ຊາວເມືອງຄຳ ກັງວົນ ຣັຖອະນຸມັດ ໃຫ້ຂຸດຄົ້ນແຮ່
ນັກລົງທຶນລາວ ກຽມຂຸດຄົ້ນ ປຸງແຕ່ງ ສົ່ງອອກແຮ່ທອງ ແລະແຮ່ຄຳ, ແຕ່ຊາວບ້ານກັງວົນ ຄ່າຊົດເຊີຍທີ່ດິນ ຫຼັງຈາກທີ່ ທາງການລາວ ໄດ້ເຊັນສັນຍາ ອະນຸມັດໃຫ້ ທາງບໍຣິສັດ ນິກສັນ ພັທນາບໍ່ແຮ່ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ ການຂຸດຄົ້ນ ບໍ່ແຮ່ດັ່ງກ່າວ.
-
ໄຊຍາ
2022-02-15 -
-
-
Your browser doesn’t support HTML5 audio
ໃນວັນທີ 10 ກຸມພາ 2022, ກະຊວງແຜນການ ແລະການລົງທຶນ ຈັດພິທີເຊັນສັນຍາອະນຸຍາດໃຫ້ ກຸ່ມບໍຣິສັດ ນິກສັນ ພັທນາບໍ່ແຮ່ ຈຳກັດຜູ້ດຽວ ຂອງນັກລົງທຶນລາວ ເພື່ອຂຸດຄົ້ນປຸງແຕ່ງ ສົ່ງອອກແຮ່ທອງ ແລະແຮ່ຄຳ ຢູບ້ານນາມວນ ແລະ ນາຫລວງເມືອງຄຳ ແຂວງຊຽງຂວາງ ແລະ ຢູ່ບ້ານສົບກຶນ ເມືອງພູກູດ ແຂວງຊຽງຂວາງ ໃນອາຍຸສັມປະທານ 20 ປີ ແລະໃນເນື້ອທີ 18.28 ກິໂລຕາແມັດ.
ບໍຣິສັດດັ່ງກ່າວ ມີແຜນຈະເອົາດິນສວນຂອງຊາວບ້ານ ຢູ່ບ້ານນາຫລວງ ເມືອງຄຳແຂວງຊຽງຂວາງ ຈຳນວນ 100 ເຮັກຕ້າຣ໌ ໃນການຂຸດຄົ້ນແຮ່ທອງ ຊຶ່ງເນື້ອທີ່ດິນຈຳນວນ 100 ເຮັກຕ້າຣ໌ ຂອງຊາວບ້ານນັ້ນ ບໍ່ມີໃບຕາດິນ, ຊາວບ້ານຈຶ່ງຈຳເປັນຕ້ອງຍົກດິນນັ້ນໃຫ້ ບໍຣິສັດຕາມຄຳສັ່ງຂອງຂັ້ນເທິງ. ແຕ່ຊາວບ້ານຕ້ອງການ ຢາກໃຫ້ບໍຣິສັດ ຈ່າຍຄ່າຊົດເຊີຍຕາມຄວາມເໝາະສົມ ຫລືວ່າບໍຣິສັດແປງທາງດິນແດງ ແຕ່ບ້ານນາຫລວງໄປຫາບ້ານຫ້ວຍແພເປັນໄລຍະ 5 ກິໂລແມັດເພື່ອເປັນຄ່າຊົດເຊີຍດິນນາ, ດິນສວນ ທີ່ເຂົາເຈົ້າຍົກໃຫ້ບໍຣິສັດ.
