ນະໂຍບາຍ ຣົດພລັງງານໄຟຟ້າ ຂາດຄວາມພ້ອມ

0:00 / 0:00

ປະ​ຊາ​ຊົນ​ລາວ​ຍັງ​ເຫັນ​ວ່າ ​ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ​ຂາດ​ຄວາມ​ພ້ອມ​ຫຼາຍ​ດ້ານ ​ທີ່​ຈະ​ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ນຳ​ໃຊ້​ຢ່າງ​ທົ່ວ​ເຖິງ ​ແລະ​ເກີດ​ຜົ​ລ​ຢ່າງ​ແທ້​ຈິງ. ຂ​ນະ​ທີ່​ຣັ​ຖ​ບານ ​ໄດ້​ອອກ​ມະ​ຕິ​ສະ​ບັບ​ເລກ​ທີ 8 ລົງ​ວັນ​ທີ 4 ​ຕຸ​ລາ 2021 ໄດ້​ກຳ​ນົດ​ ນະ​ໂຍ​ບາຍ​ຕໍ່​ຜູ້​ນຳ​ເຂົ້າ ແລະ ຈຳ​ໜ່າຍ​ຣົດ​ໄຟ​ຟ້າ​ ໂດຍ​ສົ່ງ​ເສີມ​ຕາມ​ກົນ​ໄກ​ຂອງ​ກົດ​ໝາຽ​ພາ​ສີ ​ນຳ​ເຂົ້າ 0% ອາ​ກອນ ຊົ​ມ​ໃຊ້ 3% ແລະ ອາ​ກອນ​ມູນ​ຄ່າ​ເພີ່ມ 10% ພ້ອມ​ທັງ​ບໍ່​ຈຳ​ກັດ​ ໂຄ​ຕ້າ​ການ​ນຳ​ເຂົ້າ ​ເພື່ອ​ໃຫ້ເກີດ​ປ​ໂຍດ​ຕໍ່​ປະ​ເທດ​ລາວ ​ເປັນ​ຕົ້ນການ​ສົ່ງ​ເສີມ​ໃຫ້​ປະ​ຊ​າ​ຊົນ​ລາວ​ ໃຊ້​ພ​ລັງ​ງານ​ສະ​ອາດ ​ແລະ​ຫຼຸດ ຜ່ອນ​ການ​ນຳ​ເຂົ້າ​ນ້ຳ​ມັນ​.

ກ່ອນ​ທີ່ ​ຂັ້ນ​ເທິງ​ຈະ​ສົ່ງ​ເສີມ ​ໃຫ້​ປະ​ຊາ​ຊົນ​ລາວ ​ນຳ​ໃຊ້​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ນັ້ນ​ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຄວນ​ສົ່ງ​ເສີມ ​ນະ​ໂຍ​ບາຍ​ຫຼຸດ​ຄ່າ​ໄຟ​ຟ້າ​ຄຽງ ​ຄູ່​ກັບ​ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ໄປພ້ອມ​ກັນ​ເນື່ອງ​ຈາກ​ຣາ​ຄາ​ໄຟ​ຟ້າ​ຢູ່​ລາວ​ຍັງ​ແພງ​. ອີກ​ທັງ​ສະ​ພາບ​ໂຕ​ຈິງ​ ປະ​ຊາ​ຊົນ​ລາວ​ພາຍ​ໃນ ​ນະ​ຄອນ​ຫຼວງວຽງ​ຈັນ​ ​ໄດ້​ຊົມ​ໃຊ້​ຣົດ​ພ​ລັງ​ງານ​ໄຟ​ຟ້າ ​ໄປ​ຈຳ​ນວນ​ນຶ່ງ​ແລ້ວ ​ໂດຍ​ສະ​ເພາະ​ສະ​ກຸດ​ເຕີ້​ໄຟ​ຟ້າ ​ຄັນ​ນ້ອຍ​ແລະ​ສ່ວນ​ໃຫຍ່​ ສາກ​ໄຟ​ໃສ່​ຣົດ​ຢູ່​ເຮືອນ. ດັ່ງ​ຊາວ​ ນະ​ຄອນ​ຫຼວງວຽງ​ຈັນ ​ກ່າວ​ຕໍ່​ ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ໃນ​ວັນ​ທີ 22 ​ພຶ​ສ​ຈິ​ກາ ​ນີ້​ວ່າ:

