ຊາວນາ ມີນ້ຳປູກເຂົ້າ ພາຍຫຼັງ ເຂື່ອນນ້ຳແທ້ ປ່ອຍນ້ຳ

ຈຳ​ປາ​ທອງ
2021.08.26
ຊາວນາ ມີນ້ຳປູກເຂົ້າ ພາຍຫຼັງ ເຂື່ອນນ້ຳແທ້ ປ່ອຍນ້ຳ ຊາວບ້ານຢູ່ເມືອງຄໍາ ແຂວງຊຽງຂວາງ ໄດ້ເຕົ້າໂຮມກັນ ຮຽກຮ້ອງ ໃຫ້ ບໍຣິສັດ ໜອງໄຮ ທີ່ເປັນເຈົ້າຂອງ ເຂື່ອນໄຟຟ້າ ນໍ້າແທ້ ປ່ອຍນໍ້າ ພາຍຫຼັງທີ່ ເຂື່ອນ ໄດ້ຕັນນໍ້າໄວ້.
ພາບຈາກ: ວີດີໂອ ນັກ​ຂ່າວພົລເມືອງ

ປັດຈຸບັນ ປະຊາຊົນ ຫຼາຍຄອບຄົວ ໃນຈໍານວນ 90 ປາຍຄອບຄົວ ຢູ່ 7 ບ້ານ ຮວມທັງ ບ້ານກ້ວຍ, ບ້ານດຸງ, ບ້ານໝຸ່ນ ຢູ່ເມືອງຄໍາ ແຂວງຊຽງຂວາງ ມີນໍ້າປູກເຂົ້າ ນາປີແລ້ວ ຫລັງຈາກ ກຸ່ມບໍຣິສັດ ໜອງໄຮ ທີ່ເປັນເຈົ້າຂອງ ເຂື່ອນໄຟຟ້າ ນໍ້າແທ້ ປ່ອຍນໍ້າລົງມາ ໃຫ້ໃນອາທິດ ທີ່ຜ່ານມາ ຕາມຄໍາຂໍຮ້ອງ ຂອງຊາວບ້ານ ຍ້ອນບໍ່ມີ ນໍ້າເຂົ້ານາ. ແຕ່ກໍຍັງມີຊາວບ້ານ ຈໍານວນນຶ່ງ ທີ່ຢູ່ໄກ ຈາກຄອງນໍ້າ ຍັງບໍ່ທັນ ມີນໍ້າເທື່ອ ດັ່ງປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນ ບໍ່ປ່ອຍນໍ້າລົງມານັ້ນ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ສິງຫານີ້ວ່າ:

“ທຸກມື້ນີ້ ປັດຈຸບັນນີ້ ຖືວ່າ ນໍ້າປົກຕິແລ້ວ ນໍ້າເຕັມຄອງເໝືອງ ຕລອດເລີຍ ຢູ່ທາງດອກຄໍາ ນາເມືອງ ນີ້ໄກ ແຕ່ວ່າ ກະສິຮອດ ຢູ່ບາງສ່ວນ ສ່ວນຫຼາຍຫັ້ນແຫລະ ແຕ່ວ່າ ດ້ວຍຄວາມສາມາດແຫລະ ບ້ານໝຸ່ນ, ບ້າງຊາງ, ບ້ານຄຸງ, ບ້ານກ້ວຍແທ້ ມີໃຫ້ຜົລດີ 100 ເຣື່ອງນໍ້ານີ້ນ່າ.”

ເມື່ອກ່ອນໜ້ານີ້ ຊາວບ້ານ ຫຼາຍຄອບຄົວ ກໍເຄີຍໄດ້ ຮຽກຮ້ອງ ໃຫ້ກຸ່ມບໍຣິສັດ ດັ່ງກ່າວ ຊົດເຊີຽ ຄວາມເສັຽຫາຍ ທີ່ເກີດຈາກ ຜົລກະທົບ ຂອງເຂື່ອນ ໃນໄລຍະ ທີ່ຜ່ານມາ ຊຶ່ງເຮັດໃຫ້ ຫຼາຍຄອບຄົວ ບໍ່ສາມາດປູກເຂົ້າໄດ້, ຂາດລາຍໄດ້, ຂາດເຂົ້າກິນ ແຕ່ທາງ ບໍຣິສັດ ຍັງບໍ່ໃຫ້ ຄໍາຕອບເທື່ອ.

