ໄຟໄຫມ້ 40 ຫຼັງເຮືອນ ກາຍເປັນ ທຸລີ

ໄມຊູລີ
2018.05.08
F-fire ສະພາບຂອງບ້ານເຮືອນ ທີ່ຖືກທໍາລາຍຈາກອັຄຄີພັຍ ເມື່ອວັນທີ 7 ພຶສພາ 2018 ບ້ານສັນແຟນ ເມືອງຄໍາ ແຂວງຊຽງຂວາງ
Screen captured: Laos update

ໃນຕອນແລງຂອງວັນທີ 7 ພຶສພາ 2018 ເວລາ 4 ໂມງແລງ ໄດ້ເກີດເຫດໄຟໄຫມ້ເຮືອນ ຂອງປະຊາຊົນ ຢູ່ບ້ານສັນແຟນ ເມືອງຄໍາ ແຂວງຊຽງຂວາງ ສ້າງຄວາມເສັຍຫາຍ ໃຫ້ປະຊາຊົນກວ່າ 30 ຄອບຄົວ ທີ່ບ້ານເຮືອນ ຖືກໄຟໄຫມ້ຈົນກ້ຽງ ແລະອີກ 10 ຫລັງເຮືອນ ເສັຍຫາຍຢ່າງໜັກ.

ຈາກເຫດການໄຟໄຫມ້ເທື່ອນີ້່ ປະຊາຊົນຫຼາຍກວ່າ 300 ຄົນບໍ່ມີບ່ອນຢູ່ອາສັຍ. ດັ່ງນາຍບ້ານ ບ້ານສັນແຟນເມືອງຄໍາ ແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 8 ພຶສພາ ນີ້ວ່າ:

“ເອີ ໄຫມ້ໝົດນ່າ ຍັງເຫລືອ 12 ເຮືອນເທົ່ານັ້ນ ເຮືອນເຍີເຮືອນໃຫຍ່ ໄຫມ້ໝົດ ຍັງເຫລືອແຕ່ເຮືອນນ້ອຍ ຂອບເຂດອ້ອມບ້ານຫັ້ນນະ ຄືທາງເມືອງທາງກຸ່ມ ມາເບິ່ງແລ້ວດຽວນີ້ ຍັງມາຮອດເຂົາຍັງຖ່າຍຮູບ ຖ່າຍຫຍັງຢູ່ ພໍ່ແມ່ປະຊາຊົນ ຍາມນີ້ຫັ້ນນະ.”  

ນາຍບ້ານ ບ້ານສັນແຟນກ່າວຕຶ່ມວ່າ ເຮືອນໃຫຍ່ເຮືອນນ້ອຍ ຖືກໄຟໄຫມ້ຈົນກ້ຽງ ຍັງເຫລືອແຕ່ເຮືອນ 12 ຫລັງທີ່ປຸກສ້າງຢູ່ ອ້ອມຂ້າງ ທີ່ໄຟບໍ່ໄຫມ້. ສ່ວນສາເຫດທີ່ເຮັດໃຫ້ ເກີດໄຟໄຫມ້ຄັ້ງນີ້ ແມ່ນມີເດັກນ້ອຍໃນບ້ານຫລິ້ນໄຟ ຈຶ່ງເກີດເຫດໄຟໄຫມ້ ລຸກລາມຢ່າງວ່ອງໄວ ບວກກັບສະພາບເຮືອນ ຂອງປະຊາຊົນ ທີ່ປຸກສ້າງດ້ວຍໄມ້ ຕິດກັນກໍຍິ່ງເຮັດໃຫ້ໄຟລາມໃສ່ກັນ ຢ່າງວ່ອງໄວ ຈົນບໍ່ສາມາດ ຄວບຄຸມໄດ້.

ທ່ານວ່າ ພາຍຫລັງເກີດເຫດໄຟໄຫມ້ ເຈົ້າໜ້າທີ່ ເມືອງວຽງຄໍາ ແລະໂຄງການຫລຸດຜ່ອນ ຄວາມທຸກຍາກ ລົງພຶ້ນທີ່ ໃນຕອນເຊົ້າວັນທີ 8 ພຶສພາ ເພື່ອເກັບກໍາຂໍ້ມູນ ຄວາມເສັຍຫາຍທັງໝົດ ແລະໄດ້ຊ່ວຍເຫລືອ ດ້ານອາຫານນໍ້າດຶ່ມ ເຄື່ອງນຸ່ງຫົ່ມ ໃຫ້ປະຊາຊົນ ໄປແລ້ວໃນ ເບື້ອງຕົ້ນ.

ສ່ວນການ ຊ່ວຍເຫລືອ ໃນດ້ານອຸປກອນປຸກສ້າງ ເພື່ອສ້າງບ່ອນຢູ່ອາສັຍ ໃໝ່ນັ້ນຄາດວ່າ ຈະອະນຸມັດ ງົບປະມານ ຂອງເມືອງຄໍາ ຈໍານວນນຶ່ງ ສົມທົບກັບໂຄງການ ຫລຸດຜ່ອນ ຄວາມທຸກຍາກເພື່ອຊ່ວຍເຫລືອຸປກອນ ກໍ່ສ້າງເຮືອນ ແລະອີກທາງນຶ່ງກໍຮັບ ບໍຣິຈາກ ເຄື່ອງຕ່າງໆ ຜ່ານໂຄງການຫລຸດຜ່ອນ ຄວາມທຸກຍາກ ເມືອງຄໍາ ໂດຍວັດຖຸ ທີ່ຕ້ອງການ ຫລາຍທີ່ສຸດ ກໍຄື ສັງກະສີ ເລັກຕະປູ ແລະ ໄມ້ເປັນຈໍານວນ ຫລວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.