ເນື້ອທີ່ທົ່ງນາ ຂອງເມືອງວັງວຽງ ຫຼຸດລົງເລື້ອຍໆ

ປັດຈຸບັນ ເນື້ອທີ່ທົ່ງນາຂອງປະຊາຊົນ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ຫລຸດໜ້ອຍຖອຍລົງ ເນື່ອງຈາກປະຊາຊົນ ຫັນເນື້ອທີ່ທົ່ງນາ ໄປເປັນອຸດສາຫະກັມ ການບໍຣິການ, ການທ່ອງທ່ຽວ ເປັນຈຳນວນຫຼາຍ ແລະມີແນວໂນ້ມວ່າ ເນື້ອທີ່ດິນນາໃນເຂດດັ່ງກ່າວນີ້ ຈະຫລຸດລົງເລື້ອຍໆ ໃນແຕ່ລະປີ.

ວິຖີຊິວິຕ ຂອງ (ເດັກນ້ອຍ) ຊາວວັງວຽງ ໃນຍຸກນີ້ ທີ່ໄຮ່ນາ ກາຍເປັນໂຮງຈັກ, ໂຮງງານ, ໂຮງແຮມ, ບ້ານພັກ ແລະອຸດສາຫະກັມ ທ່ອງທ່ຽວ. ເມືອງວັງວຽງ, ແຂວງວຽງຈັນ ເດືອນ ກໍຣະກະດາ ປີ 2022. RFA

ປັດຈຸບັນ ເນື້ອທີ່ທົ່ງນາຂອງປະຊາຊົນ ຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ຫລຸດໜ້ອຍຖອຍລົງ ເນື່ອງຈາກປະຊາຊົນ ຫັນເນື້ອທີ່ທົ່ງນາ ໄປສູ່ການບໍຣິການທ່ອງທ່ຽວ ເປັນຈຳນວນຫຼາຍ ແລະທ່າອ່ຽງຫລຸດລົງເລື້ອຍໆ ໃນແຕ່ລະປີ. ໂດຍເນື້ອທີ່ດິນທົ່ງນາຢູ່ ເມືອງວັງວຽງ ຫຼຸດລົງປະມານ 10% ໃນເນື້ອທີ່ທົ່ງນາ ທັງໝົດມີປະມານ 60,000 ເຮັກຕ້າຣ໌, ສາເຫດທີ່ພາໃຫ້ເນື້ອທີ່ນາ ຫຼຸດລົງເປັນ ຍ້ອນຊາວນາຈຳນວນນຶ່ງ ເຮັດນາ ຂາຍເຂົ້າໄດ້ລາຄາບໍ່ດີ ຈຶ່ງຫັນປ່ຽນມາເຮັດເປັນກິຈການ ບໍຣິການທ່ອງທ່ຽວ ໂດຍສະເພາະຮ້ານອາຫານ ແລະ ຊາວນາອີກຈຳນວນນຶ່ງ ກໍຂາຍດິນໃຫ້ນັກລົງທຶນ ທັງຊາວລາວ ແລະຕ່າງປະເທດ ໂດຍສະເພາະແມ່ນຄົນຈີນ ເພື່ອປະກອບທຸຣະກິຈເຮືອນພັກ, ໂຮງແຮມ ແລະ ໂຮມສະເຕ.

ເຖິງແມ່ນວ່າເນື້ອທີ່ນາ ຈະຫຼຸດລົງແຕ່ບໍ່ໄດ້ເຮັດໃຫ້ພື້ນທີ່ ສີຂຽວຂອງເມືອງວັງວຽງຫຼຸດລົງ ຢ່າງຫຼວງຫຼາຍເນື່ອງຈາກ ພາຍໃນເມືອງມີຄະນະກັມມະການ ປະເມີນຜົລກະທົບ ດ້ານສິ່ງແວດລ້ອມຄັກແນ່ ຫາກເຫັນວ່າກະທົບຕໍ່ພື້ນທີ່ສີຂຽວ ຂອງເມືອງກໍຈະບໍ່ອະນຸຍາດ ເນື້ອທີ່ດິນນາ ເປັນດິນສູ່ການບໍຣິການ ທ່ອງທ່ຽວ.

ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ສິງຫານີ້ວ່າ:

ສ່ວນຫຼາຍ ປະຊາຊົນ ເຂົາຢາກຫັນມາເຮັດວຽກ ການບໍຣິການຫຼາຍຂຶ້ນເນາະ ສະເລັ່ຽປະມານ 10% ໂດຍສະເພາະ ມີແຕ່ລຽບແຄມນໍ້າຄືວ່າ ມັນການພັທນາຫັ້ນນ່າ ມັນກ້າວກະໂດດ ແບບປະຊາຊົນ ເຂົາກໍບໍ່ເຄີຍເຫັນເນາະເຮັດການບໍຣິການນ່າມັນຫຼາຍມັນໄດ້ຮັບຄ່າຕອບແທນຫຼາຍໄປເຮັດນານີ້ມື້ນຶ່ງຕ້ອງໄປຕລອດໄປເຮັດການບໍຣິການ ໄປມື້ແລງ ມັນກໍໄດ້ເງິນໂລດ ສົມມຸດວ່າຊີ້ນ່າ.

ຢູ່ບ້ານຫ້ວຍແຍ້ ກໍມີເຈົ້າຂອງເນື້ອທີ່ດິນທົ່ງນາ ຜູ້ຊຶ່ງມີສິທນຳໃຊ້ທີ່ິດິນ ຂອງໂຕເອງໄດ້ພາກັນ ຫັນເນື້ອທີ່ດິນທົ່ງນາສ່ວນນຶ່ງໄປເປັນດິນປະກອບກິຈການຮ້ານອາຫານເນື່ອງຈາກເຮັດຮ້ານອາຫານໄດ້ລາຍໄດ້ດີກ່ວາເຮັດນາ ທີ່ໄດ້ແຕ່ເຂົ້າ ແລະຈົ່ງເນື້ອທີ່ດິນ ທົ່ງນາອີກສ່ວນນຶ່ງປູກເຂົ້າໄວ້ ແຕ່ບໍ່ປູກແບບຈິງຈັງ ແຕ່ປູກເຂົ້າແບບໃຫ້ນັກທ່ອງທ່ຽວ ມາເບິ່ງວີວທີວທັສ ແລະແບ່ງປັນເນື້ອທີ່ດິນ ທົ່ງນາອີກສ່ວນນຶ່ງ ເປັນດິນປູກກ້ວຍ, ລ້ຽງຫອຍ, ປາ, ກົບ ແລະ ສ້າງເຮືອນຊົມວີວ ເມືອງວັງວຽງ ທີ່ອ້ອມຮອບດ້ວຍພູຜາ, ທົ່ງນາ ແລະປ່າໄມ້ສີຂຽວ.

ດັ່ງເຈົ້າຂອງເນື້ອທີ່ດິນທົ່ງນາ ຢູ່ບ້ານຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ ກ່າວໃນມື້ດຽວກັນວ່າ:

ສິທໃນການນຳໃຊ້ທີ່ດິນ ໂຕຢ່າງວ່າທົ່ງນາ ເຮົາສາມາດນຳມາປ່ຽນ ເປັນເຮັດເປັນດິນຢ່າງອື່ນເນາະ ຈະມີ 3 ເອື້ອຍນ້ອງເນາະ ແລ້ວແບ່ງທີ່ນາກັນຫັ້ນນ່າ ແບບເປັນພີ່ນ້ອງກັນ ແລ້ວກໍຜູ້ນີ້ກໍເຮັດຮ້ານອາຫານ ຜູ້ນີ້ກໍເຮັດຮ້ານອາຫານ ເພາະວ່າລາຍໄດ້ຈາກໂຕນັ້ນ ມັນດີກ່ວາເຮົາເຮັດນາຫັ້ນນ່າ. ເຮົາເຮັດນາເຮົາໄດ້ແຕ່ເຂົ້າເນາະ ແຕ່ວ່າອັນນີ້ ເຮົາຈະບໍຣິຫານແບບວ່າ ເອີ ມີຮ້ານອາຫານ ມີບ່ອນນອນ.

ເຈົ້າຂອງເນື້ອທີ່ດິນ ທົ່ງນາຢູ່ບ້ານສອງ ເມືອງວັງວຽງ ແຂວງວຽງຈັນກ່າວວ່າ ໂຕເອງບໍ່ໄດ້ເຮັດນາມາ 2 ປີແລ້ວ ແລະ ໄດ້ປະກາດຂາຍເນື້ອທີ່ດິນທົ່ງນາ ມີໃບຕາດິນຂອບທອງຈຳນວນ 2 ເຮັກຕ້າຣ໌ ເນື່ອງຈາກເປັນດິນງາມ ຕິດກັບແຄມນໍ້າຊອງ ແລະຂີ່ຣົຖລົງທາງດ່ວນເຂົ້າມາ 400 ແມັດ ກໍຈະພໍ້ດິນບ່ອນນີ້ເລີຍ.

ພື້ນທີ່ທົງນາ ທີ່ກຳລັງຖືກປັບໜ້າດິນ ເພື່ອຮອງຮັບການບໍຣິການດ້ານອື່ນໆ ແທນ. ເມືອງວັງວຽງ, ແຂວງວຽງຈັນ ເດືອນ ກໍຣະກະດາ ປີ 2022.

ເມື່ອສັປດາທີ່ຜ່ານມາ ກໍໄດ້ມີນັກທຸຣະກິຈຈີນ ສົນໃຈຈະຊື້ບ່ອນນີ້ ເພື່ອສ້າງເປັນໂຮມສະເຕ ແລະ ເພິ່ນກຳລັງແລ່ນເອກສານຢູ່. ເຫດຜົລທີ່ວ່າ ເປັນຫຍັງໂຕເອງບໍ່ໄດ້ເຮັດນາຄືເກົ່າແລ້ວ ປ່ອຍໃຫ້ເປັນເນື້ອທີ່ເປົ່າຫວ່າງ ເພື່ອລໍຖ້າຄົນຊື້ກໍຍ້ອນວ່າໂຕເອງ ບໍ່ມີເວລາເຮັດນາ ແລະ ກໍມີກິຈການຂາຍເຄື່ອງ ຢູ່ນະຄອນຫຼວງວຽງຈັນ ແລ້ວຈຶ່ງຢາກໄດ້ເງິນກ້ອນນຶ່ງ ມາລົງທຶນຂຍາຍກິຈການໂຕເອງ.

ດັ່ງເຈົ້າຂອງເນື້ອທີ່ດິນທົ່ງນາ ຢູ່ບ້ານສອງ ເມືອງວັງວຽງ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ເອື້ອຍເຮັດນາ ແລ້ວກໍມີສ່ວນທີ່ວ່າເປັນດິນໂຄກແດ່ ເຄີ່ງນຶ່ງຕະກີ້ກໍເຮັດນາຢູ່ ແລ້ວດຽວນີ້ ບໍ່ມີຜູ້ເຮັດ. ເຊົາເຮັດໄດ້ 2 ປີນີ້ແຫຼະ. ເອື້ອຍຄ້າຂາຍເດ້ ເອື້ອຍບໍ່ມີເວລາໄປເຮັດ. ມັນຕ້ອງໄດ້ຂາຍ (ເນື້ອທີ່ທົ່່ງນາ) ເພື່ອເອົາເງິນມາເຮັດທຸຣກິຈຈັ່ງຊີ້ນ່າ. ແຕ່ຊິໃຫ້ເອື້ອຍ ເອົາເງິນໄປລົງເຮັດ (ໂຮງແຮມ, ເຮືອນພັກ, ຮ້ານອາຫານ) ເອື້ອຍບໍໍ່ມີ. ເອື້ອຍບໍ່ມີເງິນປານນັ້ນ.