ດັ່ງຊາວບ້ານ ນາຫລວງ ເມືອງຄຳ ແຂວງຊຽງຂວາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ກຸມພາ ວ່າ:
“ຜົລກະທົບຂອງພໍ່ແມ່ປະຊາຊົນຫລາຍ ຖືກໄຮ່ຖືກສວນ ກໍບໍ່ຢາກໃຫ້ເຮັດນີ້ແຫລະ ແລະຈຳເປັນແຫລະທາງຣັຖບານ ອະນຸຍາດເຮົາກາບໍ່ຮູ້ແນວເຮັດແຫລະ ເວົ້າເຣື່ອງດິນນີ້ເນາະ ເພາະວ່າເຮົາຢູ່ນອກນີ້ ຍັງບໍ່ທັນເຮັດໃບຕາດິນເນາະ ເຮັດແບບໄຮ່ເຄື່ອນທີ່ ສເນີຢາກໃຫ້ທາງບໍຣິສັດຫັ້ນ ເຮັດທາງແດງໄປທາງຫ້ວຍແພນີ້ ໃຫ້ພໍ່ແມ່ປະຊາຊົນໄປທຳການຜລິດເພາະວ່າ ຢູ່ບ້ານບໍ່ມີຫຍັງຕອບແທນໃຫ້ ພໍ່ແມ່ປະຊາຊົນບໍ່ມີຫຍັງຊົດເຊີຍ ເປັນເງິນເປັນຄຳ.”
ກ່ອນໜ້ານີ້ ໃນໄລຍະການສຳຣວດ ຢູ່ບ້ານນາມວນ ເມືອງຄຳ ຊາວບ້ານກໍໄດ້ຮັບຜົລກະທົບ ແດ່ແລ້ວຍ້ອນບໍຣິສັດ ໄດ້ຂຸດເຈາະດິນຫລາຍຈຸດ ເພື່ອຊອກຫາແຫລ່ງແຮ່ທາດ ເຮັດໃຫ້ດິນເຈື່ອນ ຈາການຂຸດເຈາະແລະສິ່ງປຸກສ້າງຕ່າງໆ ເຈື່ອນໃສ່ສາຍນໍ້າ ເຮັດໃຫ້ແຫລ່ງນໍ້າສະອາດ ຂອງປະຊາຊົນ ຂຸ່ນບໍ່ສາມາດໃຊ້ດື່ມແລະອາບ ມີສັດນໍ້າຈຳນວນນຶ່ງຕາຍ ຍ້ອນດື່ມນໍ້າໃກ້ກັບບ່ອນຂຸດເຈາະ.
ດັ່ງຊາວບ້ານ ບ້ານນາມວນ ເມືອງຄຳ ແຂວງຊຽງຂວາງ ກ່າວໃນມື້ດຽວກັນວ່າ:
“ອັນຜົລເສັຽນີ້ ກໍເຣີ້ມມີແລ້ວເດ້ ໂດຍສະເພາະແມ່ນນໍ້ານີ້ແຫລະ ດິນກໍເຊາະເຈື່ອນລົງມາໃສ່ຮ່ອງນໍ້າເດ ທັງສັດທັງນໍ້າເນາະ ປູປານານໍ້າມັນກໍໄດ້ ຮັບຜົລກະທົບໝົດ ບາງເທື່ອມັນກໍຕາຍ.”
ຊາວບ້ານຢູ່ບ້ານສົບກຶນ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງເປັນອີກນຶ່ງບ້ານທີ່ບໍຣິສັດ ນິກສັນ ພັທນາບໍ່ແຮ່ ຈຳກັດ ຈະເຂົ້າມາຂຸດຄົ້ນແຮ່ທອງ ແລະແຮ່ຄຳໃນໝໍ່ໆ ນີ້. ຊາວບ້ານພາຍໃນ ບ້ານກໍມີຄວາມກັງວົນໃຈກ່ຽວກັບຜົລກະທົບ ການໃຊ້ລະເບີດຈາກການຂຸດຄົ້ນ ແຮ່ທອງແຮ່ຄຳ ຊຶ່ງການຂຸດຄົ້ນແຮ່ຕ່າງໆ ບໍ່ຫ່າງຈາກບ້ານປານໃດ.
