ຊ່ຽວຊານວ່າບໍ່ຄວນສ້າງເຂື່ອນ ໃສ່ ນໍ້າຂອງ
2014.12.15
ອົງການ ຂ່າວສານ ວຽດນາມ ຣາຍງານ ໃນ ວັນອາທິດ ນີ້ວ່າ, ນັກ ຊ່ຽວຊານ ດ້ານສະພາບ ແວດລ້ອມ ທີ່ ຮ່ວມ ກອງປະຊຸມ ຢູ່ ວຽດ ນາມ ເພື່ອ ພິຈາຣະນາ ດ້ານ ຜົນກະທົບ ຕໍ່ ສະພາບ ແວດລ້ອມ ຈາກ ໂຄງການ ສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ໃນ ວັນເສົາ ຜ່ານມາ ເຫັນພ້ອມ ແລະ ສເນີໃຫ້ ທາງ ການລາວ ຍົກເລີກ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຢ່າງ ສິ້ນເຊີງ ໂດຍໃຫ້ ເຫດຜົນວ່າ ໂຄງການ ສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ເປັນ ອຸປສັກ ໃນການ ຂື້ນລ່ອງ ຂອງ ຝຸງປາ ນາໆຊນິດ ພ້ອມກັບ ຈະເປັນການ ສ້າງ ຜົນກະທົບ ຕໍ່ຣະບົບ ນິເວຕ ວິທຍາ ໃນ ເຂດ ອ່າງ ແມ່ນ້ຳຂອງ ທາງໃຕ້ ຕລອດທັງ ຣະດູຝົນ ແລະ ໃນ ຣະດູແລ້ງ.
ນອກຈາກນັ້ນ ໂຄງການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ຍັງຈະເປັນ ການກີດກັ້ນ ຝຸ່ນລະອອງ ໃນນ້ຳ ພ້ອມກັບ ແຮ່ທາຕ ຕ່າງໆ ໃນເຂດ ພາກເໜືອ ແມ່ນ້ຳຂອງ ຈະ ບໍ່ສາມາດ ໄຫລລົງ ມາເຖີງ ເຂດປາກ ແມ່ນ້ຳຂອງ ໃນເຂດ ວຽດນາມ ໄດ້ ຊຶ່ງເປັນ ສ່ວນສຳຄັນ ຕໍ່ ການ ປູກຝັງ ແລະ ຊີວີດ ການເປັນຢູ່ ຂອງ ປະຊາຊົນ ວຽດນາມ ຢ່າງ ແທ້ຈິງ.
ທ່ານ Trinh Le Nguyen ຜູ້ ອຳນວຍການ ຂອງ ອົງການ ຢູ່ຮ່ວມ ຣະຫວ່າງ ປະຊາຊົນ ແລະ ທັມມະຊາດ ວ່າຣະຍະ ຫຼັງໆ ມານີ້ ນິເວດ ວິທຍາ ໃນເຂດ ລຸ່ມ ແມ່ນ້ຳຂອງ ມີ ການ ປ່ຽນແປງ ຢ່າງ ຫຼວງຫຼາຍ ຍ້ອນມີການ ສ້າງເຂື່ອນ ຫຼາຍແຫ່ງ ໃນເຂດ ພາກເໜືອ ແມ່ນ້ຳຂອງ, ດັ່ງ ຈະເຫັນໄດ້ ຈາກ ໂຄງການ ສ້າງ ເຂື່ອນ ໃນ ປະເທດຈີນ ທີ່ ສ້າງ ເຂື່ອນ ສຳເຣັດ ໄປແລ້ວ ທັງໝົດ 6 ເຂື່ອນ ດ້ວຍກັນ ພ້ອມຍັງມີ ໂຄງການ ທີ່ ຈະສ້າງ ຕື່ມອີກ ຫຼາຍເຂື່ອນ ໃນ ອະນາຄົດ.
ນອກຈາກ ນັ້ນ ຍັງມີ ໂຄງການ ຈະສ້າງ ຢູ່ໃນເຂດ ປະເທດ ລາວ ແລະ ກັມພູຊາ ທັງໝົດ 11 ເຂື່ອນ ດ້ວຍກັນ. ສະເພາະ ໂຄງການ ສ້າງ ເຂື່ອນ ໄຊຍະບູຣີ ໃນ ສປປ ລາວ ກໍໄດ້ລົງມື ສ້າງ ໄປແລ້ວ.
ເຖິງຢ່າງໃດ ກໍຕາມ ນັກ ຊ່ຽວຊານ ຢືນຢັນ ວ່າດ ອີງຕາມ ການຣາຍງານ ຈາກ ການສຳຣວດ ແຕ່ ປີ 2010 ເປັນຕັ້ນມາ ການ ສ້າງ ເຂື່ອນ ໃນ ແມ່ນ້ຳຂອງ ຈະສ້າງ ຜົນກະທົບ ຕໍ່ ຣະບົບ ນິເວດ ວິທຍາ ຢ່າງ ຫຼວງຫຼາຍ ໃນ ນັ້ນ ຮວມທັງ ຣະບົບ ການໄຫລ ຂອງ ແມ່ນ້ຳຂອງ ພ້ອມກັບ ເປັນການ ທຳລາຍ ເຂດພື້ນທີ່ ການເພາະປາ ທີ່ ຈະສ້າງ ຜົນກະທົບ ຕໍ່ການ ທຳມາ ຫາກິນ ຂອງ ປະຊາຊົນ ທີ່ ເຄີຍອາສັຍ ການຫາປາ ເພື່ອ ລ້ຽງຊີພ ຢ່າງ ບໍ່ຕ້ອງ ສົງສັຍ.