ສ່ວນດິນປ່າ ຢູ່ເຂດບ້ານສະຫວ່າງ ເມືອງວັງວຽງ ກໍມີນັກລົງທຶນຈີນ ໄປຊື້ດິນປ່າຈາກເຈົ້າຂອງດິນຄົນລາວມາພັທນາດິນ ສ້າງເປັນໂຮງແຮມ ເພື່ອຮອງຮັບການທ່ອງທ່ຽວ ຫຼາຍປີແລ້ວ, ສ່ວນຄົນລາວທີ່ຂາຍດິນ ໃຫ້ນັກລົງທຶນຈີນ ກໍຍ້ອນວ່າມີດິນຫຼາຍບ່ອນ ຂາຍບ່ອນນຶ່ງ ກໍຍັງເຫຼືອອີກບ່ອນນຶ່ງ.

ດັ່ງພນັກງານ ຢູ່ໂຮງແຮມເຂດດັ່ງກ່າວ ກ່າວໃນມື້ດຽວກັນວ່າ:

ຄິດວ່າ ໜ້າຈະບໍ່ແມ່ນດິນທົ່ງນາ ໂຕນີ້ນ່າຜ່ານມາດິນຂ້າງໆ ກໍເປັນປ່າໝົດ. ຄົນເກົ່າ ເຂົາເຈົ້າອາຈະໃຊ້ງົບໄປບ່ອນອື່ນບໍ່ ຫຼືຍ້າຍຖິ່ນຖານ ຍ້າຍປະມານນັ້ນ. ແລ້ວສ່ວນຫຼາຍ ຄົນຢູ່ນີ້ ເຂົາເຈົ້າ ຂາຍມີແຕ່ແນວນັ້ນຫັ້ນແຫຼະ ເພາະວ່າເຂົາເຈົ້າຂາຍບ່ອນນຶ່ງ ໄປສ້າງອີກບ່ອນນຶ່ງ ແນວນີ້ແຫຼະ.

ສ່ວນໃນມຸມມອງ ຂອງນັກທ່ອງທ່ຽວນັ້ນ ຊາວລາວຜູ້ນຶ່ງ ຈາກເມືອງແປກ ແຂວງຊຽງຂວາງ ທີ່ໄດ້ໄປທ່ຽວເມືອງວັງວຽງ ເມື່ອປີ 2016 ກໍໄດ້ກ່າວວ່າ ກໍໄດ້ພົບບັນຍາກາດ ທີມີແຕ່ພື້ນສີຂຽວ ສວຍງາມ ອາກາດເຢັນ ເຖິງວ່າຈະມີແດດກໍມີລົມພັດແຮງ ບໍ່ເຮັດຮູ້ສຶກຮ້ອນຫີວນໍ້າ ແລະ ຖ້າຫາກພື້ນທີ່ສີຂຽວ ໃນເມືອງວັງວຽງຫຼຸດລົງ ໃນອະນາຄົຕກໍຈະເຮັດໃຫ້ ຄວາມຮູ້ສຶກທີ່ໂຕເອງເຄີຍໄດ້ຮັບ ຄືແຕ່ກອນຫຼຸດລົງ ຕາມພືື້ນທີ່ສີຂຽວ.

ດັ່ງນັກທ່ອງທ່ຽວ ຈາກເມືອງແປກ ແຂວງຊຽງຂວາງ ມາທ່ຽວເມືອງວັງວຽງ ແຂວງວຽງຈັນກ່າວ ໃນມື້ດຽວກັນນີ້ວ່າ:

ວັງວຽງຕອນນັ້ນຫັ້ນ ຍັງມີປ່າໄມ້ຫຼາຍ ຍັງຂຽວງົດງາມ ກໍເລີຍລົມພັດເຢັນດີ ຮົ່ມເຢັນດີ ຕອນນັ້ນ ອັນເຣື່ອງສັມພັດແດດຢູ່ ແຕ່ວ່າແດດຮ້ອນ ມັນກໍມີລົມພັດແຮງ ຖ້າຫາກພື້ນທີ່ສີຂຽວຫຼຸດລົງ ກໍແນ່ນອນຢູ່ແລ້ວ ບັນຍາກາດແບບເກົ່າ ກໍຈະບໍ່ໄດ້ຮັບອີກ ແລ້ວຖ້າວ່າໄດ້ຮັບ ກໍໄດ້ຮັບໜ້ອຍຫັ້ນນ່າ ລົມພັດເຢັນດີນີ້ມັນກໍມີໜ້ອຍແລ້ວເດ້ ເພາະວ່າປ່າໄມ້ສີຂຽວຫັ້ນ ມັນຖືກ (ຕັດ) ໄປໝົດແລ້ວຫັ້ນນ່າ.