" ກໍ ຕ້ອງ ເຮັດ ແບບ ວ່າ ຄ່າ ໄຟ ໃຫ້ ປະ ຢັດ ແຫຼະ ໃຫ້ ມັນ ຖືກກວ່າ ນ້ຳ ມັນ ແຫຼະ ແບບ ເຕີ ຣີ ອາ ຊ້ຽນ ກໍ ຕ້ອງ ຖືກ ທີ່ ຜ່ານ ມາ ໄຟ ຟ້າ ກໍ ວ່າ ຫຼຸ ດໆ ເວົ້າ ຄື ສື່ໆ ຜົ ສຸດ ທ້າຍ ມາ ຢາກ ແພງ ແດ່ ."

ປະ​ເທດ​ລາວ​ ສ່ວນ​ໃຫຍ່​ມີ​ພູ​ມີ​ປະ​ເທດ ​ເປັນ​ພູ​ເຂົາ​ສູງ​ຊັນ ​ຫຼາຍກວ່າ​ທົ່ງ​ພຽງ​ຈຶ່ງ​ເຮັດ​ໃຫ້​ນະ​ໂຍ​ບາຍ​ສົ່ງ​ເສີມ​ໃຫ້​ ປະ​ຊາ​ຊົນ​ລາວ ​ຊົມ​ໃຊ້​ຣົດ​ພ​ລັງ​ງານ​ໄຟ​ຟ້າ ບໍ່​ເໝາະ​ສົມ​ກັບ​ປະ​ຊາ​ຊົນ​ ຈຳ​ນວນ​ຫຼາຍ​ທີ່​ຢູ່​ເຂດ​ຫ່າງ​ໄກ​ທີ່​ມີ​ພູ​ດອຍ ​ເນື່ອງ​ຈາກ​ເນື້ອ​ທີ່​ພູ​ເຂົາ​ສູງ​ຊັນ​ນັ້ນ ​ສ່ວນ​ໃຫຍ່​ຈະ​ມີ​ທາງ​ເພື່ອ​ໄປ​ມາ​ຫາ​ຊູ່​ກັນ ​ໃນ​ຮູບ​ແບບ​ຖົມ​ຫີນ ຂີ້​ຕົມ ແລະ ດິນ​ແດງ ບໍ່​ໄດ້​ເປັນ​ທາງ​ປູ​ຢາງ ​ປູ​ເບ​ຕົ້ງ​ຄື​ທາງ​ໃນ​ນະ​ຄອນ​ຫຼວງວຽງ​ຈັນ ​ຈຶ່ງ​ເຮັດ​ໃຫ້​ການ​ນຳ​ໃຊ້​ຣົດ​ໄຟ​ຟ້າ​ຊຶ່ງ​ສ່ວນ​ໃຫຍ່ ​ປະ​ເທດ​ລາວ​ມີ​ຈຳ​ໜ່າຍ​ຈະ​ເປັນ​ຣົດ​ສະ​ກຸດ​ເຕີ້​ນ້ອຍ ​ຈະ​ບໍ່​ສາ​ມາດ​ຂັບ​ຂີ່​ໄດ້​ອີກ​ທັງ​ຫຼາຍ​ພື້ນ​ທີ່​ ໃນ​ເຂດ​ຫ່າງ​ໄກ​ທີ່​ມີ​ພູ​ດອຍ ​ໄຟ​ຟ້າ​ຈະ​ຍັງ​ອ່ອນ ​ແລະ​ຍັງ​ບໍ່​ສາມດ​ເຂົ້າ​ເຖິງ​ໄດ້​ທຸກ​ບ້ານ.

ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ຈຶ່ງ​ຄວນ​ຫຼຸດ​ຜ່ອນ​ພາ​ສີ-ອາ​ກອນ ​ນ້ຳ​ມັນ​ເຊື້ອ​ໄຟ ​ເພື່ອ​ຊ່ອຍ​ເຫຼືອ​ປະ​ຊ​າ​ຊົນ ​ໃນ​ເຂດ​ດັ່ງ​ກ່າວ ​ແທນ​ນະ​ໂຍ​ບາຍ ​ຣົດ​ພ​ລັງ​ງານ​ໄຟ​ຟ້າ. ດັ່ງ​ຊາວ​ບ້ານ​ຢູ່​ແຂວງ​ໄຊ​ສົມ​ບູນ​ກ່າວ​ວ່າ:

