ອົງການແມ່ນໍ້າຂອງຖືກຕັດ ທຶນ

ຄູ່ພາຄີ ການພັທນາ ແມ່ນໍ້າຂອງ ຕັດທຶນ ຊ່ວຍເຫລືອ ອົງການ ກັມມາທິການ ແມ່ນໍ້າຂອງ ຫຼື MRC

ອົງການ ຄນະກັມມາທິການ ແມ່ນໍ້າຂອງ MRC MRC

ໃນ ສົກປີ 2016-20 ນີ້ ກັມມາທິການ ແມ່ນໍ້າຂອງ ຫຼື MRC ຈະໄດ້ຮັບ ທຶນ ຊ່ວຍເຫລືອ ຈາກ ຄູ່ພາຄີ ການພັທນາ ໜ້ອຍລົງ ຈາກ 115 ລ້ານ ໂດລາ ທີ່ເຄີຽໄດ້ຮັບ ໃນ 5 ປີ ຜ່ານມາ ເຫຼືອພຽງ 53 ລ້ານ ໂດລາ. ຕາມຣາຍງານ ໜັງສືພິມ ພະນົມເປັນ ໂພສ ທີ່ ອ້າງຕາມ ການເປີດເຜີຍ ຂອງ ທ່ານ  Truong Hong Tien ເຈົ້າໜ້າທີ່ ປະຈໍາ ສໍານັກງານ ເລຂາທິການ MRC.

ທ່ານວ່າ ກັມມາທິການ ແມ່ນໍ້າຂອງ ຈະແບ່ງ ວຽກງານ ຈໍານວນນຶ່ງ ຄືນໃຫ້ ປະເທດ ສະມາຊິກ ລຸ່ມ ແມ່ນໍ້າຂອງ ດໍາເນີນການ ເອງ ເປັນຕົ້ນ ວຽກງານ ວັດແທກ ຣະດັບ ນໍ້າຂອງ, ແລະ ຈະຕັດ ບຸຄລາກອນ ທີ່ ມີປະມານ 150 ຄົນ ລົງ ເຖິງເຄິ່ງນຶ່ງ ພາຍໃນ 6 ເດືອນ ຂ້າງໜ້າ.

ທ່ານ Truong Hong Tien ກ່າວ ໃນເວລາ ໃຫ້ສັມພາດ ວ່າ ມັນເປັນ ວຽກ ໃຫຽ່ສໍາລັບ MRC ແລະວ່າ ພວກເຮົາ ຈະຕ້ອງ ດໍາເນີນ ວຽກງານ ໃຫ້ໄປໄດ້ ໄວກວ່ານີ້. ການປົກປັກ ຮັກສາ ທັມມະຊາດ ແລະ ການ ວັດແທກ ຣະດັບ ນໍ້າຂອງ ເປັນສິ່ງທີ່ ແຕ່ລະ ປະເທດ ສາມາດ ເຮັດໄດ້ເອງ.

ແຕ່ວ່າ ເຈົ້າໜ້າທີ່ ກັມມາທິການ ແມ່ນໍ້າຂອງ ຄົນອື່ນໆ ທີ່ຂໍສງວນຊື່ ບອກວ່າ ເຫດຜົນ ທີ່ແທ້ຈິງ ທີ່ ຄູ່ພາຄີ ພັທນາ ຕັດການ ຊ່ວຍເຫຼືອລົງ ເພາະເຫັນວ່າ MRC ບໍ່ມີສິດ ໃນການແກ້ໄຂ ບັນຫາ ຂອງ ພູມີພາກ ແລະວ່າ ໃນເມື່ອຕັດ ເຈົ້າໜ້າທີ່ ລົງ ກໍຍິ່ງ ຈະເຮັດໃຫ້ MRC ມີຄວາມໝາຍ ຫນ້ອຍລົງ.

MRC ບໍ່ສາມາດ ເວົ້າ ຫຍັງຫຼາຍໄດ້ ກ່ຽວກັບ ບັນຫາ ຂັດແຍ້ງ. ກອງປະຊຸມ ກັມມາທິການ ແມ່ນໍ້າຂອງ ຄັ້ງທີ 22 ທີ່ ກຸງ ພະນົມເປັນ ໃນວັນພຸດ ວັນທີ 13 ມົກກະຣາ 2016 ຜ່ານມາ ບັນຫາ ຂໍ້ຂັດແຍ້ງ ການສ້າງເຂື່ອນ ດອນສະໂຮງ ໃນພາກໃຕ້ ຂອງລາວ ຖືກນໍາມາ ຖົກຖຽງກັນ ຫຼາຍທີ່ສຸດ ເຖິງແມ່ນວ່າ ທາງການລາວ ໄດ້ລົງມື ສ້າງ ໄປແລ້ວ ໃນ ຕົ້ນປີນີ້.

ທ່ານ ເຕ ນາວຸດ ເລຂາທິການ ແມ່ນໍ້າຂອງ ກໍາພູຊາ ກ່າວວ່າ ກໍາພູຊາ ໄທ ແລະວຽດນາມ ໄດ້ຂໍໃຫ້ ທາງການລາວ ສຶກສາ ຜົນກະທົບ ຂອງເຂື່ອນ ຕໍ່ ສະພາບ ແວດລ້ອມ ຕື່ມອີກ ແຕ່ ຝ່າຍລາວ ປະຕິເສດ ແລະ ບອກວ່າ ເຂື່ອນ ດອນສະໂຮງ ຈະບໍ່ສ້າງ ຜົນກະທົບ.

ປັຈຈຸບັນ ບັນຫາ ຂໍ້ຂັດແຍ້ງ ໃນການໃຊ້ ແມ່ນໍ້າຂອງ ອັນທີນຶ່ງ: ຄື ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ຢູ່ ສປປລາວ, ອັນທີສອງ: ໄທ ມີແຜນການ ຈະແຍກ ເອົານໍ້າຈາກ ແມ່ນໍ້າຂອງ ໄປໃຊ້ເພື່ອ ການກະເສດ ໃນພາກເໜືອ ແລະ ພາກ ຕະເວັນອອກ ສ່ຽງເໜືອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org