ຊາວບ້ານບ້ານສົບກຶນ ເມືອງພູກູດ ກ່າວໃນມື້ດຽວກັນວ່າ:
“ລົບກວນໃນເວລາລັບນອນຫັ້ນແຫລະ ເຮົາຫາກິນມັນກໍຫຍຸ້ງຍາກແນວວ່າແຫລະ ໄປຫາກິນບາງເທື່ອມັນກໍມີລະເບີດເນາະ ມັນລະເບີດຂຶ້ນມາກໍຊິຖືກເຮົາບໍ່ ຫລືຖືກຊຸມຊົນຫັ້ນນ່າ ແລ້ວເຮົາບໍ່ຮູ້ມັນຢູ່ບ່ອນໃດນ່າ ບໍ່ນ່າແລະເຮົາກາບໍ່ຮູ້ ມັນໄກບ້ານເຮົາບໍ່.”
ຊາວບ້ານຢູ່ບ້ານລ່ອງຊານ ເມືອງພູກູດ ແຂວງຊຽງຂວາງ ຊຶ່ງເປັນບ້ານທີ່ຊາຍແດນຕິດຈອດກັບບ້ານສົບກຶນ ກໍມີຄວາມກັງວົນໃຈບໍ່ຕ່າງກັນກັບບ້ານອື່ນ ໆ ກ່ຽວກັບຜົລກະທົບຕໍ່ສາຍນໍ້າຂອງບ້ານຈະປົນເປື້ອນສານເຄມີຈາກການຂຸດຄົ້ນແຮ່ທອງແຮ່ຄຳປັດຈຸບັນທາງພາກ ສ່ວນທີ່ກ່ຽວຂ້ອງຮວມເຖິງທາງບໍຣິສັດກໍຍັງບໍ່ໄດ້ມາຖາມຄວາມຄິດເຫັນຂອງຊາວບ້ານກ່ຽວກັບການຂຸດຄົ້ນປຸງແຕ່ງແຮ່ທອງແຮ່ຄຳແຕ່ຢ່າງໃດ. ດັ່ງຊາວບ້ານ ບ້ານລ່ອງຊານ ເມືອງພູກູດ ແຂວງຊຽງຂວາງກ່າວໃນມື້ດຽວກັນວ່າ:
“ເປັນເວລາຊ່ວງວ່າ ນໍ້າລີນຂາດບໍ່ຫລືວ່າຖືກພັຍແຫ້ງແລ້ງ ອີ່ຫຍັງຫັ້ນນ່າ ມັນກໍຂາດເຂີນທັງຫ້ວຍທັງຮ່ອງຈັ້ງຊິ ໄດ້ໃຊ້ຄັນຖ້າບໍ່ມີພັຍພິບັດ ແນວຫຍັງຕ່າງໆ ເກີດຂຶ້ນຫັ້ນກໍສ່ວນນ້ອຍ ເຮົາຊິໃຊ້ນໍ້າຄານນີ້ນ່າ ກໍຊິ ເບິ່ງໄລຍະທີ່ວ່າ ຖ້າຫາກວ່າ ມັນມີບັນຫາແທ້ກໍຢາກໃຫ້ມີ ວິທີທາງຊອກນັ້ນແຫລະ.”
