8 ບ້ານ ມ.ນານ ເສັຽຫາຍໜັກ ຍ້ອນ ນໍ້າປ່າ

ຈໍາປາທອງ
2019.07.31
F-Nan-district ສະພາບຂອງ ເມືອງນານ ແຂວງຫຼວງພຣະບາງ ພາຍຫຼັງນໍ້າປ່າ ສງົບລົງ
ຮູບພາບຈາກ : ນັກຂ່າວພົລເມືອງ

ນ້ຳປ່າໄຫຼຖ້ວມ 9 ບ້ານ ຢູ່ເມືອງນານແຂວງຫຼວງພຣະບາງ, ແຕ່ 8 ບ້ານ ຄືບ້ານນາຝາຍ, ບ້ານປ່າໄຜ່, ສີມຸງຄຸນ, ສີບຸນເຮືອງ, ໂພນຫິນ, ນາເລົາ, ບ້ານທາດ ແລະບ້ານເຄິນ, ປະຊາຊົນປະມານ 400 ຄອບຄົວ ໄດ້ຮັບຄວາມເສັຽຫາຍຢ່າງໜັກ ທັງຊັບສິນ ແລະສິ່ງຂອງເຄື່ອງໃຊ້ ໃນມື້ວັນທີ 30 ກໍຣະກະດາ ຊຶ່ງ ປັດຈຸບັນຕ້ອງການຄວາມຊ່ອຍເຫລືອສຸກເສີນ ເປັນຕົ້ນອາຫານແຫ້ງ, ນ້ຳດື່ມ ແລະ ເຄື່ອງໃຊ້ທີ່ຈຳເປັນ, ດີແຕ່ວ່າມາຮອດມື້ນີ້ນ້ຳລົດລົງແລ້ວ, ດັ່ງຊາວບ້ານສີບຸນເຮືອງ ຜູ້ໄດ້ຮັບຜົນກະທົບ ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ກໍຣະກະດາ ນີ້ວ່າ:

"ນ້ຳມັນກໍລົດລົງ ພວກເຮົາຢູ່ໃນພາວະປົກກະຕິ ເປັນທາງດິນແດງ ມັນກໍລຳບາກ ທີ່ຕ້ອງການເຮົາກໍພວກອາຫານແຫ້ງບໍ ພວກນ້ຳດື່ມ ແລ້ວກໍເຄື່ອງນອນ ຜ້າຫົ່ມ ສົ້ງ ເສື້ອ ເຄື່ອງໃຊ້ໃນເຮືອນ ແມ່ນຫຍັງຈັ່ງຊີ້."

ທ່ານເວົ້າວ່າ ປະຈຸບັນປະຊາຊົນກຳລັງເກັບມ້ຽນຂີ້ເຫຍື້ອ ທີ່ໄຫລມາໃສ່. ສ່ວນວ່າຊັບສິນ ແລະເຄື່ອງໃຊ້ພາຍໃນບ້ານເຮືອນ ທີ່ເກັບມ້ຽນບໍ່ທັນ ນ້ຳພັດໄປ ເສັຽຫາຍໝົດ ຮວມທັງຕູ້ເຢັນ, ພັດລົມ, ໂທຣະທັດ, ເຄື່ອງນອນປຽກໝົດ, ໄດ້ໄປນອນຢູ່ເຮືອນພີ່ນ້ອງ ທີ່ຢູ່ບ່ອນສູງ.

