ແມ່ນໍ້າສາກົນຕໍານິການ ຫາລື ເຣື້ອງ ເຂື່ອນ

ສົມເນ
2014.12.12
F-image2 ອົງການແມ່ນໍ້າສາກົນ ຕໍານິ ການຫາລື ເຣື້ອງ ເຂື່ອນ ຂອງທາງການລາວ
RFA

 

ກອງປະຊຸມ ປຶກສາ ຫາລື ພູມີພາກ ຂອງ ກັມມາທິການ ແມ່ນໍ້າ ຂອງ ເຣື້ອງ ໂຄງການ ສ້າງເຂື່ອນ ດອນສະໂຮງ ທີ່ ຈັດຂຶ້ນ ຢູ່ ເມືອງ ປາກເຊ ໃນວັນທີ 12 ທັນວາ ຊຶ່ງ ເປັນສ່ວນນຶ່ງ ຂອງ ຂັ້ນ ຕອນ ປຶກສາ ຫາລື ລ່ວງໜ້າ ນັ້ນ ອົງການ ແມ່ນໍ້າ ສາກົນ ອອກ ຖແລງການ ວ່າເປັນຫ່ວງ ນໍາ ກອງປະຊຸມ ນີ້ຈະເປັນ ພຽງການ ຮັບຮູ້ວ່າ ຂັ້ນຕອນ ທີ່ ຫຼົ້ມເຫຼວນີ້ ໄດ້ຜ່ານ ແລ້ວ ແລະ ຢ້ານວ່າ ຣັຖບານລາວ ຈະ ໃຊ້ຂັ້ນຕອນ ນີ້ ຢືນຢັນ ວ່າ ໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ທີ່ກໍາລັງ ດໍາເນີນ ການ ກໍ່ສ້າງ ນັ້ນ ເປັນທີ່ ຖືກຕ້ອງແລ້ວ.

ຍານາງ Ame Trandem ຜູ້ ອໍານວຍການ ອົງການ ແມ່ນໍ້າ ສາກົນ ສາຂາ ເອເຊັຽ ປາຊີຟິກ ກ່າວວ່າ ຣັຖບານລາວ ໄດ້ເວົ້າ ຢ່າງ ແຈ່ມແຈ້ງ ແລ້ວວ່າ ຕົນ ມີ ເຈຕນາ ຈະກໍ່ສ້າງ ເຂື່ອນ ດອນ ສະໂຮງ ຕໍ່ໄປ ເຖິງແມ່ນວ່າ ຂັ້ນຕອນ ປືກສາຫາລື ລ່ວງໜ້າ ກໍາລັງ ດໍາເນີນ ຢູ່ກໍຕາມ. ຍານາງວ່າ ດ້ວຍ ພຶດຕິກັມ ແບບນີ້ ກໍຈະເປັນ ການຍາກ ທີ່ຈະເບິ່ງ ຂັ້ນຕອນນີ້ ເປັນ ຢ່າງອື່ນ ນອກຈາກ ຈະເບິ່ງວ່າ ເປັນ ຂັ້ນຕອນ ອະນຸມັດ ໃຫ້ ໂຄງການ ກໍ່ສ້າງຜ່ານ.

ຕາມ ຂໍ້ຕົກລົງ ແມ່ນໍ້າຂອງ ປີ 1995 ນັ້ນ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ກ່ອນລົງມື ກໍ່ສ້າງ ເປັນໂອກາດ ສໍາລັບ ປະເທດ ສະມາຊິກ ລຸ່ມ ແມ່ນໍ້າຂອງ ແຈ້ງຜົນ ຂອງການ ສຶກສາ ຜົນກະທົບ ຂ້າມແດນ ທີ່ ຕົນເປັນຫ່ວງ.

ຖແລງການ ກ່າວ ຕໍ່ໄປວ່າ ເຖິງແມ່ນວ່າ ຫົວໜ້າ ບໍຣິຫານ ກັມມາທິການ ແມ່ນໍ້າຂອງ ທ່ານ  Hans Guttman ໄດ້ອ້າງວ່າ ຂັ້ນຕອນ ປຶກສາ ຫາລື ລ່ວງໜ້າ ບໍ່ແມ່ນ ການສແວງ ຫາ ການ ອະນຸມັດ ສໍາລັບ ສ້າງ ເຂື່ອນ ກໍດີ, ຂໍ້ຕົກລົງ ຕ້ອງການ ໃຫ້ 4 ປະເທດ ພຍາຍາມ ບັນລຸ ການຕົກລົງ ຮ່ວມກັນ ໂດຍ ອີງໃສ່ ຜົນປໂຍດ ຂອງ ຜູ້ຢູ່ທາງ ເໜືອ ແລະ ຢູ່ທາງໃຕ້ ຂອງ ເຂື່ອນ. ຂໍ້ຕົກລົງ ຣະບຸວ່າ ຂັ້ນຕອນ ການປຶກສາ ຫາລື ບໍ່ແມ່ນ ສິດທິ ໃນການ ຄັດຄ້ານ ການໃຊ້ນໍ້າ ໃນ ແມ່ນໍ້າຂອງ ຫລື ສິດທິ ໃນການ ໃຊ້ນໍ້າ ຂອງ ປະເທດ ອ່າງ ແມ່ນໍ້າຂອງ ປະເທດໃດ ປະເທດນຶ່ງ ແຕ່ຝ່າຍດຽວ ໂດຍບໍ່ຖື ເອົາສິດທິ ຂອງ ປະເທດ ອ່າງ ແມ່ນໍ້າຂອງ ປະເທດ ອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.