ຊາວບ້ານດອນສະໂຮງບໍ່ດີໃຈ

ຮູປຈໍາລອງ ຂອງເຂື່ອນດອນສະໂຮງ
ຮູປຈໍາລອງ ຂອງເຂື່ອນດອນສະໂຮງ (Peter Hawlkins/Mega First Corporation Berhad.)

0:00 / 0:00

ຊາວບ້ານ ໃນເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ ຢູ່ ເມືອງໂຂງ ແຂວງ ຈຳປາສັກ ເປີດເຜີຍວ່າ ຫລັງຈາກ ທີ່ໄດ້ ເລີ່ມ ກໍ່ສ້າງທາງ ຂົວ ແລະ ບ່ອນພັກ ຄົນງານ ໃນ ຕົ້ນ ເດືອນ ຕຸລາ 2014 ນີ້ ທາງ ໂຄງການ ກໍໄດ້ ນຳ ໃຊ້ ທີ່ດິນ ຂອງ ປະຊາຊົນ ໂດຍບໍ່ຂໍ ອະນຸຍາດ ຈາກ ເຈົ້າຂອງ ທີ່ດິນ ຫລື ແຈ້ງ ໃຫ້ ນາຍບ້ານ ຮູ້ນໍາ ອັນເຮັດໃຫ້ ຊາວບ້ານ ບໍ່ພໍໃຈ:

"ຕົວມີ ບັນຫາ ແທ້ໆນີ້ ແມ່ນ ກ່ຽວກັບ ບົດບັນທຶກ ທີ່ ເອີ້ນວ່າ ການ ເພິ່ນມາ ກໍ່ສ້າງຫັ້ນ ນະ ຂະເຈົ້າ ບໍ່ ປະຕິບັດ ຕາມ ບົດບັນທຶກ ສິ ເຮັດຫຍັງ ເຂົາກໍບໍ່ ແຈ້ງບ້ານ ກ່ອນ ເປັນຕົ້ນວ່າ ຂັ້ນຕອນນີ້ ຂ້ອຍ ສິເຮັດ ອັນນັ້ນ ອັນນີ້ ຣາຍງານ ມານີ້ ແມ່ນວ່າ ເຂົາກວມ ເອົາໃສ່ດິນ ຂອງ ປະຊາຊົນ ອັນນີ້ຄື ບໍ່ສເນີ ນາຍບ້ານ".

ທ່ານ ເວົ້າຕື່ມ ວ່າ ກໍຣະນີ ທີ່ ມີບັນຫາ ຄື ດິນ ຂອງ ປະຊາຊົນ ທີ່ ຖືກ ໂຄງການ ເຂື່ອນ ດອນສະໂຮງ ນຳໃຊ້ ໃນການ ສ້າງຂົວ ແຕ່ຝັ່ງ ເມືອງ ໂຂງ ຫາ ບ້ານ ດອນສະດຳ ຊຶ່ງ ດິນ ບ່ອນທີ່ ທາງ ໂຄງການ ໄດ້ເຂົ້າມາ ກໍ່ສ້າງ ພື້ນຂົວ ໂດຍ ທີ່ຍັງບໍ່ໄດ້ ຕົກລົງ ກັນວ່າ ຈະຊົດ ເຊີຍ ຄ່າ ທີ່ດິນ ນັ້ນ ໃຫ້ ປະຊາຊົນ ແນວໃດ. ແລະ ການບໍ່ແຈ້ງ ໃຫ້ນາຍ ບ້ານຮູ້ ກໍຖືວ່າ ບໍ່ເປັນ ໄປຕາມ ບົດ ບັນທຶກ ຂອງການ ປະຕິ ບັດ ໂຄງການ.

ປັຈຈຸບັນ ໂຄງການ ເຂື່ອນ ດອນສະໂຮງ ກັບມາ ກໍ່ສ້າງ ອີກ ຫລັງຈາກ ໂຈະ ຊົ່ວຄາວ ໃນຊ່ວງ 3 ເດືອນ ຣະດູຝົນ. ວຽກງານ ທີ່ກຳລັງ ເຮັດຢູ່ນີ້ ຄືວຽກງານ ກໍ່ສ້າງ ຂົວ ທາງ ແລະ ບ່ອນພັກ ຄົນງານ ແລະ ສຳຣວດ ພື້ນທີ່ ກໍ່ສ້າງ ຕົວເຂື່ອນ ເພື່ອຕຽມ ການກໍ່ສ້າງ ໃນ ຂັ້ນ ຕໍ່ໄປ.