ຢູໂຣບຊ່ອຍຟື້ນຟູ ແມ່ນໍ້າຂອງ

ສະຫະພາບ ຢູໂຣບ ຊ່ອຍ ກັມມາທິການ ແມ່ນໍ້າຂອງ ຮັບມື ກັບ ສະພາບການ ປ່ຽນແປງ ຂອງ ດິນຟ້າອາກາດ ໃນ ແມ່ນໍ້າຂອງ.
ຈະເຣີນສຸກ
2013.01.17
F-mekong ແມ່ນໍ້າຂອງ ໃນເຂດ ແຂວງ ໄຊຍະບູຣີ
Mek/fb

ສະຫະພາບ ຢູໂຣບ ຫລື EU ສັນຍາວ່າ ຈະໃຫ້ການຊ່ອຍເຫລືອ ກັມມາທິການແມ່ນໍ້າຂອງ ຫລື MRC ເປັນຈໍານວນ 4 ລ້ານ 9 ແສນ 5 ໝື່ນ ຢູໂຣ ເພື່ອສົ່ງເສີມ ຄວາມພະຍາຍາມ ຂອງ MRC ໃນການຮັບມື ກັບຄວາມທ້າທາຍ ຂອງການປ່ຽນແປງ ດິນຟ້າອາກາດ ໃນຂົງເຂດ.

ຕົວແທນ ຈາກ EU ແລະ MRC ໄດ້ລົງນາມ ຂໍ້ຕົກລົງ ກອງທຶນ ໃນຫລວງພຣະບາງ ໃນວັນທີ 16 ນອກກອງປະຊຸມ ຄັ້ງທີ 19 ຂອງສະພາມົນຕຣີ ແມ່ນໍ້າຂອງ, ຊຶ່ງກອງປະຊຸມດັ່ງກ່າວ ມີຣັຖມົນຕຣີ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ, ທ່ານ ໜູລິນ ສິນບັນດິດ, ຜູ່ທີ່ເປັນປະທານ ກອງປະຊຸມ, ຕົວແທນ ຈາກ ສະມາຊິກ ປະເທດແມ່ນໍ້າຂອງ ແລະ ເຈົ້າໜ້າທີ່ ອະວຸໂສ ເຂົ້າຮ່ວມ.

ອີງຕາມ ຂ່າວສານ ຈາກ MRC, ກອງທຶນ ດັ່ງກ່າວ ສນັບສູນ ໂຄງການ ການປ່ຽນແປງ ສະພາບດີນຟ້າອາກາດ ໄປຈົນຮອດ ປີ 2015. ພ້ອມດຽວກັນນັ້ນ, ຍັງຈະສນັບສນູນ ໂຄງການ MRC ເພື່ອປະເມີນ ຜົລກະທົບ ຂອງການປ່ຽໜແປງ ດັ່ງກ່າວ ແລະ ແຜນການດັດແກ້ ໃນຣະດັບ ພາກພື້ນ, ຣະດັບຊາດ ແລະ ຊຸມຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.