ສຳລັບເຣື່ອງຄ່າຊົດເຊີຍດິນນາ, ດິນສວນ, ດິນໄຮ່ ຂອງຊາວບ້ານ ແມ່ນທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ປະສານກັບທາງບໍຣິສັດໄວ້ເບື້ອງຕົ້ນແລ້ວ ໃຫ້ຊົດເຊີຍດິນ ພໍ່ແມ່ປະຊາຊົນຕາມຄວາມເໝາະສົມ ຖ້າຫາກການຂຸດຄົ້ນໄປກວມເອົາດິນ ຂອງປະຊາຊົນ ແຕ່ປະຊາຊົນຍັງ ບໍ່ແນ່ວ່າຈະໄດ້ຄ່າຊົດເຊີຍ ຫລືບໍ່.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຊຽງຂວາງ ກ່າວໃນມື້ດຽວກັນວ່າ:
“ບ່ອນໃດທີ່ວ່າແຕະຕ້ອງເຖິງດິນໄຮ່ ດິນສວນ ປະຊາຊົນຫັ້ນ ບໍຣິສັດຕ້ອງໄດ້ຊົດໃຊ້ ແລະຊົດເຊີຍໃຫ້ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສ່ວນເຣື່ອງຜົລກະທົບ ດ້ານສິ່ງແວດລ້ອມ ຕໍ່ສາຍນໍ້າ, ສຽງ ແລະ ລະເບີດ ທີ່ບ້ານນາຫລວງ, ບ້ານສົບກຶນ ແລະ ບ້ານລ່ອງຊານ ທີ່ຊາວບ້ານມີຄວາມກັງວົນໃຈນັ້ນ ບໍຣິສັດ ມີແຜນປ້ອງກັນການເກີດຜົລກະທົບໄວ້ແລ້ວ.
“ໂອ້ແນ່່ນອນອັນນີ້ ຕ້ອງມີແຜນເພາະວ່າກ່ອນ ຊິໄດ້ຂຸດຄົ້ນບໍ່ຫລືມີຫຍັງຫັ້ນນ່າ ຕ້ອງໄດ້ຮັບແຜນຢັ້ງຢືນສິ່ງແວດລ້ອມ ຈາກກະຊວງສິ່ງແວດລ້ອມ ອອກໃບອະນຸຍາດໃຫ້ໄດ້ ຈຶ່ງສາມາດຂຸດຄົ້ນໄດ້ ຣະບຽບການເພິ່ນມີຢູ່ແລ້ວ ອັນນັ້ນນ່າ.”
ກຸ່ມບໍຣິສັດ ນິກສັນ ພັທນາບໍ່ແຮ່ ຈຳກັດຜູ້ດຽວ ແມ່ນເປັນຜູ້ລົງທຶນ ແລະຖືຫຸ້ນ 100% ເພື່ອຂຸດຄົ້ນປຸງແຕ່ງ ສົ່ງອອກແຮ່ທອງ ແລະແຮ່ຄຳໂດຍບໍຣິສັດ ຈະໄດ້ລົງທຶນຂຸດຄົ້ນ ແລະສ້າງຕັ້ງໂຮງງານ ທີ່ທັນສມັຍຕາມມາຕຖານສາກົລ ດ້ວຍທຶນເບື້ອງຕົ້ນ 46 ລ້ານໂດລາຣ໌ສະຫະຣັຖ ເພື່ອປະຕິບັດຕາມແນວທາງ ຂອງຣັຖບານ ເຮັດໃຫ້ເສຖກິດແຫ່ງຊາດ ມີການຂຍາຍໂຕ.
ນອກຈາກ ນີ້ວັນທີ 10 ກຸມພາ 2022 ທາງບໍຣິສັດ ມອບຄ່າພັທນາຊັບພຍາກອນ ລ່ວງໜ້າໃຫ້ຣັຖບານກ່ອນ ຈຳນວນ 2 ລ້ານໂດລາຣ໌ສະຫະຣັຖ ແລະ ໄດ້ຊ່ອຍເຫລືອລ້າໃນການສ້ອມແປງເສັ້ນທາງ ໃຫ້ຣັຖບານໂດຍບໍ່ໄດ້ຫັກຕົ້ນທຶນ ແຕ່ເຂດເມືອງຄຳ ແຂວງຊຽງຂວາງ ຫາ ເຂດເມືອງຮ້ຽມ ແຂວງຫົວພັນມີໄລຍະທາງຍາວ 48 ກິໂລແມັດ ເປັນມູນຄ່າ 24 ຕື້ກີບ.