ຊາວບ້ານຈາກເຂື່ອນ ນ້ຳທາ1 ໄດ້ຮັບ ເຂົ້າສານ
2017.05.28
ປະຊາຊົນ 6 ບ້ານຈຳນວນ 300 ປາຍຄອບຄົວ ໃນບ້ານຈັດສັນ ຈາກຜົລກະທົບ ຈາກເຂື່ອນນ້ຳທາ 1 ທີ່ເມືອງນາແລ ແຂວງຫຼວງນ້ຳທາ ໄດ້ຮັບການ ຊ່ອຍເຫລືອ ເຂົ້າສານ ຈາກທາງການ ເປັນເທື່ອທີສອງ ເມື່ອເດືອນ 4 ຜ່ານມາ. ການຊ່ອຍເຫລືອດັ່ງກ່າວ ເຖິງແມ່ນວ່າ ຈະບໍ່ ຫລາຍປານໃດ ແຕ່ກໍ່ສາມາດ ຊ່ອຍຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ໄດ້ຊົ່ວ ຣະຍະນຶ່ງ. ຕາມການເປີດເຜີຍ ຂອງ ປະຊາຊົນ ຜູ້ທີ່ບໍ່ປະສົງ ອອກຊື່ ໃນມື້ວັນທີ 25 ພຶສພາ ນີ້:
"ອັນຊ່ອຍແມ່ນມີທັງເຂົ້າ ແລະອາຫານແຫ້ງຫັ້ນແຫລະ ຂ້າວນາແຊງບໍ ເຂົ້ານັ້ນແຫລະ ມາໃຫ້ໄທເຮົາ ເຂົາກໍລົງມາ ທາງເມືອງ ທາງຄນະ ຈັດສັນ ກໍລົງມາຢູ່ ແຕ່ວ່າດຽວນີ້ ເຂົາວ່າ ຍັງຢຸດຫນຶ້ງ ເຂົ້າສານຫັ້ນນ່າ ຢ່າງວ່າຫັ້ນແຫລະ ສ່ວນນຶ່ງ ເຂົາກໍແກ້ໄຂ ສ່ວນນຶ່ງ ເຂົາກໍຖືວ່າ ມິດໄປຫັ້ນນ່າ ດຽວນີ້ ພວກເຮົາ ກໍໄປບໍ່ໄດ້ ທຸກຍາກຊ່ຳໃດ ກໍພວກເຮົາ ພໍແກ້ໄຂໄດ້".
ທ່ານກ່າວຕື່ມວ່າ ທາງການ ເຄີຍລົງໄປໃຫ້ ເຂົ້າສານ ຄັ້ງນຶ່ງແລ້ວ ເມື່ອປະມານ ປາຍປີ 2016 ແລະວ່າງເດືອນຜ່ານມາ ກໍໄດ້ລົງໄປໃຫ້ ອີກຄອບຄົວລະ 20 ກິໂລ ພ້ອມອາຫານແຫ້ງ ຈຳນວນນຶ່ງ ນອກຈາກນີ້ ກໍຍັງໄດ້ບອກ ກັບຊາວບ້ານ ອີກວ່າ ຍັງມີເຂົ້າ ສານ ອີກຊຸດນຶ່ງ ທີ່ຈະເອົາມາໃຫ້ ຊາວບ້ານ ແຕ່ບໍ່ໄດ້ ບອກວ່າ ເວລາໃດ.
ການຊ່ອຍເຫລືອເທື່ອນີ້ ຊາວບ້ານບອກວ່າ ເປັນການຊ່ອຍຫລຸດຜ່ອນ ຄວາມອຶດຍາກ ຂອງພວກຂະເຈົ້າໄດ້ ຊົ່ວຣະຍະນຶ່ງ ໂດຍສະເພາະ ໃນຣະດູຝົນ ຂະເຈົ້າ ບໍ່ສາມາດ ກັບໄປເອົາຜົລປູກ ຢູ່ບ້ານເກົ່າ ຂອງພວກ ຂະເຈົ້າໄດ້. ແຕ່ເຖິງຢ່າງໃດ ກໍຕາມ ຊາວບ້ານ ຍັງຕ້ອງການ ຢາກໃຫ້ ທາງການຊ່ອຍ ໃຫ້ຂະເຈົ້າ ສາມາດ ເພິ່ງຕົນເອງໄດ້ ເປັນປົກກະຕິ ຮ່ວມທັງ ບັນຫາອື່ນໆ:
"ປະຊາຊົນທວງມາ ນຶ່ງ ເຣື້ອງນ້່ຳ ສອງ ບັນຫາເສັ້ນທາງ ເຣື້ອງການທຳມາຫາກິນ ນີ້ກໍມາຢູ່ແບບເດີມຫັ້ນແຫຼະ ບໍ່ມີອັນປ່ຽນແປງ ເຂົາວ່າ ສິຈັດສັນ ໃຫ້ຊາວບ້ານ ໄປຢູ່ມີບ່ອນ ສະດວກສະບາຍ ເຣື້ອງນ້ຳໄຫລໄຟສະວ່າງ ມີທາງຣົດທາງແລ່ນ ແນວນີ້ແນວນັ້ນ ໄປທຳມາຫາກິນ ສະດວກສະບາຍ ຖືວ່າແອອັດ ທຸກກວ່າເກົ່າ ດຽວນີ້ນະ ບໍ່ມີຫຍັງ ປ່ຽນແປງເລີຍ".
ທ່ານວ່າ ໃນປັດຈຸບັນ ປະຊາຊົນ ຢູ່ບ້ານຈັດສັນ ຍັງມີຄວາມເດືອດຮ້ອນ ຫລາຍກວ່າເກົ່າ ຍັງຕ້ອງການ ການຊ່ອຍເຫລືອ ຈາກທາງການ ໃນຫລາຍ ບັນຫາ.