ປັດຈຸບັນ ໂຄງການພັທນາເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ຂອງບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ຫຼື STD ຊຶ່ງເປັນຂອງນັກລົງທຶນຈີນ ກຳລັງຢູ່ໃນໄລຍະເຣີ່ມຕົ້ນການກໍ່ສ້າງ ພ້ອມທັງມີແຜນເຮັດໂຄງການ ພັທນາສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຄາຊິໂນ, ໂຮງແຮມ ແລະ ອື່ນໆ.
ເຈົ້າໜ້າທີ່ເມືອງໂຂງ ແຂວງ ຈຳປາສັກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 17 ກຸມພາ 2022 ວ່າ:
" ຫາກໍ່ ເຣີ່ມ ຍັງ ບໍ່ ທັນ ໄດ້ ເປັນ ຕົ້ນ ເປັນ ໂຕ ບໍ່ ທັນ ໄດ້ ມີ ຫຍັງ ຈີນ ຫັ້ນ ແຫຼະ ເປັນ ຜູ້ ສຳ ປະ ທານ ທີ່ ເຂົາ ເຮັດ ເພິ່ນ ຊິ ເຮັດ ພວກ ຄາ ຊິ ໂນພຸ້ນ ແຫຼະ ແລ້ວ ກະຊິ ເຮັດ ໂຮງ ແຮມ ເຮືອນ ພັກ ແຕ່ ວ່າ ຢູ່ ໃນ ບ່ອນ ຣີ ສອດຫັ້ນ ບ່ອນ ເກົ່າ ຂ້າງ ຄອນ ພະ ເພັງ ນີ້ ເພິ່ນ ກະ ເຣີ່ມ ປັບ ປຸງ ພໍ ໄດ້ ເຮັດ ແລ້ວ ແຕ່ ວ່າ ຍັງ ບໍ່ ທັນ ໄດ້ ສາ ມາດ ຮອງ ຮັບ ເປັນ ທີ່ ພັກ ໄດ້ ."
ທ່ານ ກ່າວຕື່ມວ່າ ສ່ວນລາຍລະອຽດກ່ຽວກັບຊາວບ້ານ ທີ່ຖືກຜົລກະທົບຈາກໂຄງການ ຍັງບໍ່ທັນຮູ້ລາຍລະອຽດ ເທື່ອວ່າ ມີຈັກຄອບຄົວ ແລະ ຈະໄດ້ຮັບການທົດແທນແນວໃດ ໂດຍຕ້ອງລໍຖ້າໃຫ້ທາງບໍຣິສັດ ເປັນຜູ້ຊີ້ແຈງ ແລະ ດຳເນີນຕາມຂັ້ນຕອນ ຂອງພວກເຂົາ.
ຫຼ້າສຸດ ມີຣາຍງານເພີ່ມຕື່ມວ່າ ບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ມີແຜນຈະສືບຕໍ່ພັທນາໂຄງສ້າງພື້ນຖານ ແລະ ທົດແທນຄືນທີ່ດິນຈຳນວນ 1,000 ເຮັກຕ້າຣ໌ ໃຫ້ແກ່ຊາວບ້ານ ທີ່ຖືກຜົລກະທົບດ້ານທີ່ດິນ ພາຍໃນປີ 2022 ແລະ ເຮັດຫຼາຍໂຄງການ ເປັນຕົ້ນ ສ້າງບ້ານຈັດສັນ, ສືບຕໍ່ສ້າງແນວກັນຕາຝັ່ງເຈື່ອນແຄມແມ່ນ້ຳຂອງ ແລະ ປັບປຸງແຫຼ່ງທ່ອງທ່ຽວນ້ຳຕົກຄອນພະເພັງ.
ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາບໍຣິສັດ ລາວມະຫານະທີສີທັນດອນ ຈຳກັດ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບຄວາມຄືບໜ້າຂອງໂຄງການ ແລະ ແຜນການທົດແທນຄືນທີ່ດິນຫ້ຊາວບ້ານ ແຕ່ຍັງບໍ່ທັນສາມາດຕິດຕໍ່ ໄປຫາເຈົ້າໜ້າທີ່ຜູ້ຮັບຜິດຊອບ ວຽກງານດັ່ງກ່າວໄດ້.
