ໄຟໄໝ້ຍ້ອນຈູດປ່າເຮັດໄຮ່

ຈໍາປາທອງ
2015.04.13
F-slash-b ຖາງປ່າຈູດປ່າ ເຮັດໄຮ່ ເປັນບັນຫາ ຮ້າຍແຮງ ຂຶ້ນນັບມື້ ຍ້ອນປະຊາຊົນ ຂາດບ່ອນ ທໍາມາຫາກິນ
Citizen Journalist

ເຈົ້າໜ້າທີ່ ແຂວງ ອຸດົມໄຊ ເປີດເຜີຍ ວ່າ ໄດ້ ເກີດ ໄຟໄໝ້ ປ່າ ທີ່ ເມືອງແບງ ມີເນື້ອທີ່ ເສັຽຫາຍ ປະມານ 5 ເຮັກຕາ ເມື່ອ ວັນທີ 30 ມີນາ 2015. ທາງ ເຈົ້າໜ້າທີ່ ໄດ້ຈັບ ຜູ້ຈູດປ່າ ເພື່ອ ດຳເນີນ ຄະດີ:

"ຖາງມັນ ມີປະມານ ຂະເຈົ້າ ໄປ ວັດແທກ 0.97 ເຮັກຕາ ມັນເກີດ ຈາກບ່ອນ ຂະເຈົ້າ ຖາງສວນ ຫັ້ນແຫລະ ແລ້ວ ເນື້ອທີ່ ທີ່ມັນໄດ້ ໄໝ້ລາມ ໄປຫັ້ນ 5 ເຮັກຕາ ກວ່າ ເນາະ ກໍຣະນີ ນີ້ ຂະເຈົ້າ ໄດ້ດຳເນີນ ຄະດີ ກັບ ພາກສ່ວນ ແລ້ວ ຜູ້ຈູດ ກໍຈະໄດ້ ດຳເນີນ ຄະດີ ນຳລາວ ຕື່ມ ຕ່າງຫາກ".

ທ່ານເວົ້າວ່າ ກໍຣະນີ ນີ້ ມີ ເຈົ້າໜ້າທີ່ ຂອງສວນ 3 ຄົນ ຈະຖືກ ດຳເນີນ ຄະດີ. ທ່ານ ວ່າ ເຈົ້າຂອງ ສວນ 3 ຄົນ ແລະ ລູກຫລານ ຂອງ ພວກເຂົາ ອີກ ຄົນນຶ່ງ ຖືກຈັບ ໄປດໍາເນີນ ຄະດີ. ຈາກ ກໍຣະນີ ດັ່ງກ່າວ ທາງ ເຈົ້າໜ້າທີ່ ຈຶ່ງໄດ້ ເຕືອນ ປະຊາຊົນ ທີ່ ກໍາລັງ ຖາງປ່າ ເຮັດໄຮ່ ຫລື ເຮັດສວນ ຢູ່ນີ້ ໃຫ້ ຣະມັດ ຣະວັງ ໄຟໄໝ້ ປ່າ, ບໍ່ໃຫ້ ຈູດປ່າ ເພື່ອ ການ ປູກຝັງ. ຖ້າຜູ້ໃດ ຝ່າຝືນ ຜູ້ນັ້ນ ຈະຕ້ອງ ຮັບ ຜິດຊອບ ໃນ ເຫດການ ທີ່ ເກີດຂຶ້ນ.

ໂດຍ ທົ່ວໄປ ແລ້ວ ທາງການ ລາວ ຫ້າມ ບໍ່ໃຫ້ ປະຊາຊົນ ຈຸດປ່າ ເຮັດໄຮ່ ເຮັດສວນ ເປັນຕົ້ນ ໃນ ຍາມແລ້ງ ຍິ່ງ ເຮັດໃຫ້ ໄຟລາມ ປ່າ ໄດ້ງ່າຍ ອັນ ບໍ່ພຽງແຕ່ ຈະເຮັດໃຫ້ ເກີດ ຜົນ ກະທົບ ຕໍ່ປ່າໄມ້ ເທົ່ານັ້ນ ແຕ່ຫາກຍັງ ທັງ ບ້ານເຮືອນ ນໍາ ດ້ວຍ.

ເພື່ອ ປ້ອງກັນ ບໍ່ໃຫ້ ໄຟໄໝ້ປ່າ ປັດຈຸບັນ ທາງ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ໄດ້ ສົ່ງ ເຈົ້າໜ້າທີ່ ຂອງຕົນ ໄປ ແຕ່ລະ ແຂວງ ແຕ່ ລະເມືອງ ແລະ ປະສານ ສົມທົບ ກັບ ນາຍບ້ານ ເອົາໃຈໃສ່ ຣະມັດ ຣະວັງ ແລະ ຄວບຄຸມ ບໍ່ໃຫ້ ມີການ ຈູດປ່າ ເຮັດໄຮ່ ເຮັດສວນ ແລະ ຮ່ວມກັບ ຊາວບ້ານ ສ້າງ ແນວ ປ້ອງກັນ ໄຟປ່າ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.