ມ.ຈອມເພັດຈະຍ້າຍຊາວບ້ານ ຈາກ ໂຄງການ ເຂື່ອນ
2019.07.11
ປະຊາຊົນເມືອງຈອມເພັດ ແຂວງຫຼວງພຣະບາງ ປະມານ 465 ຄອບຄົວ ໃນຈໍານວນ 10 ບ້ານ ຈະເລີ້ມໂຍກຍ້າຍ ຈາກບ້ານເກົ່າໄປຢູ່ ບ່ອນຈັດສັນ ນັບຕັ້ງແຕ່ ເດືອນກໍຣະກະດາ ນີ້ເປັນຕົ້ນໄປ ເພື່ອຫຼີກທາງ ໃຫ້ໂຄງການສ້າງເຂື່ອນ ໄຟຟ້ານໍ້າຂອງ ຢູ່ແຂວງຫຼວງພຣະບາງ, ຊຶ່ງກໍາລັງຢູ່ໃນຣະຫວ່າງ ການສໍາຣວດຜົລກະທົບ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງ ຫຼວງພຣະບາງ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 11 ກໍຣະກະດາ ນີ້:
“ຂະເຈົ້າກະວ່າຈະໃຫ້ລົງມືໄວໆນີ້ ຕາມແຜນຂະເຈົ້າກະເດືອນນີ້ນິ່ແຫຼະ ຂະເຈົ້າຈັດສັນໝົດແລ້ວສັນຍາ ເພິ່ນກະຕ້ອງເຮັດສັນຍາກໍ່ສ້າງ ກ່ອນເນາະ.”
ທ່ານກ່າວຕື່ມວ່າ ປະຊາຊົນເມືອງຈອມເພັດ ຈະຖືກໂຍກຍ້າຍ ໄປຢູ່ບ່ອນຈັດສັນ ກ່ອນເມືອງອື່ນໆ ຍ້ອນບໍຣິເວນສ້າງເຂື່ອນຈະຢູ່ກາງ ແມ່ນໍ້າຂອງ ໃນເຂດເມືອງຈອມເພັດ ສ່ວນເຣື່ອງການຊົດເຊີຍ ໃຫ້ແກ່ຜູ້ ຖືກຜົລກະທົບນັ້ນ ກໍກໍາລັງຢູ່ຣະຫວ່າງການຮິບໂຮມຂໍ້ມູນ ຄວາມເສັຽຫາຍ ຂອງແຕ່ລະຄອບຄົວຢູ່.
ຢ່າງໃດກໍຕາມ ໂຄງການສ້າງເຂື່ອນໄຟຟ້ານໍ້າຂອງ ຈຸດແຂວງຫຼວງພຣະບາງ ຈະສົ່ງຜົລກະທົບ ຕໍ່ປະຊາຊົນ ທັງໝົດ 1,077 ຄອບຄົວ ໃນນັ້ນ ມີປະຊາຊົນ ປະມານ 4,600 ຄົນ. ຂໍ້ມູນເບື້ອງຕົ້ນ ຢູ່ເມືອງຈອມເພັດ ແຂວງຫຼວງພຣະບາງ ມີປະຊາຊົນຈໍານວນ 465 ຄອບຄົວ, ເມືອງປາກອູ ແຂວງຫຼວງພຣະບາງ 72 ຄອບຄົວ, ເມືອງງາ ແຂວງອຸດົມໄຊ ຈໍານວນ 520 ຄອບຄົວ ແລະເມືອງຫົງສາ ແຂວງໄຊຍະບູລີ ຈໍານວນ 20 ຄອບຄົວ.
ໂຄງການສ້າງເຂື່ອນໄຟຟ້ານໍ້າຂອງ ຢູ່ແຂວງຫຼວງພຣະບາງ ເປັນການຮ່ວມທຶນ ຂອງຣັຖບານລາວ ກັບ ບໍຣິສັດ ຊ. ການຊ່າງ ຂອງໄທ ແລະ ບໍຣິສັດ PetroVietnam Power Corporation ທີ່ເປັນຂອງ ຣັຖບານວຽດນາມ. ເຂື່ອນແຫ່ງນີ້ ຈະມີກໍາລັງການຜລິດກະແສໄຟຟ້າ ຢູ່ທີ່ 1,410 ເມກາວັດ ແລະເຈົ້າໜ້າທີ່ວິຊາການ ຈໍານວນນຶ່ງ ໄດ້ລົງໄປສໍາຣວດຢູ່ໃນພືຶ້ນທີ່ແລ້ວ, ປັດຈຸບັນ ໂຄງການເຂື່ອນໄຟຟ້ານໍ້າຂອງ ກໍາລັງຢູ່ໃນຣະຍະສໍາຣວດອອກແບບ ແລະປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແຕ່ຍັງບໍ່ເປີດເຜີຍວ່າ ຈະເຣີ້ມສ້າງເມື່ອໃດ.
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ບໍຣິສັດ PetroVietnam Power Corporation ແລະ ບໍຣິສັດ CK Power ຊຶ່ງເປັນ ນຶ່ງໃນຜູ້ຮັບເໝົາ ໂຄງການດັ່ງກ່າວ ແຕ່ເຈົ້າໜ້າທີ່ ຍັງບໍ່ພ້ອມ ເປີດເຜີຍ ຂໍ້ມູນ.