" ເຣື່ອງ ນົນ ຫົນ ທາງ ນີ້ ນ່າ ເພາະ ຣົດ ນີ້ ເຮົາ ຊື້ ມາ ເຮົາ ຕ້ອງ ໃຊ້ ເດ້ ເຮົາ ຕ້ອງ ໃຊ້ ທຽວ ທາງ ໄປ ໄປ ມາ ມາ ທາງ ມັນ ບໍ່ ດີ ແຫຼະ ກໍ ເປັນ ທາງ ຢາງ ເຄິ່ງ ນຶ່ງ ທາງ ດິນ ທາງ ຫີນ ເຄິ່ງ ນຶ່ງ ຢູ່ ເຂດນອກ ນີ້ ໄຟ ຟ້າ ຍັງ ບໍ່ ທົ່ວ ເຖິງ ປານ ໃດ ມີ ໄຟ ຟ້າ ຍັງ ອ່ອນ ການ ນຳ ໃຊ້ ໄຟ ຟ້າ ນີ້ ມັນ ຍັງ ບໍ່ ພ້ອມ ປານ ໃດ ."

ນະ​ໂຍ​ບາຍ​ ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ໄດ້​ມີ​ການ​ປະ​ກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ​ແລະ​ໄດ້​ນະ​ໂຍ​ບາຍ​ທີ່​ເປັນ​ປ​ໂຍດ ​ຕໍ່​ຜູ້​ນຳ​ເຂົ້າ​ຣົດ​ໄຟ​ຟ້າ​ຫຼາຍ​ພໍ​ສົມ​ຄວນ ​ໂດຍ​ສະ​ເພາະ​ພາ​ສີ​ນຳ​ເຂົ້າ 0% ແລະ ບໍ່​ຈຳ​ກັດ​ໂຄ​ຕ້າ​ນຳ​ເຂົ້າ, ຂ​ນະ​ດຽວ​ກັນ​ ນະ​ໂຍ​ບາຍ​ຕໍ່​ຜູ້​ນຳ​ເຂົ້າ​ຣົດ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ ແມ່ນ​ມີ​ການ​ປັບ​ເພີ່ມ​ພາ​ສີ​ນຳ​ເຂົ້າ​ຈາກ 35-40% ແລະ ເພີ່ມ​ອາ​ກອນ​ມູນ​ຄ່າ​ເພີ່ມ​ຈາກ 10% ເປັນ 20% ປະ​ຊາ​ຊົນ​ລາວ​ ຈຳ​ນວນ​ນຶ່ງ​ກໍ​ເບິ່ງວ່າ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ນັ້ນ​ເປັນ​ການ​ບັງ​ຄັບ ​ທາ​ງ​ອ້ອມ​ໃຫ້​ປະ​ຊາ​ຊົນ​ລາວ ​ຫັນ​ໄປ​ໃຊ້​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ເນື່ອງ​ຈາກ​ປັດ​ຈຸ​ບັນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ ​ຢູ່​ລາວ​ກໍ​ບໍ່​ມີ​ທ່າ​ທີ​ວ່າ​ຈະ​ຫຼຸດ​ລົງ ​ຈຶ່ງ​ຢາກ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ເບິ່ງ​ຄວາມ​ພ້ອມ ​ຂອງ​ປະ​ຊາ​ຊົນ ​ແລະ​ສຳ​ຣວດ​ຄວາມ​ຄິດ​ເຫັນ​ ຂອງ​ປະ​ຊາ​ຊົນ ​ຕໍ່​ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ ໄຟ​ຟ້າ ​ນີ້​ອີກ​ຄັ້ງ. ຊາວ​ບ້ານ​ຢູ່ ​ນະ​ຄອນ​ຫຼວງວຽງ​ຈັນ​ ທ່ານ​ນຶ່ງ​ໄດ້​ກ່າວ​ວ່າ:

" ຢາກ ໃຫ້ ມີ ມີ ການ ທົດ ລອງ ກ່ອນ ແລ້ວ ກໍ ຖາມ ຄວາມ ຄິດ ຄຳ ເຫັນ ຂອງ ປະ ຊາ ຊົນ ວ່າ ເຂົາ ເຈົ້າ ພ້ອມ ຫຼືບໍ່ ເພາະ ວ່າ ປະ ເທດ ເຮົາ ມັນ ກໍ ຖື ວ່າ ເປັນ ປະ ເທດ ທີ່ ວ່າ ມີ ພູ ມີ ຜາ ຫຼາຍ ຈັ່ງ ຊິ ນ່າ ຄື ເຮົາ ເຫັນ ປະ ກາດ ເວົ້າ ວ່າ ຊິ ເພີ່ມ ອາ ກອນ ທີ່ ນຳ ເຂົ້າ ຣົດ ທີ່ ໃຊ້ ນ້ຳ ມັນ ຫັ້ນ ເພີ່ມ ຂື້ນ ອີກ ຄິດ ວ່າ ໂຕ ນີ້ ຫັ້ນ ນາ ເປັນ ຂໍ້ ບັງ ຄັບ ໃຫ້ ປະ ຊາ ຊົນ ຫັນ ໄປ ໃຊ້ ຣົດ ໄຟ ຟ້າ ຫຼາຍກວ່າ ."

ນັກ​ວິ​ຊາ​ການ​ດ້ານ​ພ​ລັງ​ງານ ​ແລະ​ບໍ່​ແຮ່​ກ່າວ​ວ່າ ​ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ມີ​ຜົ​ລ​ດີ​ ຕາມ​ທີ່​ກະ​ຊວງ​ພ​ລັງ​ງານ​ ແລະ​ບໍ່​ແຮ່​ໄດ້​ເສ​ນີ​ໄປ, ແຕ່​ຂ​ນະ​ດຽວ​ກັນ ​ຜົ​ລ​ເສັຽກໍ​ອາດ​ເຮັດ​ໃຫ້​ ພາກ​ກະ​ສິ​ກັມ ບໍ່​ໄດ້​ຮັບ​ປ​ໂຍດ​ ຈາກ​ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ໄຟ​ຟ້າ ​ເນື່ອງ​ຈາກ​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ເພື່ອ​ການກະ​ເສ​ຕ ບໍ່​ເຫັນ​ມີ, ຂ​ນະ​ທີ່​ປະ​ເທດ​ລາວ​ໄດ້​ຂື້ນ​ຊື່​ວ່າ​ເປັນ​ປະ​ເທດ​ ແຫ່ງ​ການ​ກະ​ເສ​ຕ​ ປະ​ຊາ​ຊົນ​ສ່ວນ​ໃຫຍ່​ມີ​ອາ​ຊີບ​ເຮັດ​ນາ ເຮັດ​ສວນ.

ນອກ​ຈາກ​ນີ້ ​ເປົ້າ​ໝາຽ​ຂອງ​ກະ​ຊວງ​ພ​ລັງ​ງານ ​ແລະ​ບໍ່​ແຮ່​ທີ່​ສຳ​ຄັນ​ອີກ​ຢ່າງ​ນຶ່ງ ​ໃນ​ການ​ກຳ​ນົດ​ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ໄຟ​ຟ້າ ​ອອກ​ມາ​ຄື​ປີ ​2031 ເປັນ​ຕົ້ນ​ໄປ ​ປະ​ເທດ​ລາວ​ຈະ​ຕ້ອງ​ນຳ​ເຂົ້າ ຍານ​ພາ​ຫະ​ນະ​ນຳ​ໃຊ້​ໄຟ​ຟ້າ​ສູງກວ່າ 50% ຊຶ່ງ​ທາງ​ນັກ​ວິ​ຊາ​ການ ​ດ້ານ​ພ​ລັງ​ງານ​ ແລະ​ບໍ່​ແຮ່​ໃຫ້​ຄວາມ​ເຫັນ ​ຕໍ່​ເປົ້າ​ໝາຽນີ້​ວ່າ​ຈະ​ເປັນ​ໄປ​ຕາມ​ເປົ້າ​ໝາຽ​ ຂອງ​ກະ​ຊວງ ​ຫຼື​ບໍ່. ​ດັ່ງ​ນັ້ນ​​ຂື້ນ​ຢູ່​ກັບ ​ຣາ​ຄາ​ພ​ລັງ​ງານ​ໄຟ​ຟ້າ​ ທີ່​ຈະ​ຂາຍ​ໃຫ້​ປະ​ຊາ​ຊົນ ​ເປັນ​ຣາ​ຄາ​ທີ່​ປະ​ຊາ​ຊົນ​ລາວ ​ສາ​ມາດ​ຊື້​ໄດ້ ​ຫຼືບໍ່ ເນື່ອງ​ຈາກ ​ສະ​ພາບ​ໂຕ​ຈິງ​ປະ​ຊາ​ຊົນ​ລາວ​ ກໍ​ມີ​ລາຍ​ໄດ້​ປານ​ກາງ​ ເຖິງ​ລາຍ​ໄດ້​ຕ່ຳ​ ຫຼາຍ​ກວ່າ​ລາຍ​ໄດ້​ຮັ່ງ​ມີ ດັ່ງ​ທ່ານ​ໄດ້​ກ່າວ​ວ່າ:

