ສວນກ້ວຍບ້ານອິໄລເໜືອ ຊາວບ້ານ ກັງວົນ

ພື້ນທີ່ບຸກເບີກ ສໍາລັບສວນກ້ວຍ ຂອງບໍຣິສັດ ແອລ ເອັສ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຢູ່ບ້ານອິໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ພື້ນທີ່ບຸກເບີກ ສໍາລັບສວນກ້ວຍ ຂອງບໍຣິສັດ ແອລ ເອັສ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຢູ່ບ້ານອິໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (RFA)

0:00 / 0:00

ຊາວບ້ານອິໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນກັງວົນວ່າຖ້າສວນກ້ວຍຂອງບໍຣິສັດ ແອລ ເອັສ ການຄ້າ ຂາເຂົ້າ -ຂາອອກ ຈຳກັດ ເຣີ້ມລົງມືປູກແລ້ວ ຊາວບ້ານ ຈະໄດ້ຮັບຜົລກະທົບ ຍ້ອນວ່າສານເຄມີ ບາງຊນິດ ທາງການຍັງອະນຸຍາດໃຫ້ໃຊ້. ເຖິງແມ່ນວ່າຈະປະກາດ ເປັນກະສິກັມ ສະອາດກໍ່ຕາມ. ດັ່ງຊາວບ້ານອິໄລເໜືອ ກ່າວຕໍ່ RFA ເມື່ອວັນທີ 15 ກໍຣະກະດາ ວ່າ:

"ເພິ່ນກະເວົ້າວ່າເປັນສວນກ້ວຍ ເປັນກະສິກັມສະອາດ ແຫຼະເນາະ ແຕ່ວ່າໃນຫຼັກການແທ້ ເພິ່ນຍັງເຮັດມີສາງເກັບສານເຄມີ ກະຖືວ່າ ມ້ຽນປຸຍມ້ຽນຢາ ເພິ່ນຫັ້ນເນາະ ປະຊາຊົນກາຢ້ານແຫຼະເນາະ ເພາະວ່າດຽວນີ້ໄທເຮົາ ກະລໍຟັງທາງເທີງ ເພິ່ນສິເຮັດແນວໃດ ເພິ່ນສິ ອະນຸຍາດໃຫ້ປູກແນວໃດແທ້."

ສ່ວນຊາວບ້ານອີກທ່ານນຶ່ງໄດ້ກ່າວວ່າ ບໍ່ເຫັນດີກັບໂຄງການປູກກ້ວຍຂອງຈີນ ໃນເຂດເມືອງນາຊາຍທອງ ທັງໝົດ ບໍ່ວ່າຈະເປັນບ້ານ ອິໄລເໜືອ, ບ້ານໜອງຄັນຄູ, ບ້ານກາງແສນ ບ້ານນໍ້າກ້ຽງ ແລະ ບ້ານແສນດິນ ທີ່ຈະໄດ້ຮັບ ຜົລກະທົບຈາກສານເຄມີ ປົນເປື້ອນເລົ່ານີ້ ໃນອະນາຄົດ.

ເຖິງແນວໃດກໍ່ຕາມ ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງນາຊາຍທອງ ໄດ້ກ່າວກ່ອນໜ້ານີ້ວ່າ ການປູກກ້ວຍ ຂອງບໍຣິສັດ ແອລ ເອັສ ການຄ້າ ຕ້ອງໄດ້ໃຊ້ສານເຄມີ ບາງຊນິດ ແຕ່ເປັນສານເຄມີ ທີ່ໄດ້ຮັບອະນຸຍາດ ແລະ ຄວບຄຸມບໍ່ໃຫ້ໃຊ້ເກີນກຳນົດ.

"ກະບໍ່ໝາຍວ່າຈະບໍ່ໃຫ້ໃຊ້ຈັກໜ້ອຍ ມັນກະເປັນໄປບໍ່ໄດ້ ເຣື່ອງຢາປາບສັດຕູພືດ ຫຼືວ່າຢາບໍາຣຸງດິນ ຫຼືວ່າແມ່ນຫຍັງໃຫ້ໃຊ້ ແຕ່ຢູ່ໃນ ປະຣິມານ ທີ່ເໝາະສົມ ແລ້ວກະຢາ ຫຼືວ່າປຸຍ ທີ່ຣັຖບານພວກເຮົາອະນຸຍາດ ໃຫ້ນຳໃຊ້."

ປັດຈຸບັນການລົງທຶນປູກກ້ວຍ ຂອງບໍຣິສັດ ແອລ ເອັສ ການຄ້າ ຂາເຂົ້າ-ຂາອອກ ຢູ່ບ້ານອິໄລ່ເໜືອ ໃນເນື້ອທີ່ປະມານ 30 ເຮັກຕ້າ ກຳລັງຢູ່ໃນໄລຍະການ ກະກຽມສະຖານທີ່ປູກຮວມ ທັງກ້າເບັ້ຽກ້ວຍ ແລະ ສ້າງບ່ອນພັກໃຫ້ຄົນງານ ຍັງບໍ່ທັນລົງມືປູກໄໄດ້ ຈົນກ່ວາ ຈະໄດ້ຮັບການອະນຸຍາດ ຈາກຣັຖບານ ໃຫ້ລົງມືປູກ.