ມ.ກຳລຶມໃຫມ່ ປະຊາຊົນ ລໍາບາກ

ບ້ານຈັດສັນ ຂອງເມືອງກະລຶມໃໝ່
ບ້ານຈັດສັນ ຂອງເມືອງກະລຶມໃໝ່ (RFA/PN)

0:00 / 0:00

ປະຊາຊົນ ບ້ານຖ້ຳເດັ້ງ ເມືອງກະລຶມເກົ່າ ແຂວງເຊກອງ ຈຳນວນ 417 ຄົນປະມານ 79 ຄອບຄົວ ທີ່ຖືກໂຍກຍ້າຍ ໄປຢູ່ ເມືອງກະລຶມ ໃຫມ່ ຕັ້ງແຕ່ ວັນທີ 27 ທັນວາ ປີ 2016 ໄດ້ຮັບຜົລກະທົບ ຢ່າງຫລວງຫລາຍ ຍ້ອນບໍ່ມີເນື້ອທີ່ ປູກຝັງ ແລະລະບົບ ນ້ຳ ສະອາດໃຊ້. ດັ່ງເຈົ້າຫນ້າທີ່ ແຂວງເຊກອງ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 5 ພຶສພາ ນີ້ວ່າ:

"ກະຕ້ອງການຢູ່ເມືອງໃຫມ່ ຊຸມນີ້ຂາດແຄນ ດ້ານພື້ນຖານໂຄງລ່າງ ແຕ່ວ່າດ້ານ ພື້ນຖານໂຄງລ່າງ ມັນບໍ່ທັນລະອຽດ ອັນນີ້ຍັງ ລະບົບ ຊົລປະທານ ຄອງເຫມືອງ ເພາະວ່າ ຍັງຈັດສັນ ໃຫມ່ນ່າ".

ສະພາບພື້ນທີ່ເມືອງກະລຶມໃຫມ່ ເປັນໂນນພູ ໃນປັດຈຸບັນປະຊາຊົນ ໄດ້ໃຊ້ນ້ຳສ້າງ ເພື່ອດື່ມແລະໃຊ້ ພາຍໃນຄອບຄົວ ຜ່ານມາຊາວບ້ານ ກໍໄດ້ ສເນີບັນຫາ ດັ່ງກ່າວໄປຍັງ ຂັ້ນແຂວງແລ້ວ ແຕ່ໃນປັດຈຸບັນ ຍັງຢູ່ໃນຂັ້ນ ພິຈາຣະນາຢູ່ ຍັງບໍ່ທັນຈັດຕັ້ງ ປະຕິບັດ ເທື່ອ. ຊາວບ້ານ ຍັງລໍຖ້າຢູ່ ສ່ວນງົບປະມານ ທີ່ຈະໃຊ້ໃນການສ້າງ ໂຄງຮ່າງພື້ນຖານ ເມືອງກະລຶມໃຫມ່ ນັ້ນຄາດວ່າ ປະມານ 1200 ຕື້ກີບ. ທ່ານກ່າວເພີ້ມວ່າ:

"ໄປຕັ້ງຢູ່ເມືອງກະລຶມຄືເກົ່າ ແຕ່ວ່າເຮັດເປັນເມືອງໃຫມ່ ບໍ່ແມ່ນເມືອງເກົ່າ ສິວ່າຢູ່ເຂົາກະວ່າບໍ່ແມ່ນ ເພາະວ່າພື້ນທີ່ ຂະເຈົ້າຈັດສັນ ມັນກະຢາກ ຫລຸບໂນນແນ່ ຫາກແຕ່ວ່າ ມັນກໍບໍ່ເຖິງຂນາດ ວ່າເຂົາຫັນນ່າ".

ຕາມແຜນການຂຸດຄົ້ນຖ່ານຫີນ ແລະການກໍ່ສ້າງ ເຂື່ອນເຊກອງ 4 ນັ້ນຄາດວ່າ ປະຊາຊົນ ປະມານ 4 ພັນ ປາຍຄົນ ໃນຈຳນວນ 600 ຄອບຄົວ ຈະໄດ້ຮັບ ຜົລກະທົບ ໃນນັ້ນ ຫລາຍຄອບຄົວ ຈະຖືກໂຍກຍ້າຍ.