" ກໍ ຕ້ອງ ເບີ່ງ ທີ່ ຣາ ຄາ ກາ ນຳ ເຂົ້າ ເພາະ ວ່າ ຣັ ບານ ວ່າ ນະ ໂຍ ບາຍ ຍົກ ເວັ້ນ ພາ ສີ ຢູ່ ຢູ່ ຣາ ຄາ ທີ່ ຕ່າງ ປະ ເທດ ຕົ້ນ ທືນ ການ ລິດ ຕົ້ນ ທືນ ການ ຈຳ ໜ່າຍ ນ່າ ມັນ ຊິ ສູງ ຊ່ຳ ໃດ ເພາະ ປະ ຊາ ຊົນ ເຮົາ ກໍ ມີ ແຕ່ ຄອບ ຄົວ ປານ ກາງບໍ່ ແມ່ນ ທີ່ ຮັ່ງ ມີ ."

ທ່ານ​ກ່າວ​ຕື່ມ​ວ່າ ​ເມື່ອ​ເບິ່ງ​ສະ​ພາບ​ໂຕ​ຈິງ​ແລ້ວ​ ປະ​ຊາ​ຊົນ​ລາວ​ຈະ​ບໍ່​ນິ​ຍົມ​ຊື້​ຣົດ​ພ​ລັງ​ງານ​ໄຟ​ຟ້າ ​ມາ​ໃຊ້​ໃນ​ຄົວ​ເຮືອນ ​ເພາະບໍ່​ຄຸ້ມ​ຄ່າ ​ຫາກ​ຈະ​ຂາຍ​ເປັນ​ຣົດ​ມື​ສອງ​ ໃຫ້​ຜູ້​ອື່ນ​, ຕ​ລາດ​ຊື້-ຂາຍ​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ມື​ສອງບໍ່​ໄດ້​ກວ້າງ​ຂວາງ ​ຄື​ຣົດ​ຈັກ​ມື​ສອງ, ອີກ​ທັງ​ປະ​ຊາ​ຊົນ​ລາວ​ ອາດບໍ່​ນິ​ຍົມ​ໃຊ້​ຣົດພ​ລັງ​ງານ​ໄຟ​ຟ້າ ຫຼາຍ, ​ພວກ​ເຂົ​າ​ເຈົ້າ​ສ່ວນ​ຫຼາຍ ບໍ່​ມີ​ປະ​ສົບ​ການ​ ແລະ​ມີ​ຄວາມ​ກັງ​ວົນ ​ຕໍ່​ຄ່າ​ສິ້ນ​ເປືອງ​ພາຍ​ຫຼັງ ​ຊື້​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ມາ​ໃຊ້​ຢູ່​ເຮືອນ​ເປັນ​ຕົ້ນ ຄ່າ​ແບັດ​ເຕີ​ຣີ​ເຊື່ອມ ແລະ ຄ່າ​ເສັຽ​ເວ​ລາ​ ທີ່​ຈະ​ຕ້ອງ​ຖ້າ​ສາກ​ໄຟ​ໃສ່​ຣົດ​ ໃຫ້​ເຕັມ​ຂ​ນະ​ທີ່​ຣົດ​ຈັກ​ ທັມ​ມະ​ດາ​ແມ່ນ​ຂີ່​ເຂົ້າ​ປ້ຳ​ເຕີມ​ນ້ຳ​ມັນ​ເຊື້ອ​ໄຟ ​ບໍ່​ກາຍ​ນາ​ທີ່​ກໍ​ແລ້ວ.

