ນໍ້າຖ້ວມ ສວັນນະເຂດ ສາລະວັນ ຈຳປາສັກ ອັດຕະປື
2019.09.05

ນະຄອນປາກເຊ ແລະ ອີກຫຼາຍເມືອງຂອງແຂວງຈຳປາສັກ ນ້ຳຂອງໄຫຼນອງ ເຂົ້າຖ້ວມໄວວາ ເມື່ອວັນທີ 04 ກັນຍາ ຜ່ານມາ. ເຮັດໃຫ້ 42 ບ້ານ ໃນນະຄອນປາກເຊ ຖືກນ້ຳຖ້ວມໜັກ ທາງການຕ້ອງໄດ້ໂຍກຍ້າຍ ປະຊາຊົນ 30 ບ້ານ ມາຢູ່ຈຸດປອດພັຍ, ດັ່ງ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ນະຄອນປາກເຊ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 05 ກັນຍາ ວ່າ:
"ຖ້ວມທາງໝົດແລ້ວ ທະນາຄານລາວວຽດ ມັນຜ່ານເສັ້ນທາງ 13 ແລ້ວເຈົ້າ ຮອດສຳນັກງານນະຄອນປາກເຊ ແລ້ວດຽວນີ້ມັນກາຖ້ວມ ເຮືອນບໍ່ມີ ບ່ອນຢູ່ບ່ອນພັກບໍ່ມີພາຫະນະ ຂົນຄົນຍ້າຍຄົນ ອອກຈາກຈຸດທີ່ຖືກນ້ຳຖ້ວມ ມັນຍາກເພາະມັນມາໄວ ນ້ຳຖ້ວມແລ້ວ 30 ບ້ານ ປາກເຊ ມີ 42 ບ້ານ."
ກອງເລຂາຄນະກຳມະການ ຄຸ້ມຄອງພັຍພິບັດ ຂັ້ນແຂວງ ໄດ້ຣາຍງານວ່າ ນ້ຳຖ້ວມຄັ້ງນີ້ ໜັກໜ່ວງຫຼາຍ ທາງການຕ້ອງໄດ້ໂຍກຍ້າຍ ປະຊາຊົນມາຢູ່ຈຸດປອດພັຍ, ຖນົນຫົນທາງຫຼາຍສາຍ ຖືກຕັດຂາດ ໂດຍສະເພາະແມ່ນທາງຫຼວງ ແຫ່ງຊາດເລກທີ 13 ຈຸດທາງແບ່ງ ບ້ານສະຜ່າຍ ເມືອງຊະນະສົມບູນ, ຂົ້ວຂ້າມນ້ຳຫ້ວຍຈຳປີ ທີ່ເມືອງບາຈຽງຈະເລີນສຸກ ກໍຖືກນ້ຳສຸຖັ່ງ ບໍ່ສາມາດສັນຈອນໄປມາໄດ້. ສຳນັກງານຫ້ອງການປົກຄອງ ນະຄອນປາກເຊ, ໂຮງໝໍແຂວງ, ໂຮງຮຽນ ກໍ່ຖືກນ້ຳຖ້ວມ. ປັດຈຸບັນສົກຮຽນ 2019 ຕ້ອງໄດ້ເລື່ອນການ ເປີດສົກຮຽນຊົ່ວຄາວ ໄປກ່ອນ.
ທາງຄນະກຳມະການ ໄດ້ຣະບຸຕື່ມວ່າ ຕ້ອງໄດ້ຕິດຕາມເຝົ້າຣະວັງ ຣະດັບນ້ຳຂອງທີ່ອາດຈະເພີ່ມຂຶ້ນອີກ ເນື່ອງຈາກກົມອຸຕຸ ໄດ້ແຈ້ງວ່າ ໄລຍະນີ້ ຍັງມີຝົນຕົກໜັກ ຍ້ອນອິດທິພົນ ຂອງ ພະຍຸກາຄິຈິ ພັດຜ່ານ. ສ່ວນການຊ່ອຍເຫຼືອ ປະຊາຊົນເບື້ອງຕົ້ນ ທ່ານ ສອນໄຊ ສີພັນດອນ ຮອງ ນາຍົກຣັຖມົນຕຣີ ໄດ້ລົງຕິດຕາມກວດກາ ຈຸດນ້ຳຖ້ວມ ແລະ ນຳເອົາເຂົ້າສານອາຫານແຫ້ງ, ນ້ຳດື່ມ ແລະເຄື່ອງໃຊ້ ຈຳເປັນ ຈຳນວນນຶ່ງ ໄປມອບໃຫ້ປະຊາຊົນ ທີ່ຢູ່ຕາມຈຸດພັກ ຊົ່ວຄາວ ທີ່ທາງການໄດ້ຈັດເອົາໄວ້ໃຫ້.
