໂອ້, ມີແຕ່ນາຂະເຈົ້າ."
ຊາວບ້ານຜູ້ປະສົບພັຍນໍ້າຖ້ວມອີກຄົນນຶ່ງ ໄດ້ກ່າວວ່າ ປັຈຈຸບັນ ສະພາບນໍ້າຖ້ວມ ຢູ່ເຂດບ້ານຂອງຕົນກໍໄດ້ເຣີ່ມຫຼຸດລົງແລ້ວ ແຕ່ຍັງເຫັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະເຈົ້າໜ້າທີ່ທະຫານ ກຳລັງຊ່ອຍເຫຼືອຊາວບ້ານ ເຄື່ອນຍ້າຍສິ່ງຂອງກັບເຂົ້າເຮືອນ ຢູ່ເຂດບ້ານທີ່ຖືກນໍ້າຖ້ວມ.
"ໜັກແຕ່ລົງແລ້ວ ຫາກໍລົງໄດ້ນ້ອຍນຶ່ງ ນໍ້າຖ້ວມຫຼາຍຍ້ອນຝົນຕົກໜັກ ນໍ້າຖ້ວມປະມານ 4 ຊົ່ວໂມງຖ້ວມນາ ຖ້ວມຫົນທາງຖ້ວມຂົວ ກະມີແຕ່ເມືອງຫັ້ນແຫຼະ ຂະເຈົ້າໃຫ້ທະຫານ ມາຍົກເຄື່ອງຊ່ອຍປະຊາຊົນ ບ່ອນທີ່ມີນໍ້າຖ້ວມໜັກຫັ້ນນ່າ."
ສ່ວນຜູ້ປະກອບການຮ້ານອາຫານ ແຫ່ງນຶ່ງ ທີ່ຢູ່ຕິດແຄມນໍ້າແມນ ເຂດເມືອງໂພນທອງ ກ່າວວ່າ ເຫດນໍ້າຖ້ວມຄັ້ງນີ້ເຮັດ ໃຫ້ຮ້ານ ອາຫານຂອງລາວ ໄດ້ຮັບຄວາມເສັຽຫາຍໜັກໜ່ວງ. ເນື່ອງຈາກນໍ້າແມນ ໄດ້ເພີ່ມຣະດັບຈົນໄຫຼ ເຂົ້າຖ້ວມພາຍໃນຮ້ານ ເຊິ່ງປະຈຸບັນ ກຳລັງລໍຖ້າການຊ່ອຍເຫຼືອ ໃນເບື້ອງຕົ້ນຈາກພາກສ່ວນທີ່ກ່ຽວຂ້ອງ.
"ແມ່ນແຫຼະ ເສັຽຫາຍໜັກ ເທື່ອນີ້ນ່າ ຕູບແມ່ນຫຍັງປີ້ນໝົດນ່າ ແມ່ນແຫຼະຝົນຕົກໜັກ ຕັ້ງແຕ່ວານນີ້ໝົດຄືນ ໂຕະຕັ່ງອອກລະແມ່ນ ຕູບ ຫັ້ນເອົາອອກບໍ່ໄດ້ ຍັງບໍ່ມີການຊ່ອຍເຫຼືອເທື່ອ."
ກ່ອນໜ້ານີ້ບໍ່ດົນກໍໄດ້ ເກີດເຫດການນໍ້າຖ້ວມ ແບບກະທັນຫັນ ທາງແຂວງພາກເໜືຶອ ເປັນຕົ້ນເມື່ອວັນທີ 29 ກໍຣະກະດາ ຜ່ານມາ ເກີດເຫດນໍ້າຖ້ວມກະທັນຫັນ ຢູ່ພື້ນທີ່ຫຼາຍບ້ານ ໃນເຂດເມືອງຮ້ຽມ ແຂວງຫົວພັນ ໂດຍມີບ້ານຖືກນໍ້າຖ້ວມ ຢ່າງນ້ອຍຈຳນວນ 7 ບ້ານ ເຊິ່ງມາຮອດປັຈຈຸບັນ ພາກສ່ວນກ່ຽວຂ້ອງ ກຳລັງຢູ່ໃນຣະຫວ່າງການ ເກັບກັມຂໍ້ມູນ ຄວາມເສັຽຫາຍ ຍັງບໍ່ມາສາມາດສະຫຼຸບ ຜົລເສັຽຫາຍໄດ້ເທື່ອ.