ນະ​ໂຍ​ບາຍ​ ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ໄດ້​ປະ​ກາດ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ ​ເພື່ອ​ສົ່ງ​ເສີມ​ໃຫ້​ປະເທດ​ລາວ​ແລະ​ ປະ​ຊາ​ຊົນ ​ຊົມ​ໃຊ້​ພ​ລັງ​ງານ ​ສະ​ອາດ ​ແລະ​ຫຼຸດ​ຜ່ອນ​ ການ​ນຳ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ​ ຫາກ​ວ່າເຖິງ​ຄຳ​ສ​ເນີ ​ຂອງ​ປະ​ຊາ​ຊົນ ​ທີ່​ຕ້ອງ​ການ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ຫຼຸດ​ຄ່າ​ໄຟ​ຟ້າ​ແລະ ພາ​ສີ-ອາ​ກອນ​ນຳ​ເຂົ້າ ​ນ້ຳ​ມັນ​ເຊື້ອ​ໄຟ​ ຄົງ​ຈະ​ເປັນ​ໄປ​ບໍ່​ໄດ້​ເທື່ອ ​ເນື່ອງ​ຈາກ​ຂັ້ນ​ເທິງ​ ມີ​ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ໄຟ​ຟ້າ ​ແລ້ວ​ແລະ​ຄາດ​ວ່າ​ໃຊ້​ຣົດ​ພ​ລັງ​ງານ​ໄຟ​ຟ້າ ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ຢັດ ​ໄດ້​ຫຼາຍກວ່າ​ໃຊ້​ຣົດ​ນ້ຳ​ມັນ​ເຊື້ອ​ໄຟ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ພ​ລັງ​ງານ ​ແລະ​ບໍ່​ແຮ່​ທ່ານ​ນຶ່ງ ທີ່ບໍ່​ປະ​ສົງ​ອອກ​ຊື່​ແລະ​ຕຳ​ແໜ່ງ​ກ່າວ​ວ່າ:

"ເຣື່ອງ ນ້ຳ ມັນ ເຊື້ອ ໄຟ ນີ້ ເພີ່ນ ຄື ຊິບໍ່ ຫຼຸດ ເນາະ ເຣື່ອງ ພາ ສີ - ອາ ກອນ ຫັ້ນ ນ່າ ຄ່າ ໄຟ ນີ້ ມັນ ກໍ ອາດ ຈະ ບໍ່ ຫຼຸດ ມັນ ຄື ປົກ ກະ ຕິ ຫັ້ນ ແຫຼະ ແຕ່ ວ່າ ເຮົາ ທຽ ໃສ່ ນ້ຳ ມັນ ກໍ ຖືກກວ່າ ນ້ຳມັນ ໃນ ລາວ ລິດ ນຶ່ງ ກໍ ປະ ມານ ໝື່ນ ກີບ ເດ້ ຄັນ ເຮົາ ຊາ ຣ໌ດໄຟ ຟ້າ ສະ ເລັ່ຽ ພັນ ກີບ ຕໍ່ ກິ ໂລ ວັ ໂມງ ມັນ ກໍ ເກືອບ ສິບ ເທົ່າ ໂຕ ຫັ້ນ ແຫຼະ ຄັນ ທຽບ ໃສ່ ເນາະ ."

ນະ​ໂຍ​ບາຍ​ຣົດ​ພ​ລັງ​ງານ​ໄຟ​ຟ້າ ​ຖື​ເປັນ​ນະ​ໂຍ​ບາຍ​ທຳ​ອິດ​ ຂອງ​ປະ​ເທດ​ລາວ ປັ​ຈ​ຈຸ​ບັນ​ນັກ​ທຸ​ຣະ​ກິ​ຈ​ ພາກ​ເອ​ກະ​ຊົນ​ ​ໄດ້​ນຳ​ເຂົ້າ​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ ມາ​ວາງ​ຈຳ​ໜ່າຍ​ຢູ່​ຫຼາຍ​ຢີ່​ຫໍ້​ແລ້ວ ​ອີກ​ທັງ​ພາກ​ເອ​ກະ​ຊົນ​ຍັງ​ລິ​ເຣີ່ມ​ມີ​ການ​ຕິດ​ຕັ້ງ ​ບ່ອນ​ສາກ​ໄຟ​ ເພື່ອ​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ອີກ​ນຳ. ນອກ​ຈາກ​ນີ້​ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ ​ໂດຍ​ສະ​ເພາະ​ຢູ່​ໂຕ​ເມືອງ ​ກໍ​ເຣີ່ມ​ໃຊ້​ຣົດ​ພ​ລັງ​ງານ​ໄຟ​ຟ້າ​ແລ້ວ. ອີງ​ຕາມ​ຂໍ້​ມູນ​ຂອງ ​ກະ​ຊວງ​ພ​ລັງ​ງານ ​ແລະ​ບໍ່​ແຮ່.