ຄົນງານລາວເສັຽຊີວິດຢູ່ໄທຍ໌


2013.10.08
F-workers ສະພາບຂອງ ຣົດໂດຍສານ ທີ່ເສັຽຫຼັກໄປ ຕໍາຕົ້ນໄມ້ ຢູ່ຂ້າງທາງ ຢູ່ເຂດບ້ານ ໂນນສວັນ ເມືອງບ້ານດ່ານ ແຂວງບຸຣີຣໍາ ປະເທດໄທຍ໌
Burerum Police Station

 

ເກີດອຸບັດຕິເຫດ ຣົດໂດຍສານເສັຽຫຼັກໄປຕໍາຕົ້ນໄມ້ ເປັນເຫດໃຫ້ຄົນງານລາວ 18 ຄົນເສັຽຊີວິດແລະບາດເຈັບ 7 ຄົນ. ຄົນງານລາວສ່ວນ ຫລາຍມີອາຍຸຣະຫວ່າງ 20 ຫາ 30 ປີ ໄດ້ປະສົບກັບອຸບັດຕິເຫດເວລາເດີນທາງ ຈາກແຂວງ ສະໝຸດປຣາການ ໄປແຂວງ ອຸບົນເພື່ອກັບ ບ້ານ. ແຕ່ຣົດເສັຽຫລັກ ເຈີດອອກຂ້າງທາງ ໄປຕໍາຕົ້ນໄມ້ ຢູ່ເຂດບ້ານໂນນສວັນ ເມືອງບ້ານດ່ານ ແຂວງບຸຣີຣໍາ ມີຜູ້ເສັຍຊີວິດທັງໝົດ 19 ຄົນ. 18 ຄົນເປັນຄົນລາວ ແລະຄົນຂັບຣົດ 1 ຄົນເປັນຄົນໄທຍ໌.

ໃນຈໍານວນແມ່ຍິງລາວ ທີ່ເສັຍຊີວິດ ມີຜູ້ຖືພາທ້ອງແກ່ 2 ຄົນສ່ວນຜູ້ທີ່ບາດເຈັບ 7 ຄົນໄດ້ໄປຮັກສາຕົວຢູ່ໂຮງໝໍ ບຸຣີຣໍາ ໃນນັ້ນ ບາດເຈັບ ສາຫັດ 6 ຄົນ. ອຸບັດຕິເຫດເກີດຂຶ້ນ ໃນຕອນເຊົ້າຂອງວັນທີ 7 ຕຸລາ. ທ້າວພູ ຫລ່ຽມວົງລັດ ອາຍຸ 30 ປີ ຄົນແຂວງສາຣະວັນ ມີອາການ ບາດເຈັບ ທີ່ພົ້ນຂີດອັນຕະລາຍແລ້ວ ເວົ້າຕໍ່ນັກຂ່າວເອເຊັຍເສຣີ ໃນວັນທີ 8 ຕຸລາ ນີ້ວ່າ:

"ຄົນລາວນໍາກັນນີ້ແຫລະ ນັ່ງມານໍາກັນ ສ່າຍໄປສ່າຍມາລົດຫັ້ນນະ ເຈົ້າໜ້າທີ່ເຂົາບອກວ່າລົດລ່ວງລົງໄປຄອງ ແລ້ວກໍຊົນຕົ້ນໄມ້ ເດີນໄດ້ຢູ່ ຍັງປວດຫລັງ ປວດຫຍັງ ແມ່ບໍ່ສະບາຍ ພໍດີຈະກັບໄປຮັກສາແມ່ຢູ່ບ້ານ".

ທ້າວພູ ເວົ້າວ່າຕົນພ້ອມພັລຍາ ໄດ້ຂີ່ຣົດໂດຍສານຄັນດັ່ງກ່າວ ມາຈາກແຂວງສະໝຸດປຣາການ ເພື່ອກັບບ້ານ ແຂວງສາລະວັນ ສປປລາວ ໂດຍ ຈະຜ່ານດ່ານ ຊ່ອງເມັກ ແຂວງອຸບົນ ເສັຍຄ່າຣົດຄົນລະ 1,000 ກວ່າບາດ. ທໍາອິດວ່າຈະ ພາກັນຂີ່ຣົດບັສ ແຕ່ຢ້ານຈະໄດ້ລໍຖ້າດົນ ຈຶ່ງໂທຣະສັບຫາທ້າວ ຊະວະລິດ ທີ່ຄອຍຮັບສົ່ງຄົນລາວ. ພໍດີມີບ່ອນຫວ່າງ ຈຶ່ງມາພ້ອມກັນກັບໝູ່ຄົນລາວ ທັງຍິງແລະຊາຍ ແຕ່ມາເກີດ ອຸ ບັດຕິເຫດຣະຫວ່າງທາງ. ທ້າວພູ ວ່າຕົນແລະພັລຍາເຂົ້າມາເຮັດວຽກຢູ່ໂຮງງານເຈັ້ຍແຫ່ງນຶ່ງ ທີ່ແຂວງສະໝຸດປຣາການ ແລະ ຈະກັບບ້ານ ເພາະແມ່ບໍ່ສະບາຽ.

ກ່ຽວກັບອຸບັດຕິເຫດທີ່ວ່ານີ້ ພັນຕໍາຣວດເອກ ປຣະຍຸດ ໂພແກ້ວກຸນ ຮອງຜູ້ບັນຊາການຕໍາຣວດ ແຂວງບຸຣີຣໍາ ເວົ້າວ່າໄດ້ສັ່ງໃຫ້ພະນັກງານ ສອບສວນ ເບິ່ງຜົນຂອງການກວດເລືອດທ້າວ ຊະວະລິດ ຖາວອນຄໍາ ຜູ້ເປັນຄົນໄທຍ໌ທີ່ຂັບຣົດຄັນ ດັ່ງກ່າວເພື່ອກວດຫາສານເສບຕິດ ໃນ ຮ່າງກາຍ ເນື່ອງຈາກກວດພົບຢາບ້າ ຢູ່ນໍາຄົນຂັບ 1 ເມັດ ແລະແກ້ວເຫລົ້າ ຢູ່ຂ້າງປະຕູຄົນຂັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.