ຜົລປູກພາກເໜືອປີນີ້ ຕົກຕໍ່າ

ຜົລຜລິດ ການກະເສດ ຢູ່ພາກເໜືອ ຂອງລາວ ປີນີ້ ຄາດວ່າ ຈະຫລຸດລົງ ຍ້ອນ ພັຍແຫ້ງແລ້ງ.

ເດັກນ້ອຍ ຢືນຢູ່ໃນເຂດ ໃກ້ທົ່ງນາ ທີ່ແຫ້ງແລ້ງ ໃນແຂວງວຽງຈັນ. ຮູປຖ່າຍວັນທີ 27 ມິນາ 2010 AFP

ໃນປີ 2020 ນີ້ ຜົລຜລິດດ້ານກະສິກໍາ ຂອງ ປະຊາຊົນ ຢູ່ພາກເໜືອຂອງລາວ ຄາດວ່າ ຈະຫລຸດລົງຫລາຍ ຍ້ອນບັນຫາພັຍແລ້ງ ແລະນໍ້າ ໃນແມ່ນໍ້າຫຼາຍສາຍບົກແຫ້ງ ເປັນຕົ້ນຢູ່ແຂວງຫລວງພຣະບາງ, ຫລວງນໍ້າທາ, ຫົວພັນ ແລະ ແຂວງອຸດົມໄຊ ຊຶ່ງ ບາງບ່ອນບໍ່ສາມາດ ປູກຝັງໄດ້. ກ່ຽວກັບເຣຶ່ອງນີ້ ຊາວບ້ານ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 26 ກຸມພາ ນີ້ວ່ານໍ້າເລິ້ມ ບົກແຫ້ງ ລົງຫລາຍແລ້ວ, ບາງບ່ອນເຮັດນາບໍ່ໄດ້ເລີຍ ແລະວ່າ ຕົນເອງເຮັດນາ ແຕ່ຄາດວ່າ ຜົລຜລິດ ຈະບໍ່ໄດ້ຕາມທີ່ຄາດໄວ້ແນ່ນອນ ຍ້ອນບໍ່ມີນໍ້າພຽງພໍ, ດັ່ງທີ່ທ່ານກ່າວວ່າ:

”ແຫ້ງຫລາຍໂອະ ເຮັດນາກະບໍ່ໄດ້ຍ້ອນ ບໍ່ມີນໍ້ານີ້ແຫລະ ໂອຫລຸດລົງຫລາຍ ໂອມີບາງບ່ອນມັນກະຕາຍ ຫັ້ນແຫລະ ສົມມຸດວ່າເຮັກຕາ ນຶ່ງມັນກະໄດ້ ເຄິ່ງນຶ່ງຫັ້ນນະ ແລະ ເຂົາຂາຍໃຫ້ປະຊາຊົນ ກະຂາຍແພງ ບໍລິສັດກໍປູກພືດແນວໃດມັນກະໄດ້ອະ ແນວບໍ່ມີນໍ້ານະ.”

ແລະເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ແຂວງຫລວງພະບາງ ກໍເວົ້າວ່າ ປັດຈຸບັນ ນໍ້າບົກແຫ້ງ ຫລາຍບ່ອນຝົນກໍບໍ່ຕົກ ປະຊາຊົນກໍໄດ້ ຮັບຜົນກະທົບແລ້ວ ໂດຍສະເພາະການເຮັດນາແຊງ. ຄາດວ່າ ຜົລຜລິດປີນີ້ ຈະບໍ່ໄດ້ຕາມຄາດ. ແຕ່ບາງບ່ອນກໍຍັງ ພໍເຮັດນາແຊງໄດ້ຢູ່ ຍ້ອນມີຊົລປະທານ. ສ່ວນບ່ອນທີ່ແຫ້ງແລ້ງ ກໍບໍ່ໄດ້ເຮັດ ມັນຂຶ້ນກັບສະພາບດິນຟ້າອາກາດ ດັ່ງທີ່ທ່ານກ່າວວ່າ:

”ໄພແຫ້ງແລ້ງປີນີ້ ກໍຖືວ່າຝົນ ຍັງບໍ່ຕົກຈັກຄັ້ງນໍ ກໍມີບັນຫາຫລາຍ ໃນການປູກພືດ ທຸກບ່ອນຂະເຈົ້າກະຈົ່ມ ສະເພາະນາແຊງນໍ ຂະເຈົ້າກໍ ແບິ່ງຕາມສະພາບເລຶ່ອງນໍ້າ ນີ້ແຫລະ ບ່ອນທີ່ບໍ່ມີຊົລປະທານ ກະບໍ່ໄດ້ເຮັດ ເພິ່ນກະໃຫ້ເຊົາ ຜົລຜລິດມັນກະຫຼຸດລົງອີງໃສ່ຕາມເງື່ອນໄຂ ຫັ້ນແຫລະ.”