ປະຊາຊົນ ບ້ານດອກຄໍາ ນາງນຶ່ງ ເວົ້າໃນມື້ ວັນທີ 25 ສິງຫານີ້ວ່າ ເຖິງແມ່ນ ເຂື່ອນໄຟຟ້າ ນໍ້າແທ້ ຈະປ່ອຍນໍ້າ ລົງໃສ່ ຄອງເໝືອງ ແລ້ວກໍຕາມ ແຕ່ຊາວບ້ານ ຫຼາຍຄອບຄົວ ຢູ່ບ້ານຂອງພວກຕົນ ຍັງບໍ່ມີນໍ້າ ທົ່ວເຖິງ ຍ້ອນຢູ່ໄກຈາກ ຄອງເໝືອງ, ນໍ້າຍັງໄຫຼ ບໍ່ທັນມາຮອດເທື່ອ:

“ເອີ ເຂົາປ່ອຍ ໂດຍສະເພາະ ແມ່ນໄທບ້ານຄອກຄໍານີ້ ບໍ່ມີໃຜໄດ້ ຫຼາຍຄົນບໍ່ໄດ້ ຜູ້ຢູ່ໃກ້ ຫັ້ນລະໄດ້ ຜູ້ຢູ່ໄກລະ ບໍ່ໄດ້.”

ໃນຂະນະດຽວກັນ ຊາວບ້ານ ທີ່ອາສັຍ ຢູ່ໃກ້ຄອງນໍ້າ ຜູ້ນຶ່ງ ເວົ້າກ່ຽວກັບ ບັນຫາ ທີ່ເກີດຂຶ້ນ ກ່ອນໜ້ານີ້ວ່າ ທາງພາກສ່ວນ ທີ່ກ່ຽວຂ້ອງ ໄດ້ແກ້ໄຂ ເຣື່ອງນໍ້າໃຫ້ ແລະ ຊາວບ້ານ ກໍມີນໍ້າ ປູກເຂົ້າໄດ້ ຕາມປົກຕິແລ້ວ:

“ເອີ ປັດຈຸບັນນີ້ ກະຖືວ່າ ບໍ່ມີຫຍັງແລ້ວເນາະ ແນ່ນອນວ່າ ທາງພາກສ່ວນ ທີ່ກ່ຽວຂ້ອງ ຂະເຈົ້າ ຕ້ອງໄດ້ລົງ ຮັບຜິດຊອບ ຫັ້ນນ່າ. ໂຕນີ້ ມັນໄດ້ ພົວພັນ ກັບສາຍຕັ້ງ ຂອງແຂວງ ຂອງເມືອງເດ໋ນໍ໋ ປົກຕິນີ້ ຂະເຈົ້າ ກະເຮັດມາ ແຕ່ດົນແລ້ວເນາະ ໄລຍະນີ້ ມັນເປັນໄລຍະ ທີ່ເຂົ້າກໍາລັງໂຄ້ງ ກໍາລັງມານເນາະ ແລ້ວນໍ້າຫັ້ນ ບໍ່ພໍ.”

ເຈົ້າໜ້າທີ່ ເມືອງຄໍາ ທີ່ຢູ່ໃນ ຄະນະໄກ່ເກັ່ຽ ບັນຫາ ການບໍ່ມີນໍ້າ ໃຫ້ປະຊາຊົນ ປູກເຂົ້ານັ້ນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 25 ສິງຫານີ້ວ່າ ບັນຫາ ດັ່ງກ່າວ ໄດ້ຮັບການແກ້ໄຂແລ້ວ ແລະ ທາງເຈົ້າໜ້າທີ່ ກໍໄດ້ຕິດຕາມ ເຣື່ອງການໃຫ້ ເຂື່ອນໄຟຟ້າ ນໍ້າແທ້ ປ່ອຍນໍ້າ ອອກຈາກເ ຂື່ອນລົງມາ ຕາມທີ່ ຊາວບ້ານ ຮ້ອງຂໍ ຊຶ່ງທາງເຂື່ອນນັ້ນ ກໍປະຕິບັດ ຕາມແລ້ວ:

“ມັນແນວນີ້ ທາງເມືອງເຮົາ ກະໄດ້ແກ້ໄຂ ຖືວ່າ ສໍາເຣັດແລ້ວ ກະບໍ່ມີ ຜົລກະທົບ ຫຍັງຫຼາຍ ທາງເມືອງ ກະໄດ້ແກ້ໄຂ ກັບບໍຣິສັດ ກັບປະຊາຊົນ ກະໂອເຄແລ້ວ.”