ໃນຂນະທີ່ແຂວງສາລະວັນ ອີງຕາມການຣາຍງານ ເມື່ອວັນທີ 04 ຜ່ານມາ ນ້ຳໄດ້ຖ້ວມເຖິງ 3 ແມັດ ປະຊາຊົນບາງເຂດຕ້ອງອາສັຍ ຢູ່ເທີງຫຼັງຄາເຮືອນ ເພື່ອລໍຖ້າໜ່ວຍກຸ້ພັຍ ມາຊ່ອຍອອກໄປຢູ່ຈຸດປອດພັຍ ແຕ່ການໂຍກຍ້າຍປະຊາຊົນຍັງຫຍຸ້ງຍາກຢູ່ ດັ່ງ ເຈົ້າໜ້າທີ່ ແຂວງສາລະວັນ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 05 ກັນຍາ ວ່າ:
"ຍັງປະຊຸມຢູ່ເພິ່ນເຂົ້າມາເດ ການນຳສູນກາງຫຍັງເພິ່ນເຂົ້າມາປະຊຸມຊ່ອຍເຫຼືອ ປະຊາຊົນບໍ່ຈັດຣົດລາງ ບໍ່ຈັກພາຫະນະ ສົ່ງປະຊາຊົນ ແນ່ເຮືອແພມີຫຍັງຕ່າງໆ ເຄື່ອງກິນຂອງຢູ່ມີຫຍັງຕ່າງຢາຍ ແຕ່ລະຈຸດ."
ອີງຕາມຄນະກຳມະການຄຸ້ມຄອງພັຍພິບັດ ຂັ້ນແຂວງ ໄດ້ຣາຍງານວ່າ: ປັດຈຸບັນເທສບານ ເມືອງສາລະວັນ, ເມືອງຄົງເຊໂດນ ແລະ ເມືອງວາປີ ຢ່າງໜັກໜ່ວງ ໃນນັ້ນເມືອງສາລະວັນ ຖືກນ້ຳຖ້ວມເຖີງ 75 ບ້ານ ໂດຍ 40 ບ້ານ ຖືກຕັດຂາດ. ເມືອງວາປີຖືກນ້ຳຖ້ວມ 35 ບ້ານ ຖືກຕັດຂາດ 21 ບ້ານ ແລະ ເມືອງຄົງເຊໂດນຖືກນ້ຳຖ້ວມ 75 ບ້ານ 40 ບ້ານຖືກຕັດຂາດ.
ປັດຈຸບັນ ທາງແຂວງ ໄດ້ຈັດການຊ່ອຍເຫຼືອ ໂຍກຍ້າຍປະຊາຊົນ ໄປຢູ່ສາມຈຸດ ຄືຈຸເມືອງສາລະວັນ, ເມືອງວາປີ ແລະ ເມືອງຄົງເຊໂດນ ໂດຍສົ່ງກຳລັງ ປກສ ແລ ປກຊ ຮ່ວມກັບ ກຳລັງໜ່ວຍກູ້ພັຍ ເຂົ້າຊ່ອຍເຫຼືອປະຊາຊົນ ທີ່ຕິດຄ້າງຢູ່ພາຍໃນເຮືອນ.
ສ່ວນເຮືອທີ່ໃຊ້ຂົນປະຊາຊົນຍັງບໍ່ພຽງພໍ ແລະ ໄດ້ມອບເຂົ້າສານ ອາຫານແຫ້ງ ນ້ຳດື່ມ ແກ້ໄຂໃນເບື້ອງຕົ້ນກ່ອນ ສ່ວນແຜນໄລຍະຍາວ ຍັງລໍຖ້າທາງການເຂົ້າມາຊ່ອຍເຫຼືອ.
ສ່ວນແຂວງອັດຕະປື ປັດຈຸບັນນ້ຳໄດ້ໄຫຼເຂົ້າຖ້ວມເທສບານ ເມືອງສາມັກຄີໄຊແລ້ວ ແລະ ຈຸດທີ່ຖືກນ້ຳຖ້ວມໜັກກວ່າໝູ່ແມ່ນ ບ້ານທາຫີນ ນອກຈາກນີ້ຍັງມີຖນົນຫົນທາງ ຖືກຕັດຂາດ, ເຮືອນປະຊາຊົນ ໄຮ່ນາຮົ່ວສວນ ຖືກນ້ຳຖ້ວມ ແຕ່ຍັງບໍ່ທັນໄດ້ ສະຫຼຸບ ຜົນເສັຍຫາຍເທື່ອ.
ສ່ວນການຊ່ອຍເຫຼືອເບື້ອງຕົ້ນແມ່ນຍົກຍ້າຍປະຊາຊົນ ໄປຈຸດປອດພັຍກ່ອນ ເພາະເຂື່ອນເຊປຽນ ເຊນ້ຳນ້ອຍ ໄດ້ປະກາດປ່ອຍນ້ຳ ໃນໄລຍະນີ້.