ທ່ານ ບຸນຈັນ ມະລະວົງ ເຈົ້າເມືອງ ເມືອງວັງວຽງ ກໍໄດ້ສະແດງຄວາມເປັນຫ່ວງ ແລະ ໄດ້ກ່າວຕໍ່ວິທຍຸກະຈາຍສຽງ ແຫ່ງຊາຕ ເມື່ອບໍ່ດົນມານີ້ວ່າ ບັນດາໂຄກງານ ກິຈການ ທີ່ຣັຖບານເຊັນອະນຸຍາດ ໃຫ້ມາສຶກສາສຳຣວດ ຄວາມເປັນໄປໄດ້ ໃນການປັບປຸງແຫຼ່ງທ່ອງທ່ຽວ ນັບທັງດິນນາ, ດິນສວນ ແລະ ທຸກປະເພດດິນ. ສະນັ້ນພາກສ່ວນທຸຣະກິຈ ຜູ້ປະກອບການ ຈະຕ້ອງຄຳນຶ່ງເຖິງ ການອະນຸຮັກເນື້ອທີ່ດິນທົ່ງນາໄວ້ ໃຫ້ຕິດພັນກັບການທ່ອງທ່ຽວ ແລະເອົານາເປັນພື້ນທີ່ສີຂຽວ ເພື່ອຄວາມສວຍງາມ.

ດັ່ງທ່ານ ບຸນຈັນ ມະລະວົງ ເຈົ້າເມືອງວັງວຽງກ່າວວ່າ:

ກິຈການຕ່າງໆ ທີ່ຣັຖບານເຊັນອະນຸຍາດ ໃຫ້ມາສຶກສາ ສຳຣວດຄວາມເປັນໄປໄດ້ ໃນການປັບປຸງແຫຼ່ງທ່ອງທ່ຽວ ກໍນັບທັງດິນນາ, ດິນສວນຕ່າງໆ ທຸກປະເພດດິນ ສະນັ້ນອາຈຈະນຳດິນນາ ໄປສູ່ດິນການບໍຣິການອື່ນໆນີ້ ມີທ່າອ່ຽງສູງ ແຕ່ວ່າມັນກໍຍັງແມ່ນຄວາມຕັດສິນ ຂອງຜູ້ປະກອບການ ກໍຈຳນວນນຶ່ງ ຫົວໜ່ວຽທຸຣະກິຈ ຜູ້ປະກອບການເພາະວ່າ ເນື້ອທີ່ນານີ້ມັນເປັນບ່ອນ ທີ່ຮັກສາໄວ້ໃຫ້ມັນຕິດພັນ ກັບການສ້າງແຫຼ່ງທ່ອງທ່ຽວ ແລ້ວເຮົາອາສັຍນາເປັນພື້ນທີ່ສີຂຽວ ສະນັ້ນການຜລິຕເຂົ້ານີ້ ເຫັນວ່າເນື້ອທີ່ນີ້ ຈະຈຳກັດລົງ.

ທ່ານເຈົ້າເມືອງ ເມືອງວັງວຽງກ່າວຕື່ມວ່າ ປັດຈຸບັນຣັຖບານ ໄດ້ເຊັນສັນຍາອະນຸຍາດ ໃຫ້ຫົວໜ່ວຽທຸຣະກິຈ ເຂົ້າມາສຶກສາຄວາມເປັນໄປໄດ້ ໃນການປັບປຸງແຫຼ່ງ ທ່ອງທ່ຽວພາຍໃນເມືອງ ຈຳນວນ 5 ໂຄງການໃຫຍ່ ໃນເນື້ອທີ່ 40% ໃນເທສບານເມືອງ ແລະ ຈະປັບປຸງພັທນາ ໃຫ້ເປັນສະຖານທີ່ທ່ອງທ່ຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org