ໂຮງງານປຸຍອິນຊີ ສົ່ງກິ່ນ ເໝັນ
2018.04.27

ຈົນມາເຖິງປັດຈຸບັນ ໂຮງງານຜລິດປຸຍອິນຊີຂອງຈີນ ທີ່ນິຄົມອຸດສາຫະກັມ ຫລັກ 21 ເມືອງໄຊທານີ ນະຄອນຫລວງວຽງຈັນ ຍັງສົ່ງກິ່ນ ເໝັນໃສ່ປະຊາຊົນ ເຂດອ້ອມຂ້າງ ເປັນຕົ້ນຕໍ່ຊາວບ້ານສະພັງຄະນົງ 200 ປາຍຄອບຄົວ. ດັ່ງຊາວບ້ານສະພັງຄະນົງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 27 ເມສາ ນີ້ວ່າ:
"ປະໂທ ມາມື້ລະແຮງຮ້າຍເພາະຝົນ ຫາກໍ່ຕົກສອງມື້ຫລັງນໍ ລົມພັດໄປທາງໃດທາງນັ້ນເໝັນ ເອີຕາມແບບສເນີນໍ ກໍເດືອນ 12 ພຸ້ນແຫລະ ປີ 2017 ໄດ້ສີ່ຫ້າເດືອນນີ້ແຫຼະ ບໍ່ເຫັນມີຫຍັງປ່ຽນແປງ ໃນບົດບັນທຶກກໍໄດ້ອ່ານຢູ່ວ່າ ໃຫ້ເຂົາປ່ຽນແປງແນວນັ້ນແນວນີ້ ເຈົ້າຂອງໂຮງງານ ກໍເຊັນ ວ່າສິປ່ຽນແປງ ແຕ່ມາເບິ່ງຮອດມື້ນີ້ ຄືເກົ່າ ບໍ່ໄດ້ມີຫຍັງປ່ຽນ."
ທ່ານກ່າວຕື່ມວ່າ ໄດ້ຣາຍງານຜົລກະທົບທີ່ເກີດຂຶ້ນ ຕໍ່ຣັຖມົນຕຣີກະຊວງອຸດສາຫະກັມແລະການຄ້າ ເມື່ອວັນທີ 8 ມົກກະຣາ 2018 ນີ້ ໂດຍມີຂໍ້ສເນີ ໃຫ້ທາງໂຮງງານນັ້ນ ຍຸຕິການຜລິດປຸຍອິນຊີ ຫລືໃຫ້ຍ້າຍໂຮງງານໄປຕັ້ງ ຢູ່ບ່ອນອື່ນ ທີ່ຫ່າງຈາກຊຸມຊົນ ພາຍໃນ 3 ເດືອນ ນັບແຕ່ມື້ສເນີນັ້ນໄປ. ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ເຫັນວ່າຈະຍ້າຍອອກໜີ.
ດັ່ງນັ້ນ ປະຊາຊົນຈຶ່ງໄດ້ສົ່ງຣາຍງານກ່ຽວກັບຜົລກະທົບໃຫ້ ຍານາງ ສຸວັນເພັງ ບຸບຜານຸວົງ ຣັຖມົນຕຣີປະຈໍາ ສໍານັກງານ ນາຍົກຣັຖມົນຕຣີ ແລະຫ້ອງວ່າການ ສູນກາງພັກ ປະຊາຊົນ ປະຕິວັດລາວ ເພື່ອພິຈາຣະນາ; ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວໃນມື້ ດຽວກັນນັ້ນວ່າ:
"ດຽວ ນີ້ໄທເຮົາກໍປະສານນໍາກະຊວງ ເພາະວ່າຕົວນີ້ກະຊວງອະນຸຍາດເດ ທັງປະສານກໍາລັງ ປະສານຢູ່ເພື່ອໃຫ້ເພີ່ນລົງມາສົມທົບ ເພາະວ່າ ໄດ້ເຮັດຜ່ານມາແລ້ວ ຜ່ານມານັ້ນແມ່ນກົມອຸດສາຫະກັມໄທເຮົາ ກໍໄດ້ຣາຍງານໃຫ້ຫ້ອງວ່າການ ສູນກາງພັກ ແລ້ວເດ."
ສາເຫດທີ່ພາໃຫ້ເກີດກິ່ນເໝັນ ກໍຍ້ອນວ່າທາງໂຮງງານນໍາເອົາ ຂີ້ໄກ່ ຂີ້ແກບ, ເສດເຫລືອມັນຕົ້ນ ແລະເຊື້ອລາມາປະສົມເຂົ້າກັນ ແລະປະໄວ້ ປະມານ 30-40 ມື້ ຈຶ່ງສົ່ງອອກຂາຍ ແລະທາງໂຮງງານບໍ່ໄດ້ ຕິດຕັ້ງເຄື່ອງຈັກ ແລະຣະບົບດູດກິ່ນທີ່ໄດ້ ມາຕຖານ.
ໂຮງງານຜລິດປຸຍອິນຊີຂອງຈີນນີ້ ເລີ່ມການຜລິດມາຕັ້ງແຕ່ເດືອນທັນວາປີກາຍ. ໂຮງງານແຫ່ງນີ້ ເຄີຍເປັນໂຮງງານປຸງແຕ່ງເຫລັກ ຂອງ ບໍຣິສັດລາວ ຊິລິຄອນມາກ່ອນ ໂດຍໄດ້ຮັບໃບອະນຸຍາດ ໃຫ້ດໍາເນີນທຸຣະກິດ ຈາກກະຊວງອຸດສາຫະກັມ ແລະການຄ້າໂດຍກົງ.