ເວທີຮັບຟັງຄຳຮ້ອງທຸກ ຂອງ ຊຸມຊົນ ລຸ່ມ ນໍ້າຂອງ

ສິດນີ
2014.10.26
f-laos ເວທີຮັບຟັງຄຳຮ້ອງທຸກ ຂອງ ຊຸມຊົນ ລຸ່ມ ນໍ້າຂອງ
RFA

ປະຊາຊົນ ຊາວໄທ ຜູ້ ທີ່ອາສັຍ ຢູ່ຕາມ ແຄມ ແມ່ນ້ຳຂອງ ໃນ ທີ່ສຸດ ຄໍາຮ້ອງທຸກ ກ່ຽວກັບ ການ ສ້າງ ເຂື່ອນ ດອນສະໂຮງ ໃນ ລາວ ຂອງ ພວກ ຂະເຈົ້າ ກໍຈະຖືກ ຮັບຟັງ ເປັນຢ່າງຊ້າ ໃນຕົ້ນ ເດືອນ ຫນ້າ ຢູ່ ເວທີ ການປືກສາ ຫາລື ກັບ ປະຊາຊົນ ທີ່ ທາງ ການໄທ ຈະຈັດຈຶ້ນ ໃນ ເດືອນໜ້າ. ຕາມ ຣາຍງານ ໜັງສືພິມ ເດີ ເນຊັນ ຂອງໄທ.

ການຈັດ ເວທີ ປຶກສາ ຫາລື ກັບ ປະຊາຊົນ ນີ້ມີຂຶ້ນ ເພື່ອ ແກ້ໄຂ ຄວາມ ຂ້ອງໃຈ ຂອງ ປະຊາຊົນ ກ່ຽວກັບ ການ ສ້າງເຂື່ອນ ໃສ່ ແມນ້ຳຂອງ ສາຍຫລັກ ຫລາຍ ເຂື່ອນ ທີ່ ສົ່ງ ຜົລກະທົບ ຕໍ່ຫຼາຍ ປະເທດ ໂດຍສະເພາະ ປະເທດ ທີ່ ຢູ່ລຸ່ມ ເຂືື່ອນ.

ທ່ານ ໄຊພອນ  ສີຣີພອນ ພິບູນ ກ່າວວ່າ ໃນນາມ ທ່ານ ເປັນຕົວ ແທນ ຄນະ ກັມມະການ ແມ່ນ້ຳຂອງ ແຫ່ງຊາດ ໄທ ແລະ ເປັນ ເຈົ້າຫນ້າທີ່ ກວດກາ ດ້ານ ສິ່ງແວດລ້ອມ ຈາກ ກະຊວງ ຊັພຍາ -ກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງໄທ ກ່າວວ່າ ພວກ ທ່ານ ຈະຮັບຟັງ ຄວາມຄິດ ຄວາມເຫັນ ຂອງ ປະຊາຊົນ ໃນ ທ້ອງຖີ່ນ.

ທ່ານວ່າ ຂັ້ນຕອນ ການປຶກສາ ຫາລື ໃນເວທີ ດັ່ງກ່າວ ຈະຈັດຂື້ນ ໃນ 8 ແຂວງ ທີ່ ມີເຂດແດນ ຕິດກັບ ແມ່ນ້ຳຂອງ ໃນໄທ ຜູ້ທີ່ຈະ ໄດ້ຮັບ ຜົລກະທົບ ຣາຍໃຫຍ່ ຈາກການ ສ້າງ ເຂື່ອນ ໃນລາວ ເຊັ່ນ ແຂວງ ຊຽງຮາຍ ແຂວງເລີຍ ແຂວງ ຫນອງຄາຍ ແຂວງ ບຶງການ ແຂວງ ນະຄອນພນົມ ແຂວງ ມຸກດາຫານ ແຂວງ ອຳນາດຈະເຣີນ ແລະ ແຂງ ອຸບົນ ຣາຊທານີ.

ຢູ່ໃນ ເວທີ່ນີ້ ຈະມີການ ສົນທະນາ ບັນຫາ ທີ່ ກ່ຽວຂ້ອງ ກັບການ ສ້າງ ເຂື່ອນ ເປັນຕົ້ນ ການຂຶ້ນ-ລົງ ຂອງປາ ແລະ ການໄຫລ ຂອງ ແມ່ນໍ້າ. ນອກນັ້ນ ຍັງ ຈະສຶກສາ ບັນຫາ ເຂື່ອນ ໄຊຍະບູຣີ ເພາະວ່າ ທັງສອງ ເຂື່ອນ ມີຜົນ ກະທົບ ຄ້າຍໆ ກັນ.

ວຽດນາມ ເປັນ ປະເທດ ທຳອິດ ໃນການ ຈັດເວທີ ຮັບຟັງ ຄວາມ ຄິດເຫັນ ຂອງ ປະຊາຊົນ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ໃນ ເດືອນຜ່ານມາ ແລະ ກຳພູຊາ ໄດ້ຈັດຂື້ນ ໃນ ກາງເດືອນ ນີ້ ສຳລັບ ປະເທດໄທ ແລ້ວ ຈະແມ່ນ ໃນຕົ້ນ ເດືອນຫນ້າ ເປັນ ຢ່າງຊ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.