ວຽດນາມຍັງຕໍ່ຕ້ານເຂື່ອນ ດອນສະໂຮງ

ຈໍາປາທອງ
2014.12.04
F-Don-sahong ຮູປຈໍາລອງ ຂອງເຂື່ອນດອນສະໂຮງ
Peter Hawlkins/Mega First Corporation Berhad.

 

ໂຄງການ ໄຟຟ້າ ພລັງນໍ້າ ຢູ່ ແມ່ນໍ້າຂອງ ຂອງລາວ ມີແນວໂນ້ມ ທີ່ ຈະ ຂ້າ ສັດນໍ້າ ສາຍພັນ ຕ່າງໆ ທີ່ ໃກ້ ຈະສູນພັນ ເຊັ່ນ ປາ ໂລມາ ແລະ ຈະເຮັດໃຫ້ ເສັຽຫາຍ ໄປເຖິງເຂດ ສາມ ຫ່ຼຽມ ແມ່ນໍ້າຂອງ ຂອງ ວຽດນາມ ທີ່ຖືກ ຜົລກະທົບ ຈາກ ເຂື່ອນ ຫຼາຍແຫ່ງ ຂອງຈີນ ຢູ່ ແລ້ວ. ຕາມຄໍາເວົ້າ ຂອງ ນັກວິທຍາສາດ ວຽດນາມ.

ການເຄື່ອນໄຫວ ຕ້ານການ ສ້າງ ເຂື່ອນ ໃນ ແມ່ນໍ້າຂອງ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ແລະ ນັກ ປັນຍາຊົນ ວຽດນາມ ມີຂຶ້ນ ຢ່າງລຽນຕິດ ໃນຂນະທີ່ ໂຄງການ ເຂື່ອນ ດອນສະໂຮງ ຈະລົງມື ກໍ່ສ້າງ. ທາງການ ວຽດນາມ ແລະ ນັກ ຊ່ຽວຊານ ໄດ້ຍົກ ບັນຫາ ນີ້ຂຶ້ນ ຍ້ອນ ກັງວົນ ໃນເຣື່ຶອງ ສິ່ງ ແວດລ້ອມ ອື່ນໆ ຢູ່ໃນ ກອງປະຊຸມ ທີ່ ແຂວງ ອັນ ຈຽງ ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ ພາກໃຕ້ ວຽດນາມ ໃນ ວັນ ອັງຄານ ທີ 2 ທັນວາ ນີ້.

ນັກ ຊ່ຽວຊານ ວ່າ ເຂື່ອນ ດອນສະໂຮງ ເປັນເຂື່ອນ ຂນາດນ້ອຍ ຖ້າທຽບໃສ່ ເຂື່ອນ ໄຊຍະບຸຣີ ແຕ່ ມັນຈະສົ່ງ ຜົລກະທົບ ຕໍ່ຣະບົບ ນິເວດ ເພາະວ່າ ມັນຕັ້ງຢູ່ໃກ້ ກັບ ປະເທດ ກໍາພູຊາ ແລະ ບໍ່ໄກ ຈາກ ວຽດນາມ ສາມຫລ່ຽມ ແມ່ນ້າຂອງ.

ທ່ານ Nguyen Huu Thien ນັກ ຄົ້ນຄວ້າ ຜູ້ທີ່ໄດ້ ຮ່ວມຢູ່ໃນ ໂຄງການ ສາກົນ ກ່ຽວກັບ ການ ປົກປ້ອງ ສິ່ງແວດລ້ອມ ຢູ່ ແມ່ນໍ້າຂອງ ໃນປີ 2009 ກ່າວວ່າ: “ມັນເປັນເຣື່ອງ ທີ່ໜ້າ ຕົກໃຈ ເມື່ອ ອ່ານຜົລ ຂອງ ການສຶກສາ ກ່ຽວກັບ ຜົລກະທົບ ທີ່ ປະຊາຊົນ ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ ຈະໄດ້ຮັບ ນັ້ນ”.

ທ່ານວ່າ ພັຍຄຸກຄາມ ໃຫຍ່ ທີ່ມີຕໍ່ເຂດ ສາມຫລ່ຽມ ແມ່ນໍ້າຂອງ ຄືການ ປ່ຽນແປງ ຂອງ ດິນຟ້າ ອາກາດ, ນໍ້າ ເປັນມົລພິດ ແລະ ເຂື່ອນ ໄຟ້ຟ້າ, ແລະວ່າ ໃນຂນະທີ່ ດິນຟ້າ ອາກາດ ມີການ ປ່ຽນແປງນັ້ນ ຈະເຮັດໃຫ້ ຜູ້ຄົນ ມີເວລາ ໃນ ການປັບຕົວ ແລະ ມົລພິດ ກໍ ຈະສາມາດ ເຮັດໃຫ້ ສະອາດໄດ້, ແຕ່ວ່າ ຜົລກະທົບ ຈາກເຂື່ອນນີ້ ເປັນສິ່ງ ທີ່ ປົວແປງຄືນ ບໍ່ໄດ້.

ສູນພັທນາ ແລະ ການປ່ຽນແປງ ເປັນ ສີຂຽວ ຊຶ່ງມີຊື່ ຫຍໍ້ເປັນ ພາສາ ອັງກິດ ວ່າ Green ID ທີ່ ຕັ້ງຢູ່ ກຸງ ຮ່າໂນ້ຍ, ເຄືອຂ່າຍ ແມ່ນໍ້າ ວຽດນາມ ແລະ ທາງການ ເຂດ ສາມຫລ່ຽມ ແມ່ນໍ້າຂອງ ຮ່ວມກັນ ຈັດຕັ້ງ ກອງປະຊຸມ ຂຶ້ນ ໃນ ວັນ ອັງຄານ ເຣື່ອງ ຂໍ້ມູນ ຂອງ ຜູ້ຊ່ຽວຊານ ທີ່ ໄດ້ມາຈາກ ຊາວ ກະສິກອນ ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ ໃນຣະຫວ່າງ ການ ສໍາຣວດ ເປັນເວລາ ສອງ ອາທິດ ເມື່ອເດືອນ ພຶສຈິກາ ກ່ຽວກັບ ເຂື່ອນ ດອນສະໂຮງ ຂອງລາວ ພາຍຫລັງ ທີ່ ພວກ ເຂົາເຈົ້າ ຮວມຕົວກັນ ຄັດຄ້ານ ຢ່າງເປັນ ເອກກະພາບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.