ຊາວບ້ານຈາກເຂື່ອນນໍ້າທາ ລໍາບາກ

ມະນີຈັນ
2016.08.25
F-Luangnamtha ສໍານັກງານປົກຄອງ ແຂວງ ຫຼວງນໍ້າທາ
RFA/LX

ປະຊາຊົນ ກວ່າ 300 ຄອບຄົວ ທີ່ຖືກໃຫ້ ໂຍກຍ້າຍ ມາຢູ່ເຂດ ທາງແຮນ ແຂວງ ຫລວງນໍ້າທາ ພາຍຫລັງຖືກ ຜົລກະທົບ ຈາກການສ້າງ ເຂື່ອນນໍ້າທາ1 ຍັງບໍ່ໄດ້ ຮັບ ການຊ່ວຍເຫຼືອ ເຣື່ອງ ນໍ້າສະອາດ ເງິນຊົດເຊີຍ ແລະ ເຣື່ອງຫົນທາງ ຕາມທີ່ໄດ້ເຄີຍ ຕົກລົງ ກັນໄວ້ກັບ ບໍຣິສັດ ແສງເພັດ ແລະ ບໍຣິສັດ ບຸນເພັງ ທີ່ຕ້ອງ ຮັບຜິດຊອບ ເຣື່ອງນີ້. ຕາມການເປີດເຜີຍ ຂອງ ຊາວບ້ານ ທີ່ ບໍ່ປະສົງ ອອກຊື່ ຕໍ່ RFA ໃນວັນທີ 24 ສິງຫາ ນີ້:

"ບໍຣິສັດ ແສງເພັດ ວ່າຊ່ວຍທາງ ກໍບໍ່ມີຫຍັງ ກໍບໍ່ມີ ທາງອອກ ປະຊາຊົນ ກໍຮ້ອງກໍໃຫ້ ທຸກມື້ ນໍ້າກິນ ກໍບໍ່ມີ ເຮັດກໍບໍ່ເຮັດ ທາງກໍບໍ່ມີ ເຂົ້າຈະກິນ ກໍບໍມີ ເອົາກັນມາ ປະທຸກ ມາລໍາບາກ ປະຊາຊົນ ບໍ່ແມ່ນ ຂອງງ່າຍໆ ກິນແຕ່ໜໍ່ ກິນແຕ່ຜັກໄຮ່ ຜັກສວນຫັ້ນ ບໍ່ມີ ຫຍັງກິນ ກິນຜັກຂົມ".

ຊາວບ້ານ ເວົ້າວ່າ ເຣື່ອງ ນໍ້າສະອາດນີ້, ຜ່ານມາ ຊາວບ້ານ ໄດ້ພາກັນໄປ ຮຽກຮ້ອງ ໄປຫາ ບໍຣິສັດ ຫຼາຍເທື່ອແລ້ວ, ແຕ່ທາງ ບໍຣິສັດ ກໍມີແຕ່ ຫລີກລ່ຽງ ບາງເທື່ອ ກໍບໍ່ຢູ່ ບາງເທື່ອ ກໍບໍ່ຍອມ ມາພົບ ຊາວບ້ານ ແລະ ບາງເທື່ອ ໂທຣະສັບ ກໍບໍ່ຮັບ, ແລະ ຫລ້າສຸດ ເມື່ອ ປະມານ ກາງເດືອນ ສິງຫາ ນີ້ ຊາວບ້ານ ກໍໄດ້ພາກັນ ໄປຮ້ອງຂໍ ທີ່ ບໍຣິສັດ ຕື່ມອີກ, ແລະ ທາງບໍຣິສັດ ກໍຮັບ ເຣື່ອງໄວ້ ພ້ອມກັບ ບອກວ່າ ຈະເຂົ້າມາ ຊ່ວຍເຫຼືອ ແຕ່ ຈົນຮອດ ປັດຈຸບັນ ກໍຍັງບໍ່ ມີຫຍັງ.

ແລະວ່າ ໃນລະຍະ 2 ເດືອນ ທີ່ຊາວບ້ານ ຍ້າຍມາຢູ່ ເຂດທາງແຮນ ຊາວບ້ານ ຕ້ອງທົນກັບ ຄວາມອຶດຢາກ ສ່ວນຫຼາຍ ຕ້ອງຊອກນໍ້າ ຈາກຫ້ວຍ ຊຶ່ງ ຕ້ອງຍ່າງໄປ ປະມານ 5 ກິໂລແມັຕ ບາງບ້ານ ກໍໂຕ່ງເອົາ ນໍ້າຝົນ ມາຕົ້ມກິນ. ຊາວບ້ານ ທ່ານນີ້ ເວົ້າອີກວ່າ 2 ບໍຣິສັດ ທີ່ວ່ານັ້ນ ກໍຮູ້ວ່າ ຊາວບ້ານ ກໍາລັງ ປະສົພກັບ ບັນຫາຫຍັງ ແລະ ຊາວບ້ານ ຕ້ອງການ ຫຍັງ:

"ຢາກໄດ້ ນໍ້າສະອາດ ມາກິນ 2 ຢາກໄດ້ເຣື່ອງ ທາງ ໃຫ້ເຂົາ ສ້ອມແປງທາງ ອີກ ກໍບຸນນ້ອຍນຶ່ງ ແລ້ວ ອັນນີ້ ທາງ ຈະໄປ ກໍບໍ່ມີ ນໍ້າຈະກິນ ກໍບໍ່ມີ ສ່ວນຫຼາຍ ຈະກິນແຕ່ນໍ້າ ທາງນໍ້າຝົນ ມີແຕ່ຢ່າງວ່າ ແຕ່ເຂົ້າສານ ຢ່າງດຽວຫັ້ນ ບໍ່ຫຼາຍດອກ ເຂົາໃຫ້ ຄົນນຶ່ງ 20 ໂລ ເດັກນ້ອຍ ໃຫ້ຄົນນຶ່ງ 10 ໂລ ໃຫ້ແຕ່ເທື່ອດຽວ ບໍຣິສັດ ແສງເພັດ ນໍ໊".

ກ່ຽວກັບເຣື່ອງນີ້ RFA ໄດ້ຕິດຕໍ່ໄປຫາ ບໍຣິສັດ ແສງເພັດ ແຕ່ກໍບໍ່ ສາມາດ ຕິດຕໍ່ໄດ້. ພ້ອມກັນນີ້ ກໍໄດ້ຕິດຕໍ່ ໄປຜແນກ ພລັງງານ ແລະບໍ່ແຮ່ ແຂວງ ຫຼວງນໍ້າທາ ເພື່ອ ຂໍຄວາມເຫັນ ແຕ່ທາງ ເຈົ້າໜ້າທີ່ ຫ້ອງການ ບໍ່ອອກ ຄວາມເຫັນໃດໆ ແລະ ບໍ່ໃຫ້ ສັມພາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.