ພາກໃຕ້ຂອງລາວພະຍຸເຂົ້າ
2016.09.13

ໃນວັນທີ 13 ກັນຍາ ນີ້ ຫຼາຍແຂວງ ໃນເຂດພາກໃຕ້ ຂອງລາວ ກຳລັງ ປະສົບກັບ ພະຍູຝົນ ລູກໃຫມ່ ທີ່ຂຶ້ນຈາກ ຝັ່ງ ປະເທດ ວຽດນາມ ສົ່ງຜົລເຮັດໃຫ້ ຫຼາຍແຂວງ ພາກໃຕ້ ຂອງລາວ ມີຝົນຕົກ ຫນັກ ລົມແຮງ ແລະ ຣະດັບນ້ຳ ໃນລຳນ້ຳ ເພີ້ມສູງຂຶ້ນ ຢ່າງ ວ່ອງໄວ ໂດຍສະເພາະ ທີ່ ແຂວງ ສາຣະວັນ ແລະ ເຊກອງ ຊຶ່ງຕັ້ງຢູ່ ແຣວຂອງລົມ ພະຍຸລູກ ດັ່ງກ່າວ. ຕາມ ການເປີດເຜີຍ ຂອງ ເຈົ້າຫນ້າທີ່ ອຸຕຸນິຍົມ ວິທຍາ ແຂວງສາຣະວັນ ຕໍ່ ເອເຊັຽ ເສຣີ ໃນວັນທີ 13 ກັນຍາ ນີ້:
"ຝົນຕົກແຕ່ມື້ວານນີ້ ຕອນແຕ່ຊ່ວງກາງຄືນ ແຕ່ສິບໂມງ ກາງຄືນມາ ຕົກເລີຍລິນເລີຍ ນ້ຳກໍຂຶ້ນ ນ້ຳຝົນນີ້ ຮ້ອຍປາຍ ມິລລີລິດ ແລ້ວ ມື້ເຊົ້ານີ້ ລຳນ້ຳເຊໂດນ ຫ້າແມັດ ຫ້າແມັດແປດ ຫ້າແມັດຈຸດ ສູນແປດ ດຽວນີ້ຮອດ ເຈັດແມັດແລ້ວ ເຈັດແມັດ ຊາວເກົ້າ".
ທ່ານກ່າວຕື່ມວ່າ ຄາດວ່າ ໃນມື້ນີ້ ຣະດັບນ້ຳ ຈະເພີ້ມຂຶ້ນອີກ ຍ້ອນວ່າ ຝົນຕົກ ຍັງບໍ່ເຊົາເທື່ອ ແລະ ໃນອີກ ສອງ-ສາມ ມື້ຕໍ່ໄປ ຖ້າຝົນບໍ່ເອື້ອນ ນ້ຳຈະລົ້ນ ຕະລິ່ງ ແລະ ຈະເກີດນ້ຳຖ້ວມ ໃນຫຼາຍພື້ນທີ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຄາດການວ່າ ພະຍຸລູກນີ້ ຈະເຮັດໃຫ້ ຝົນຕົກ ຈົນຮອດ ວັນທີ 15 ກັນຍາ.
ສຳລັບ ທີ່ ແຂວງສາຣະວັນ ເມືອງ ທີ່ໄດ້ຮັບ ຜົລກະທົບ ຫຼາຍກວ່າຫມູ່ ແມ່ນ ເມືອງຄົງເຊໂດນ ຍ້ອນວ່າ ເປັນທົ່ງຮາບ ແລະ ຕິດກັບ ນ້່ຳເຊໂດນ. ເຈົ້າຫນ້າທີ່ ທ້ອງຖິ່ນ ທີ່ ເມືອງ ຄົງເຊໂດນ ກ່າວຕໍ່ ເອເຊັຽ ເສຣີ ວ່າ ຣະດັບ ນ້ຳເຊໂດນ ສູງຂຶ້ນ ເລື້ອຍໆ ເລີ້ມ ຕັ້ງແຕ່ ຝົນຕົກ:
"ຕົວນີ້ເປັນສະພາບ ປັກກະຕິ ທີ່ພວກເຮົາ ຮັບຮູ້ແລ້ວ ພື້ນທີ່ແຕ່ລະແຫ່ງ ນ້ຳຈະຖ້ວມ ເນີ ໃນຣະດັບ ເມືອງ ເພີ່ນກໍກຳລັງ ປະຊຸມຢູ່ ເຣື້ອງ ພັຍພິບັດ ເພາະວ່າ ຣະດັບນ້ຳ ເພີ້ມຂຶ້ນ ເລື້ອຍໆ ດຽວນີ້ ຫ້າແມັດ ປາຍແລ້ວ ຕອນບ່າຍ ໂມງນຶ່ງ ສີ່ແມັດ ຫົກສິບແປດ".
ທ່ານກ່າວຕື່ມວ່າ ທາງການ ເມືອງຄົງເຊໂດນ ຄາດວ່າ ນ້ຳຈະຖ້ວມ ປະມານ 40 ບ້ານ ໃນຈຳນວນ 5 ກຸ່ມບ້ານ ຈາກທັງຫມົດ 9 ກຸ່ມບ້ານ, ປະຊາຊົນ ປະມານ ພັນປາຍ ຄອບຄົວ ຈະໄດ້ຮັບ ຜົລກະທົບ ຈາກເຫດ ພັຍພິບັດ ຄັ້ງນີ້. ທາງການເມືອງ ໄດ້ປະກາດ ການເຕືອນພັຍ ແລະ ຕຽມພ້ອມ ໃນການ ໂຍກຍ້າຍ ປະຊາຊົນ.