ນັກຮຽນຍິງຊັ້ນມັທຍົມຕີກັນ 1 ຕໍ່ 5

ມະນີຈັນ
2014.09.10
F-lycee ໂຮງຮຽນ ມັທຍົມ ສຶກສາ ສົມບູນ ວຽງຈັນ
RFA

 

ເມື່ອວັນທີ 8 ກັນຍາ ໄດ້ມີກຸ່ມ ນັກຮຽນຍິງ ຊັ້ນ ມັທຍົມ ເກີດຕີກັນ ຢູ່ ຕໍ່ໜ້າ ໂຮງຮຽນ ມັທຍົມ ສົມບູນ ວຽງຈັນ ຊຶ່ງເປັນ ສະຖາບັນ ຊື່ດັງ ຂອງລາວ ຈົນກາຍ ເປັນຂ່າວ ຄຶກໂຄມ ໃນສື່ ສັງຄົມ ອອນລາຍ.

ນັກຮຽນ ຜູ້ທີ່ເຫັນ ເຫດການ ເລົ່າ ໃຫ້ຟັງວ່າ ນັກຮຽນຍິງ ຜູ້ທີ່ຖືກ ຫຸ້ມຕີນັ້ນ ແມ່ນ ນັກຮຽນ ໃນໂຮງຮຽນ ມັທຍົມ ສົມບູນ ວຽງຈັນ ນັ້ນເອງ ຍ້ອນວ່າມີ ເລກ ປະຈຳຕົວ ຕິດຢູ່ ໜ້າເອິກ ແຕ່ກຸ່ມ ນັກຮຽນຍິງ 5 ຄົນ ທີ່ ມາຫຸ້ມຕີ ລາວ ບໍ່ຮູ້ວ່າ ມາຈາກ ໂຮງຮຽນໃດ ເພາະ ພວກເຂົາ ບໍ່ໃສ່ປ້າຍ ຢູ່ເສື້ອ ຈັກຄົນ:

"ຕາມທີ່ເຫັນກະ ໂຮງຮຽນ ມ.ສ ວຽງຈັນ ຫັ້ນຖືກຕີ ແຕ່ບໍ່ຮູ້ ວ່າເປັນ ໂຮງຮຽນໃດ ມາລຸມຕີ ເນາະ ມີຫຼາຽຄົນ ເຕີບ ເຫັນແຕ່ ປ້າຍເສື້ອ ຂອງຜູ້ຖືກຕີ ຫັ້ນ ເປັນໂຮງຮຽນ ມ.ສ ວຽງຈັນ".

ເຫດການ ຕີກັນ ໃນໝູ່ ນັກຮຽນ ມັທຍົມ ເມື່ອເປີດສົກ ຮຽນໃໝ່ ກໍ່ ມັກເກີດຂຶ້ນ ໃນ ແຕ່ລະປີ ແຕ່ ທີ່ເປັນຂ່າວ ຄຶກໂຄມ ກໍຍ້ອນວ່າ ເປັນ ເຫດການ ທີ່ເກີດຂຶ້ນ ຢູ່ຕໍ່ໜ້າ ສະຖາບັນ ທີ່ມີ ຊື່ ສຽງ ພ້ອມຍັງ ມີການ ບັນທຶກ ວິດີໂອ ສັ້ນ ເຫັນຮູບ ອານຸ ສາວະລີ ທີ່ເປັນ ສັນຍາລັກ ຂອງ ນະຄອນ ຫລວງ ວຽງຈັນ ໄວ້ນຳ ແລະ ມີການສົ່ງຕໍ່ ໃຫ້ກັນ ຮູ້ ຢ່າງໄວວາ ແລະ ກວ້າງຂວາງ ໃນສື່ສັງຄົມ ອອນລາຍ ຊື່ງຫຼາຍ ຄົນ ເປັນຫ່ວງວ່າ ເຫດການນີ້ ກຳລັງ ຈະສ້າງ ຄວາມ ອັບອາຍ ໃຫ້ກັບ ວົງການ ການສຶກສາ ລາວ ທີ່ສຸດ ຄັ້ງໜຶ່ງ.

ຕາມພາບ ວີດີໂອ ນັ້ນ ຜູ້ຂັບຂີ່ ຣົດໄປມາ ກໍເຫັນ ເຫດການ ແຕ່ ບໍ່ມີຣົດ ຄັນໃດ ຈອດລົງ ໄປຫ້າມ ຊຶ່ງ ສະແດງອອກ ເຖິງການຂາດ ຄວາມ ຮັບຜິດຊອບ ຕໍ່ສັງຄົມ. ໃນຂນະ ດຽວກັນ ພໍ່ແມ່ ຜູ້ປົກຄອງ ກໍ່ມີການ ຮຽກຮ້ອງ ໃຫ້ ເຈົ້າໜ້າທີ່ ຄຣູແລະ ອາຈານ ຟ້າວ ສືບສວນ ສອບສວນ ຫາ ສາເຫດ ທີ່ນັກຮຽນ ຕີກັນ ໃນຄັ້ງນີ້ ໃຫ້ເຖິງ ທີ່ສຸດ ເພື່ອ ປ້ອງກັນ ບໍ່ໃຫ້ເກີດ ຂຶ້ນ ອີກ. ດັ່ງ ຜູ້ປົກຄອງ ນັກຮຽນ ທ່ານໜຶ່ງ ເວົ້າວ່າ:

"ກະຢາກໃຫ້ ອາຈານ ປະຈຳ ໂຮງຮຽນ ຫັ້ນແຫລະ ເບິ່ງເນາະ ນັກຮຽນ ຂອງ ໂຮງຮຽນໃດ ກະໃຫ້ ຂະເຈົ້າ ເອົາຂຶ້ນໄປ ສອບໄປສວນ ໄປເວົ້າ ໄປວ່າ ເຖິງ ຜູ້ປົກຄອງ ພຸ້ນແຫຼະ ເຊີນໄປ ຮອດ ໂຮງຮຽນ ພຸ້ນແຫຼະ ໄປເວົ້າ".

ກ່ຽວກັບ ເຣື່ອງນີ້ ທາງ ວິທຍຸ ເອເຊັຽ ເສຣີ ກໍໄດ້ ໂທລະສັບ ໄປຫາ ຫ້ອງການ ບໍຣິຫານ ໂຮງຮຽນ ດັ່ງກ່າວ ແຕ່ ກໍ່ບໍ່ຮູ້ ຣາຍ ຣະອຽດ ໃດໆເລີຍ ພຽງແຕ່ ຖືກບອກສັ້ນໆ ວ່າ ພວກຜູ້ໃຫຽ່ ຍັງ ລົມກັນ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.