ຊາວບ້ານລໍາບາກຍ້ອນ ເຂື່ອນ ນໍ້າຄານ 2

ໄມຊູລີ
2018.05.23
F-namkhan2 ໃນຂົງເຂດບໍຣິເວນ ເຂື່ຶອນນໍ້າຄານ 2 ທີ່ເປີດໃຊ້ແລ້ວ
Screen captured : laujxeebhmoob hawj video https://www.youtube.com/watch?v=8GPbVSnZ4kw

ປະຊາຊົນ ເກືອບ 400 ຄອບຄົວ ເຂດບ້ານພູຊ້າງ ຫຼື ບ້ານຈັດສັນ ທີ່ຖືກກະທົບ ຈາກໂຄງການ ເຂື່ອນໄຟຟ້າ ນໍ້າຄານ 2 ເມືອງຊຽງເງິນ ແຂວງຫລວງພຣະບາງ ຍັງບໍ່ມີດິນປູກຝັງ ເຖິງແມ່ນວ່າ ໂຄງການເຂື່ອນ ດັ່ງກ່າວ ສ້າງສໍາເຣັດມາແລ້ວ ຕັ້ງແຕ່ ປີ 2015 ກໍຕາມ. ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ວ່າ:

“ກໍມີເຮືອນໃຫ້ແລ້ວ ເວົ້າແລ້ວກໍບໍ່ຢາກດີຂຶ້ນຫັ້ນແຫລະເນາະ ເນື້ອທີ່ ທໍາການຜລິດ ກໍບໍ່ຢາກມີປານໃດ ບາດນີ້ ບ້ານຫລາຍບ້ານ ມາໂຮມ ເປັນບ້ານດຽວ ຂອງງົບປະມານ ຈາກໂຄງການໄປເພິ່ນກໍ ບໍ່ທັນສນອງ ໃຫ້ໄປຈັດສັນຕອນດິນໃຫ້ເຂົາເຈົ້າ ກໍຖືວ່າ 300 ກວ່າຄອບຄົວ ຫັ້ນແຫລະ ຍັງບໍ່ທັນ ຈັດສັນເທື່ອເນາະ.”

ທ່ານກ່າວວ່າ ເຂື່ອນນໍ້າຄານ 2 ເຣີ້ມກໍ່ສ້າງມາແຕ່ ປີ 2010 ແລະ ສ້າງສໍາເຣັດ ໃນປີ 2015 ຂນະທີ່ມີປະຊາຊົນ ໄດ້ຮັບຜົນກະທົບ ຢູ່ 4 ບ້ານ ຈໍານວນ 300 ປາຍຄອບຄົວກໍໄດ້ໄປອາສັຍຢູ່ ບ້ານຈັດສັນຕັ້ງແຕ່ ປີ 2010 ແຕ່ການຊ່ວຍເຫຼືອ ແລະ ການຊົດເຊີຍ ຂອງທາງການ ເປັນໄປຫລາາຊ້າ ເມື່ອ 2 ປີຜ່ານມາຫາກໍໄດ້ເຮືອນ ໄດ້ສຸຂສາລາ ໂຮງຮຽນ ແລະຣະບົບນໍ້າສອາດ ສ່ວນເຣື້ອງອາຊີບ ແລະການຊອກຫາ ຣາຍຮັບ ຍັງບໍ່ມີ, ທຸກມື້ນີ້ ປະຊາຊົນ ທຸກຄອບຄົວ ອາສັຍການປູກເຂົ້າ ຕາມຮ່ອມພູ ຕາມຜາ ຫຼືດິນບໍ່ມີເຈົ້າຂອງ ພໍກຸ້ມຄອບຄົວ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ກ່ຽວຂ້ອງເວົ້າວ່າ ໃນຣະຍະຜ່ານມາ ກໍໄດ້ສເນີໃຫ້ທາງໂຄງການແລ້ວ ແຕ່ບໍທັນໄດ້ຮັບຄໍາຕອບເທື່ອ ຍ້ອນບໍ່ມີ ງົບປະມານ ທ່ານວ່າ:

“ບ້ານຈັດສັນພູຊ້າງ ກໍຖືວ່າ ເຂົາເຈົ້າກໍທໍາການຜລິດ ເຮັດໄຮ່ເຂົ້າຫັ້ນແຫຼະ ເຮັດໄຮ່ປູກເຂົ້າ ເຂົາກໍປູດອ້ອມແອ້ມແຖວບ້ານຫັ້ນແຫຼະ ຍັງບໍ່ມີ ຫຍັງທີ່ຈະໄປຊ່ວຍ ເຂົາເຈົ້າເທື່ອ ເຣື້ອງງົບປະມານ ເຮົາບໍ່ມີ ຢາກໃຫ້ເຂົາຈັດສັນ ກໍຕໍ່າສຸດກໍຄອບຄົວນຶ່ງ 3 ເຮັກຕາ ຕົວນີ້ຍັງຄິດແລ້ວ ເວົ້າໄປກໍຍັງດົນ ເພາະວ່າຂໍຢູ່ ດ້ວຍງົບປະມານເຮົາບໍ່ມີ."

ເຂື່ອນນໍ້າຄານ 2 ມີຂນາດ 13 ເມກາວັດ ມູນຄ່າ 350 ລ້ານ ໂດລາ ສະຫະຣັຖ ໄຟຟ້າຈາກເຂື່ອນສ່ວນໃຫຍ່ ຜລິດເພື່ອຕອບສນອງພື້ນທີ່ ຊົນນະບົດ ທາງພາກເໜືອຂອງລາວ ທີ່ໄຟຟ້າຍັງໄປ ບໍ່ຮອດ. ເຂື່ອນນໍ້າຄານ 2 ເປັນຂອງຣັຖວິສຫະກິດໄຟຟ້າລາວຖືຫຸ້ນ 100% ແຕ່ເງິນ ທີ່ໃຊ້ລົງທຶນນັ້ນ ເປັນເງິນກູ້ຢຶມ ຈາກທານະຄານ ເພື່ອການສົ່ງອອກແລະນໍາເຂົ້າຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.