ແລະເຈົ້າໜ້າທີ່ຫ້ອງການປົກຄອງເມືອງນານ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ສາເຫດທີ່ເຮັດໃຫ້ນ້ຳປ່າໄຫລ ພັດຮຸນແຮງນັ້ນ ແມ່ນເປັນຍ້ອນຝົນຕົກໜັກ ເຮັດໃຫ້ດິນອູ້ມນ້ຳບໍ່ໄຫວ ນ້ຳຈຶ່ງໄຫລເຂົ້າຖ້ວມຫຼາຍບ້ານຢູ່ເມືອງນານ ຢ່າງໄວວາແບບບໍ່ທັນຕັ້ງໂຕ ແລະຍ້ອນ ປ່າໄມ້ ຢູ່ໃນເມືອງນີ້ ຖືກຕັດໄປເປັນຈຳນວນຫຼວງຫຼາຍ ເຮັດໃຫ້ກະແສນ້ຳໄຫລແຮງ ພັດເອົາຂີ້ເຫຍື້ອ ແລະທ່ອນໄມ້ມາ, ດັ່ງທີ່ທ່ານກ່າວວ່າ:

"ສະພາບມັນນໍ ພະຍຸຕົວນີ້ ມັນຈະເຂົ້າມາ ມັນຈະເຊິ່ງກັບເມືອງນານນີ້ແຫລະ ມັນຕົກແຮງທີ່ສຸດ ດິນມັນກໍອູ້ມນ້ຳບໍ່ໄດ້ ອູມນໍ້າບໍ່ໄດ້ ມັນກໍ ເຕັມສະປິງ ມັນກໍຖ່າຍອອກ ກໍມີສ່ວນແຫຼະ ເຣຶ່ອງໄມ້ເຣຶ່ອງຕອກ ແຕ່ກ່ອນກໍເປັນປ່າດົງປ່າໃຫຍ່, ແຕ່ມາຮອດປັດຈຸບັນ ຈຳນວນນຶ່ງກໍຖືກ ຂຸດຄົ້ນເພື່ອນຳໃຊ້ ເພື່ອອັນນັ້ນອັນນີ້ ກໍມີສ່ວນອັນນີ້."

ທ່ານເວົ້າຕື່ມອີກວ່າດຽວນີ້ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກຳລັງຊ່ອຍປະຊາຊົນທັງ 8 ບ້ານທີ່ໄດ້ຮັບຜົນກະທົບນັ້ນ ຊຶ່ງເບື້ອງຕົ້ນກໍໄດ້ໄປ ແຈກເຂົ້າ, ອາຫານ ແລະນ້ຳດື່ມໄປກ່ອນ. ສ່ວນເຄື່ອງນຸ່ງຫົ່ມ ແລະເຄື່ອງນອນ ທາງແຂວງຫລວງພະບາງ ຈະມາຊ່ອຍຕື່ມ ແລະຈະລົງມາ ກວດກາຄວາມເສັຽຫາຍ ທີ່ໄດ້ເກີດຂຶ້ນຈາກນ້ຳຖ້ວມ ຄັ້ງນີ້ ໃນມື້ອື່ນຄືວັນທີ 1 ສິງຫາ.

ແລະທາງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງນານ ຈຳນວນນຶ່ງ ກໍກຳລັງເກັບກຳຂໍ້ມູນຜົນເສັຽຫາຍ ທັງໝົດນັ້ນຢູ່ ແລະທັງກຽມແຜນ ຊ່ອຍເຫລືອນຳດ້ວຍ ໂດຍສະເພາະ ເຣຶ່ອງເຂົ້າໃນນາ ທີ່ກຳລັງເຕີບໂຕເສັຽຫາຍ. ຫາກຄອບຄົວໃດ ທີ່ທາງການ ປະເມີນວ່າ ໄດ້ຮັບຄວາມ ເສັຽຫາຍ ຫຼາຍເກີນ 70% ກໍຈະໄດ້ຮັບການຍົກເວັ້ນພາສີ ທີ່ດິນໃນປີນີ້.

ການເກັບກຳຂໍ້ມູນຄວາມເສັຽຫາຍຢູ່ 8 ບ້ານ ທີ່ໄດ້ຮັບຜົນກະທົບນັ້ນ ຄາດວ່າຈະໃຊ້ເວລາປະມານ 2-3 ມື້ກໍຈະແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.