ຊາວບ້ານທີ່ຖືກຜົລກະທົບ ທີ່ດິນຈາກໂຄງການ ເຂດເມືອງໂຂງ ມີຈຳນວນຫຼາຍພໍສົມຄວນ ແຕ່ບໍ່ຮູ້ຈຳນວນຄັກແນ່.
ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການດັ່ງກ່າວ ໄດ້ກ່າວວ່າ:
" ກະ ຫຼາຍ ພໍ ສົມ ຄວນ ຢູ່ ທີ່ ມັນ ຖືກ ຢູ່ ໂຄງ ການ ຖືກ ເປັນ ຕົ້ນ ບ້ານ ຄອນດອນ ເດດ , ດອນ ສະ ດຳແຖວ ນັ້ນ ໄກ ບ້ານ ນ້ອງ ໄກ ຫຼາຍ ເຕີບ ແຕ່ ບ້ານ ນ້ອງ ໄປ ກະ 30 ກວ່າຫຼັກ ພຸ່ນ ແຫຼະ ."
ຊາວບ້ານທີ່ຖືກຜົລກະທົບ ຈາກໂຄງການ ສ່ວນຫຼາຍຈະຢູ່ເບື້ອງ ນ້ຳຕົກຕາດຄອນພະເພັງ ແລະ ເຂື່ອນດອນສະໂຮງ ໃກ້ກັບຊາຍແດນລາວ-ກໍາພູຊາ. ຊາວບ້ານຢູ່ເມືອງໂຂງ ອີກທ່ານນຶ່ງ ໄດ້ກ່າວວ່າ:
" ຢູ່ ແຖວ ເຂດ ນັ້ນ ແຫຼະ ເຈົ້າ ຢູ່ ບ້ານ ນຶ່ງ ຈະ ຢູ່ ຝັ່ງ ຂອງ ຄອນ ພະ ເພັງຫັ້ນ ແຫຼະເຈົ້າ ດອນ ສະ ໂຮງ ຫຍັງ ຫັ້ນ ນ່າ ."
ກ່ອນໜ້າທີ່ນີ້ ໂຄງການດັ່ງກ່າວ ກໍມີແຜນຈະກວມເອົາທີ່ດິນ ຂອງຊາວບ້ານໃນເຂດບ້ານເມອືງແສນນຳດ້ວຍ ແຕ່ຫຼັງຈາກການສຳຣວດ ແລະ ປະເມີນຜົລກະທົບແລ້ວ ບໍຮິສັດ ເຈົ້າຂອງໂຄງການດັ່ງກ່າວ ໄດ້ຍົກເລີກກວມເອົາທີ່ດິນ ຢູ່ເຂດບ້ານເຂົາເຈົ້າ ແລະ ໄດ້ປັກຫຼັກເຮັດຢູ່ໃນເຂດຄອນພະເພັງ ແລະ ເຂດໃກ້ຄຽງ.
ຊາວບ້ານເມືອງແສນ ເມືອງໂຂງ ແຂວງຈຳປາສັກ ໄດ້ກ່າວວ່າ:
" ບໍ່ ເພິ່ນ ເຊົາ ໝົດ ແລ້ວ ເພິ່ນບໍ່ ເອົາ ແລ້ວນີ້ ດຽ ວນີ້ ບໍ່ ເອົາ ດອກມັນ ດິນບໍ່ ມີ ເຂົາ ບໍ່ ເອົາ ດອກ ເພິ່ນ ໃຫ້ ເຮັດ ຢູ່ ບ່ອນ ດຽວ ພຸ້ນ ໝົດ ຢູ່ ແຖວ ນັ້ນ ແຖວ ຄອນ ພະ ເພັງ ພຸ້ນ ນ່າ ແຖວ ຝັ່ງ ທາງ ນັ້ນ ."