ແຕ່ສໍາລັບ ບາງບ້ານ ທີ່ນໍ້າ ຍັງບໍ່ໄຫຼ ໄປຮອດນັ້ນ ກໍອາຈ ເກີດມາຈາກ ຫຼາຍສາເຫດ ເປັນຕົ້ນ ຄອງນໍ້າ ປັດຈຸບັນ ມີສະພາບ ບໍ່ດີປານໃດ ຊຶ່ງພາກສ່ວນ ທີ່ກ່ຽວຂ້ອງ ກໍວ່າ ຈະຊ່ອຍແກ້ໄຂ ໃຫ້ໃນມໍ່ໆນີ້ ເພື່ອໃຫ້ ຊາວບ້ານ ມີນໍ້າພຽງພໍ ແລະ ທົ່ວເຖິງ.

ກ່ຽວກັບ ເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຫາ ກຸ່ມບໍຣິສັດ ໜອງໄຮ ທີ່ມີຫ້ອງການ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອຂໍຮູ້ ກ່ຽວກັບ ເຣື່ອງການແກ້ໄຂ ບັນຫາ ດັ່ງກ່າວ ເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ບໍ່ສາມາດ ໃຫ້ຣາຍລະອຽດໄດ້, ບອກໃຫ້ຮູ້ ໄດ້ພຽງແຕ່ວ່າ ທາງບໍຣິສັດ ໄດ້ແກ້ໄຂ ບັນຫານັ້ນແລ້ວ.

ເມື່ອວັນທີ 14 ສິງຫານີ້ ຊາວບ້ານ ຢູ່ເມືອງຄໍາ ຫຼາຍຄອບຄົວ ໄດ້ໄປເຕົ້າໂຮມກັນ ທວງ ໃຫ້ກຸ່ມ ບໍຣິສັດ ໜອງໄຮ ທີ່ເປັນເຈົ້າຂອງ ເຂື່ອນໄຟຟ້າ ນໍ້າແທ້ ປ່ອຍນໍ້າ ອອກຈາກເຂື່ອນ ລົງມາ ຕາມສັນຍາ ທີ່ໄດ້ໃຫ້ໄວ້ ກັບພວກເຂົາເຈົ້າ ເນື່ອງຈາກ ຫຼາຍຄອບຄົວ ບໍ່ມີ ນໍ້າປູກເຂົ້ານາປີ ພຽງພໍ ແຕ່ເດືອນມີນາ 2021 ເປັນຕົ້ນມາ ແລະ ທັງຮຽກຮ້ອງ ໃຫ້ກຸ່ມບໍຣິສັດນີ້ ຢຸດຜລິດໄຟຟ້າ ນັບຕັ້ງແຕ່ ມື້ວັນທີ 14 ສິງຫາ 2021 ນີ້ເປັນຕົ້ນໄປ, ບໍ່ດັ່ງນັ້ນ ກໍຕ້ອງທົດແທນ ຄວາມເສັຽຫາຍ ທັງໝົດ ທີ່ເກີດຈາກ ການບໍ່ປ່ອຍນໍ້າ ລົງມາໃຫ້ ຊາວບ້ານ ໄດ້ປູກເຂົ້ານັ້ນ.

ໂຄງການ ເຂື່ອນໄຟຟ້າ ນໍ້າແທ້ ຂນາດ 24.60 ເມກາວັດ ຕັ້ງຢູ່ ເຂດບ້ານນໍ້າແທ້, ບ້ານຊາງ ເມືອງຄໍາ ແຂວງຊຽງຂວາງ ເຣີ່ມກໍ່ສ້າງ ມາແຕ່ເດືອນສິງຫາ 2019 ແລະ ກໍ່ສ້າງສໍາເຣັດ ໃນຕົ້ນປີ 2021 ນີ້ ໂດຍກຸ່ມ ບໍຣິສັດ ໜອງໄຮ ເປັນຜູ້ລົງທຶນ ແລະ ຮັບເໝົາກໍ່ສ້າງ ແຕ່ບໍ່ເປີດເຜີຍ ມູນຄ່າ ການລົງທຶນ ແລະ ຜູ້ຖືຮຸ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.