ຢູ່ແຂວງອຸດົມໄຊ ຊາວບ້ານກໍເວົ້າວ່າ ປັດຈຸບັນຫຼາຍບ່ອນເຮັດນາບໍ່ໄດ້ ຍ້ອນນໍ້າບໍ່ມີ ນໍ້າບົກແຫ້ງລົງຫຼາຍ ແລະເມື່ອປີກາຍ ບາງຄອບຄົວ ກໍບໍ່ໄດ້ເຂົ້າຈັກ ເປົາ, ດັ່ງທີ່ທ່ານກ່າວວ່າ:

”ເຂົ້ານີ້ປີກາຍ ບາງຄອບຄົວນີ້ບໍ່ ໄດ້ເຂົ້າຈັກເປົ໋າຈັກເມັດເລີຍນີ້ ບໍ່ສະເພາະບ້ານນຶ່ງ ບ້ານດຽວນໍ ມັນກໍຫລາຍບ້ານ ຄືກັບເຂດຕໍ່າໆ ບໍ່ມີ ນໍ້າເລີຍເດ ນາກໍຈະເອົານໍ້າໃສໄປເຮັດນາ ທຸກມື້ນີ້ເຂົ້າເຂົາກໍຂາຍໂລນຶ່ງ 9 ພັນ 10 ພັນ ໂລນຶ່ງນະ ນໍ້າເປັນບັນຫາຕົ້ນຕໍ ນັບມື້ແຮງແຫ້ງ ແລ້ງ ສຸດແລ້ວດຽວນີ້.”

ສໍາລັບຢູ່ແຂວງຫລວງນໍ້າທາ ປະຊາຊົນກໍເວົ້າວ່າ ປັດຈຸບັນ ກໍມີບາງບ່ອນບໍ່ໄດ້ເຮັດນາ, ບາງບ່ອນກໍໄດ້ເຮັດເປັນບາງສ່ວນ ໄດ້ເຮັດໜ້ອຍນຶ່ງ ຍ້ອນບໍ່ມີນໍ້າ ຝົນບໍ່ຕົກ. ປະຊາຊົນຫັນໄປປູກພືດ ຊນິດອື່ນໆ ເປັນຕົ້ນໝາກຖົ່ວ, ໝາກອຶ, ໝາກໂມແທນ, ດັ່ງທີ່ ທ່ານກ່າວວ່າ:

"ປີນີ້ແຫ້ງແລ້ງຫລາຍ ນາເຂົ້າເກືອບບໍ່ໄດ້ເຮັດ ສ່ວນຫລາຍຢູ່ພີ້ປູກໝາກຖົ່ວ ໝາກອຶ ໝາກໂນີ້ແຫລະ ມັນບໍ່ມີນໍ້າແນ່."

ອີງຕາມການຣາຍງານຂອງ ທ່ານ ບຸນປອນ ສີສຸລາດ ເຈົ້າໜ້າທີ່ຂັ້ນສູງຂອງລາວ ຕໍ່ກອງປະຊຸມສະພາແຫ່ງຊາດ ເທື່ອຫລ້າສຸດ ໃນເດືອນ ພຶສຈິກາ ປີກາຍ, ໃນປີ 2019 ປະເທດລາວ ສາມາດຜລິດ ແລະເກັບກ່ຽວເຂົ້ານາປີ ໄດ້ພຽງ 3 ລ້ານປາຍຕັນ ຄືບໍ່ໄດ້ຕາມຄາດໝາຍທີ່ ຕັ້ງເອົາໄວ້ປະມານ 4 ລ້ານ 2 ໝື່ນຕັນ ແລະການປູກເຂົ້ານາແຊງ ກໍເຮັດໄດ້ພຽງ 90 ພັນເຮັກຕາ ໃນຈໍານວນເນື້ອທີ່ ທີ່ຄາດເອົາໄວ້ 130 ພັນເຮັກຕາ ຍ້ອນຂາດເຂີນນໍ້າ ແລະ ຊົລປະທານ ທີ່ຖືກ ນໍ້າຖ້ວມເພພັງ ກໍຟື້ນຟູຍັງບໍ່ໄດ້ໝົດ. ສໍາລັບປີ 2020 ນີ້ ຍັງບໍ່ທັນມີຣາຍງານ ຈາກທາງການລາວ ກ່ຽວເຣຶ່ອງການ ຜລິດເຂົ້ານັ້ນເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org