ນໍ້າຖ້ວມ 3 ເມືອງ 700 ຄອບຄົວ ເສັຽຫາຍ

ສົມເນ
2014.09.04
f-hongsa-flood ນໍ້າຖ້ວມ 3 ເມືອງ ຢູ່ແຂວງ ໄຊຍະບູຣີ ປະຊາຊົນ 700 ຄອບຄົວ ໄດ້ຮັບ ຜົນກະທົບ
Citizen journalist

 

ຝົນຕົກໜັກ ຕິດຕໍ່ກັນ ຈາກ ວັນທີ່ 29 ຫາ 30 ສິງຫາ ຜ່ານມາ ເກີດ ນໍ້າປ່າໄຫລ ຊຸເຂົ້າ ຖ້ວມ ບ້ານເຮືອນ ແລະ ດິນປູກຝັງ ຂອງ ປະຊາຊົນ ໃນເຂດ ເມືອງຮອນ ເມືອງເງິນ ແລະ ເມືອງ ຫົງສາ ແຂວງ ໄຊຍະບູຣີ ເຮັດໃຫ້ ປະຊາຊົນ ຫລາຍ ຄອບຄົວ ບໍ່ມີທີ່ຢູ່ ອາໄສ. ເຂົ້າປູກ ຢູ່ໃນທົ່ງໄຮ່ ທົ່ງນາ ເສັຽຫາຍໜັກ ແລະ ສັດລ້ຽງ ຫຼາຍພັນ ໂຕ ລົ້ມຕາຍ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ແຂວງ:

"ມັນຖ້ວມ ຢູ່ທາງເມືອງ 3 ເມືອງ ຢູ່ເມືອງ ຊຽງຮອນ ເມືອງເງິນ ເມືອງ ຫົງສາ ມັນຄ້າຍວ່າ ມາທຸກທິດ ທຸກທາງ ເປັນນໍ້າປ່າ ໄຫລຫລາກ ຍ້ອນວ່າ ປະຣິມານ ນໍ້າຝົນ ມັນຫລາຍ ແລ້ວ ຕົກດົນ ນໍ້າສາຂາ ຫ້ວຍເລັກ ຫ້ວຍນ້ອຍ ມັນ ຈະໄຫລໄວ ຢູ່ເຂດນັ້ນ ມັນບໍ່ມີ ນໍ້າໃຫ່ຽ ມັນຈະມາ ເອີ້ນວ່າ ນໍ້າປ່າ ຫັ້ນແຫລະ".

ທ່ານ ອະທິບາຍ ວ່າ ຝົນເລີ້ມ ຕົກໜັກ ຕັ້ງແຕ່ ຕອນຄໍ່າ ວັນທີ່ 29 ໄປ ຮອດວັນທີ່ 30 ສິງຫາ ເຮັດໃຫ້ນໍ້າ ໃນໜອງລົ້ນ ສົມທົບກັບ ນໍ້າໄຫລມາ ຈາກປ່າ ໄຫລເຂົ້າຖ້ວມ ບ້ານເຮືອນ ແລະ ທົ່ງໄຮ່ ທົ່ງນາ ປະຊາຊົນ, ແຕ່ ບໍ່ມີຜູ້ໃດ ໄດ້ ຮັບບາດເຈັບ ແລະ ເສັຽຊີວິດ. ຈາກ ການລົງໄປ ກວດກາ ຂອງ ເຈົ້າໜ້າທີ່ ແຂວງ ໃນ ແຕ່ລະເມືອງ ມີລາຍງານ ເບື້ອງຕົ້ນ ວ່າ 15 ບ້ານ ເຂດ ເມືອງເງິນ ປະກອບ ກັບ ເນື້ອທີ່ ທໍາການຜລິດ 650 ເຮັກຕາ ຖືກ ນໍ້າຖ້ວມ ປະຊາຊົນ ປະມານ 700 ຄອບຄົວ ຫລື ປະມານ 3,000 ຄົນ ໄດ້ຮັບ ຜົນກະທົບ, ສັດລ້ຽງ ຕາຍເກືອບ 4,000 ໂຕ. ມູນຄ່າ ຄວາມ ເສັຽຫາຍ ປະມານ 5 ຕື້ກີບ.

ທ່ານວ່າ ສິ່ງທີ່ ປະຊາຊົນ ຕ້ອງການ ຢ່າງຮີບດ່ວນ ໃນ ປັດຈຸບັນ ນີ້ ແມ່ນ ອາຫານ ແລະ ນໍ້າດື່ມ ປະຊາຊົນ ທີ່ ຖືກນໍ້າພັດ ເຮືອນຊານ ໄປນັ້ນ ຕ້ອງການ ທີ່ຢູ່ ອາໄສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.