ໂຄງການດັ່ງກ່າວ ເປັນຂອງນັກລົງທຶນຈີນ ແລະ ຈະມີນັກທ່ອງທ່ຽວຈີນເຂົ້າມາຫຼາຍ ຊຶ່ງຈະໄດ້ຮັບສິດທິຫຼາຍກວ່າຄົນລາວ ຄືກັບກໍລະນີເກີດຂຶ້ນຢູ່ຫຼາຍແຂວງ.
ຜູ້ປະກອບການທ່ອງທ່ຽວ ຢູ່ແຂວງຈຳປາສັກ ທ່ານນຶ່ງ ໄດ້ກ່າວວ່າ:
" ມັນ ກໍ ມີ ທັງ ດີ ທັງ ບໍ່ ດີ ຫັ້ນ ແຫຼະ ຖ້າ ວ່າ ເອົາ ແຕ່ ຈີນ ຫຼາຍ ຄື ຈັ່ງ ຂ້ອຍ ໄດ້ ພາ ແຂກ ໄປ ທ່ຽວ ທາງ ເໜືອ ເນາະ ຄື ຈັ່ງ ວັງ ວຽງ ແຖວ ຊຽງ ຂວາງ ຫລວງ ພ ຣະ ບາງ ກະ ຄື ຄົນ ຈີນ ຈະ ມີ ສິດ ທິ ຫຼາຍກວ່າ ຄົນ ລາວ ເຂົ້າ ໄປ ນັ່ງ ກິນ ເຂົ້າ ກິນ ຫຍັງ ນີ້ ເຮົາ ເຂົ້າ ໄປ ກ່ອນ ມັນ ມັນ ມາ ນຳ ຫຼັງ ມັນ ມາ ສັ່ງ ເມ ນູ ມັນ ໄດ້ ກິນ ກ່ອນ ຄົນ ລາວ ."
ໂຄງການພັທນາເສຖກິຈໃໝ່ ສີທັນດອນ ຈຳກັດ ມີມູນຄ່າ ປະມານ 9 ຕື້ໂດລາຣ໌ ໂດຍ ກວມເອົາເນື້ອທີ່ດິນເກືອບ 10,000 ເຮັກຕ້າຣ໌ ຊຶ່ງໄດ້ເຣີ່ມລົງສຳຣວດ ແລະ ເກັບກຳຂໍ້ມູນແຕ່ປີ 2018 ອີງຕາມຂໍ້ມູນຈາກເຈົ້າຂອງໂຄງການ.
ໂຄງການດັ່ງກ່າວຈະປະກອບມີ ຖານສ້າງຕຶກກາຄານທີ່ທຳການຕ່າງໆ, ສ້າງແຫຼ່ງທອ່ງທ່ຽວ, ທະນາຄານ, ສຖານບັນການເງິນ, ສຖານສຶກສາ, ສາທາລະນະສຸຂ, ພັທນາບຸກຄະລາກອນ ແລະ ສີມືແຮງງານ, ສຖານທີ່ບັນເທີງ, ຄາຊິໂນ ແລະ ອື່ນໆ.
ປັດຈຸບັນ ໃນເຂດດັ່ງກ່າວ ໄດ້ສຳເລັດການກໍ່ສ້າງບາງໂຄງການ ເປັນຕົ້ນໂຮງແຮມເມສເວດອນ ຕັ້ງຢູ່ລະຫວ່າງ ຊາຍແດນແຂວງຈຳປາສັກ ແລະ ແຂວງສະຕຶງເຕຣງ ຫຼື ຊຽງແຕຣງ ຂອງກຳພູຊາ ແລະ ເສັ້ນທາງຄອນກຣີດອ້ອມດອນໂຂງ ຄວາມຍາວປະມານ 40 ກິໂລແມັດ ແລະ ຄາດວ່າການພັທນາໂຄງການລວມ ຈະສຳເຣັດໃນເວລາ 2-3 ປີ ຕໍ່ໜ້າ ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ.