ພາກສ່ວນກ່ຽວຂ້ອງ ເຂື່ອນ ລະຫຼວມ

ສິດນີ
2018.08.08
F-Sanamxay ເສັ້ນທາງໄປຫາເມືອງສະໜາມໄຊ ແຂວງອັດຕະປື
RFA/LX

ອົງການຕ່າງຊາດຫລື Ngo ຫລາຍອົງການປະຈຳຂົງເຂດເວົ້າວ່າ ເຫດການເຂື່ອນແຕກໃນລາວ ແມ່ນຍ້ອນການຂາດຄວາມຮັບຜິດຊອບ ໃນການເຝົ້າຣະວັງ ຫລື MONITOR ສະພາບຂອງເຂື່ອນ ຈາກພາກສ່ວນທີ່ສ້າງເຂື່ອນ ແລະນັກລົງທຶນ ໃນການສ້າງເຂື່ອນ ຮ່ວມທັງ ຣັຖບານລາວ ທັ້ງໆ ທີ່ຮູ້ລ່ວງຫນ້າ 4 ມື້ວ່າ ມີຮອຍແຕກຕາມສັນເຂື່ອນຫລາຍແຫ່ງ ແຕ່ເປັນຫຍັງບໍ່ໂຍກຍ້າຍປະຊາຊົນ ມີແຕ່ຍ້າຍ ພະນັກງານສ້າງເຂື່ອນອອກເທົ່ານັ້ນ.

ອີງຕາມການຣາຍງານຈາກສຳນັກຂ່າວ AFP ໃນວັນທີ 25 ເດືອນ ກໍຣະກະດາ ບໍຣິສັດສ້າງເຂື່ອນ ໄດ້ອະທິບາຍວ່າ ໃນວັນທີ 22 ເດືອນ ກໍຣະກະດາ ເວລາ 9:00 ໂມງເຊົ້າ ທາງບໍຣິສັດໄດ້ພົບເຫັນ ພາກສ່ວນດ້ານເທິງຂອງເຂື່ອນ ມີຄວາມເສັຽຫາຍ ລ່ວງຫນ້າ 24 ຊົ່ວໂມງ ກ່ອນທີ່ເຂື່ອນຈະແຕກ ບໍຣິສັດ ດັ່ງກ່າວເວົ້າວ່າ ຫຼັງຈາກ ທີ່ໄດ້ພົບຄວາມເສັຽຫາຍ ດັ່ງກ່າວ ທາງບໍຣິສັດ ກໍໄດ້ຣາຍງານໃຫ້ພາກຣັດ ຮູ້ທັນທີ່ ເພື່ອອົພຍົບຊາວບ້ານ ອອກຈາກພື້ນທີ່ ແລະການສ້ອມແປງເຂື່ອນ ກໍມີຄວາມຊັກຊ້າ ເນື່ອງຈາກຝົນຕົກໜັກ ດັ່ງນັ້ນ ທາງບໍລິສັດ ບໍ່ມີທາງ ເລືອກ ຈຶ່ງໄດ້ລະບາຍນ້ຳອອກຈາກເຂື່ອນ ແຕ່ຍັງບໍ່ສາມາດຕ້ານສັນເຂື່ອນ ແຕກໄດ້.

ຣາຍງານວ່າ ທີ່ຈິງແລ້ວ ຄົນເກົາຫຼີທີ່ເຮັດວຽກຢູ່ພື້ນທີ່ໂຄງການ ໄດ້ພາກັນອົພຍົບອອກຈາກພື້ນທີ່ ໄປກ່ອນລ່ວງໜ້າແລ້ວ ສຳນັກຂ່າວ CNN ໄດ້ລາຍງານໃນວັນທີ 25 ເດືອນກໍຣະກະດາ ວ່າ ພະນັກງານເກົາຫຼີທັງໝົດ 53 ຄົນ ໄດ້ພາກັນອົພຍົບອອກຈາກ ພື້ນທີ່ໄປກ່ອນລ່ວງໜ້າ ແລ້ວ ທັງໝົດປອດໄພດີ

ເຖິງຢ່າງໃດກໍຕາມ ສຳນັກຂ່າວ AFP ໄດ້ລາຍງານຕື່ມວ່າ ເຂື່ອນມີຮອຍແຕກມາກ່ອນແລ້ວ ບໍລິສັດ KOREA WESTERN POWER CO.,LTD (KOWEPO)ຂອງເກົາຫລີໃຕ້ ຊື່ງເປັນໜຶ່ງ ໃນບໍຣິສັດ ທີ່ຖືຫຸ້ນຢູ່ໃນໂຄງການ ໄດ້ຣາຍງານໃຫ້ທາງການ ເກົາຫຼີໃຕ້ຮັບຮູ້ວ່າ ໃນວັນທີ 20 ເດືອນກໍຣະກະດາ ທາງບໍຣິສັດ ໄດ້ພົບປາກົດການຍຸບຕົວຂນາດ 11 ຊັງຕີແມັດ ຢູ່ຈຸດກາງຂອງສັນເຂື່ອນ ຕາມການ ບັນທຶກວຽກງານ ປະຈຳວັນ ຂອງບໍຣິສັດ ຈຶ່ງຄາດໄດ້ວ່າ ເຂື່ອນມີຮອຍແຕກມາຕັ້ງແຕ່ ອາທິດກ່ອນ.

ທ່ານ Kim Byung-Sook ປະທານ ບໍຣິສັດ KOREA WESTERN POWER CO.,LTD (KOWEPO) ໄດ້ຣາຍງານຕໍ່ ສະພາ ແຫ່ງຊາດເກົາຫຼີໃຕ້ ໃນວັນທີ 25 ກໍລະກົດວ່າ ທາງບໍຣິສັດໄດ້ພົບເຫັນປາກົດການຍຸບຕົວ ຢູ່ຂ້າງເທີງເຂື່ອນ ໃນວັນທີ 20 ກໍຣະກະດາ ນັ້ນເກີດຂຶ້ນໃນ 10 ຈຸດ ແລະໄດ້ມີການກະກຽມ ການຟື້ນຟູສະພາບຍຸບຕົວ ຢູ່ເຂື່ອນດັ່ງກ່າວ ໃນວັນທີ 22 ເດືອນ ກໍຣະກະດາ ແລະ ໃນເວລາປະມານ 11:00 ໂມງກາງເວັນຂອງມື້ ວັນທີ 23 ກໍຣະກະດາ ພາກສ່ວນ ດ້ານເທິງຂອງເຂື່ອນ ຍຸບຕົວລົງອີກ 1 ແມັດ ໃນເວລານັ້ນ ໄດ້ຮ້ອງຂໍ ການຮ່ວມມືໄປຍັງພາກສ່ວນ ທີ່ກ່ຽວຂ້ອງ ເພື່ອອົບອົພຍົບຊາວບ້ານອອກຈາກພື້ນທີ່.

ໃນເບື້ອງຕົ້ນ ບໍຣິສັດຢືນຢັນວ່າ ເຂື່ອນບໍ່ໄດ້ແຕກ ແຕ່ຫາກແມ່ນນ້ຳລົ້ນເຂື່ອນ ຈຶ່ງມີການປ່ອຍນ້ຳອອກຈາກເຂື່ອນ ໃນການປ່ອຍນ້ຳ ອອກຈາກເຂື່ອນນັ້ນ ມີ 7 ໝູ່ບ້ານຖືກນ້ຳຖ້ວມ ແລະສູນຫາຍຫຼາຍຮ້ອຍຄົນ ມີ 7,000 ຄົນ ໄດ້ຮັບຜົນກະທົບ ຕໍ່ມາ ຈຶ່ງຍອມຮັບວ່າ ສັນເຂື່ອນຈຸດ ”D” ແຕກ.

ບໍຣິສັດກໍສ້າງເຂື່ອນດັ່ງກ່າວ ຈຶ່ງໄດ້ອອກມາສະແດງຄວາມເສັຽໃຈ ຕໍ່ເຫດການທີ່ເກີດຂຶ້ນ ກັບຣັຖບານລາວ ແລະປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ເຂື່ອນແຕກ ແລະໃນວັນທີ 26 ເດືອນ ກໍຣະກະດາ ຣັຖບານເກົາຫຼີໃຕ້ ແລະ ບໍຣິສັດອື່ນໆ ທີ່ຮ່ວມສ້າງ ກໍໄດ້ສົ່ງທີມກູ້ພັຍ ພ້ອມດ້ວຍສິ່ງຂອງບັນເທົາທຸກ ໄປຊ່ວຍເຫຼືອ ຜູ້ປະສົບເຄາະຮ້າຍ ຈາກເຂື່ອນແຕກເທື່ອນີ້ ແລະອອກມາຍອມຮັບ ຄວາມຮັບຜິດຊອບ ໃນການຈ່າຍຄ່າຊົດຊີຍ ຕໍ່ເຫດການທີ່ເກີດຂື້ນ ຢ່າງເຕັມທີ.

ເຈົ້າໜ້າທີ່ອາວຸໂສ ຈາກບໍຣິສັດເຊປຽນ-ເຊນ້ຳນ້ອຍ ກ່າວຕໍ່ ໜັງສືພິມ Vientiane Times ວ່າ ບໍຣິສັດພ້ອມທີ່ຈະຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ ອີງຕາມຂໍ້ຕົກລົງການ ສຳປະທານ ແລະກົດໝາຍ ທີ່ກ່ຽວຂ້ອງ ບໍຣິສັດບໍ່ໄດ້ພຍາຍາມ ທີ່ຈະປະຕິເສດ ຄວາມຮັບຜິດຊອບແຕ່ຢ່າງໃດ.

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ “ພວກເຮົາຈະຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ ຕາມກົດໝາຍ ແລະຂໍ້ຕົກລົງໃນການ ສຳປະທານ ແນ່ນອນວ່າ ເປັນສິ່ງທີ່ປະຕິເສດບໍ່ໄດ້ ແຕ່ບໍ່ໄດ້ໃຫ້ຣາຍລະອຽດວ່າ ຈະເຮັດແນວໃດ ໃນການໃຫ້ຄ່າທົດແທນ ຄວາມເສັຽຫາຍ ຕໍ່ຊາວບ້ານຜູ້ໄດ້ຮັບຜົລກະທົບເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ອົງການຕ່າງຊາດ ຫລື NGO ຫລາຍອົງການໃນຂົງເຂດເວົ້າວ່າ ມັນຊ້າເກີນໄປແລະວ່າ ເຫດການທີ່ເກີດຂຶ້ນ ທີ່ແຂວງອັດຕະປື ຄັ້ງນີ້ ສາມາດປ້ອງກັນໄດ້ ລ່ວງຫນ້າ ຖ້າມີການບໍຣິຫານຈັດການທີ່ດີແລະມີຄວາມຮັບຜິດຊອບ ບັນຫານີ້ອາດຈະບໍ່ ເກີດຂຶ້ນ ກັບຊາວບ້ານ ທີ່ເມືອງສນາມໄຊ ແຂວງ ອັດຕະປື ແນ່ນອນ.

ເຈົ້າຫນ້າທີ່ອົງການ Ngo ທ່ານນຶ່ງເວົ້າວ່າ ມັນບໍ່ແມ່ນເຣື້ອງຄຸນນະພາບ ຂອງການສ້າງເຂື່ອນ ມັນແມ່ນການຂາດຄວາມຮັບຜິດຊອບ ໃນການບໍຣິຫານຈັດການໂຄງການ ຂາດການເຝົ້າຣະວັງພັຍ ທີ່ອາຈເກີດຂຶ້ນ ເປັນຕົ້ນການ monitor ສະພາບດິນຟ້າ ອາກາດ ຣະດັບນ້ຳແລະສະພາບສິ່ງແວດລ້ອມ ໃນໂຄງການເຂື່ອນທີ່ຕົນສ້າງ ນອກຈາກນັ້ນ ກໍແມ່ນບັນຫາການຂາດການຕິດຕໍ່ ໃນຫນ້າທີ່ ການປະສານງານ ແຕ່ລະຂັ້ນຕອນ ໃນການລາຍງານຫນ້າວຽກ ໃນແຕ່ລະມື້ ຈາກພາກສ່ວນກ່ຽວຂ້ອງ ຕ່າງໆ ໃນໂຄງການເຂຶ່ອນໃນລາວ ດັ່ງທ່ານກ່າວໃນຕອນນື່ງວ່າ:

"ໂຄງການສ້າງເຂຶ່ອນ ຕ້ອງມີການເຝົ້າຣະວັງ ສະພາບຂອງເຂື່ອນ ຕຣອດເວລາເພື່ອໃຫ້ໄດ້ ມາຕຖານແລະປ້ອງກັນຄວາມບໍ່ປອດພັຍ ທີ່ຈະເກີດຂຶ້ນ."

ທ່ານວ່າ ສປປລາວ ເລັ່ງລັດໃນການສ້າງເຂຶ່ອນຫລາຍເກີນໄປ ເກີນຄວາມສາມາດທີ່ຕົນມີ ເພື່ອຢາກເປັນຫມໍ້ໄຟ ສຳລັບອາຊຽນ ແຕ່ຂາດນັກວິຊາການ ໃນການດູແລເບິ່ງແຍງ ອາສັຍແຕ່ນັກວິຊາການ ຕ່າງຊາດ ຈຶ່ງມີການຄາດເຄື້ອນ ໃນໂຄງການ.

ເຂື່ອນທີ່ລາວມີຢູ່ໃນປັດຈຸບັນ ຫລາຍເຂື່ອນບໍ່ໄດ້ມາຕຖານ ໃນການສ້າງເປັນຕົ້ນເຂຶ່ອນຂນາດນ້ອຍ ແລະຂນາດກາງບາງແຫ່ງ ກໍແຕກແລະບໍ່ໄດ້ມາຕຖານ ແຕກຫ່ານ ແລະນ້ຳລົ້ນເຂຶ່ອນຕຣອດ ຍ້ອນຂາດການບໍຣິການຈັດການ ແລະຂາດການເອົາໃຈໃສ່.
ໂຄງການສ້າງເຂື່ອນໃນລາວ ຫລາຍໂຄງການຂາດການເຂົ້າຮ່ວມ ຂອງພາກປະຊາສັງຄົມ ແລະອົງການຕ່າງຊາດ ໃນການສຳຣວດຜົລກະທົບ ແລະການໃຫ້ຂໍ້ມູນທີ່ແທ້ຈີງ ກ່ອນຈະສ້າງ.

ບໍຣິສັດສ້າງເຂື່ອນ ຫລັງຈາກໄດ້ຮັບສຳປະທານ ແລ້ວກໍບໍ່ປະຕິບັດຕາມສັນຍາ ໃນຂໍ້ຕົກລົງ ການສຳປະທານ ກັບຣັຖບານ ກໍສ້າງເຂື່ອນ ແບບຂາດການກວດກາ ຂອງເຈົ້າຫນ້າທີ່ຣັດ ແລະນັກວິຊານຕ່າງຊາດ ຜູ້ທີ່ມີຄວາມຮູ້ ແລະຄວາມຊໍານານ ໃນການສ້າງເຂື່ອນ.

ກ່ຽວກັບຄວາມຮັບຜິດຊອບຕໍ່ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ທ່ານວ່າ ນັກລົງທຶນແລະບໍຣິສັດສ້າງເຂຶ່ອນຈາກປະເທດພັທນາ ທັງຫລາຍ ສ່ວນໃຫຍ່ ຈະເບິ່ງຄົນທ້ອງຖິ່ນແບບຕ່ຳ ແລະຈະບໍ່ເອົາໃຈໃສ່ກັບປະຊາຊົນທ້ອງຖິ່ນ ຫລາຍປານໃດ. ບໍຣິສັດສ້າງ ເຂື່ອນ ໂດຍສະເພາະ ມາຈາກປະເທດພັທນາ ທັງຫລາຍມັກເບິ່ງຄົນທ້ອງຖິ່ນຕ່ຳ.

ແຕ່ເຖິງຢ່າງໃດກໍດີ ທ່ານວ່າ ບໍຣິສັດຜູ້ສ້າງເຂື່ອນກໍໄດ້ ສະແດງອອກເຖີງຄາມວຮັບຜິດຊອບແລ້ວ ຊື່ງບໍຣິສັດລົງທຶນ ສ້າງເຂື່ອນສ່ວນໃຫຍ່ ຈະປົກປ້ອງຊື່ສຽງ ແລະການລົງທຶນຂອງຕົນ ຈະບໍ່ສ້າງຄວາມເສັຽຫາຍໃຫ້ແກ່ ປະເທດບ່ອນທີ່ຕົນລົງທຶນ ບໍຣີສັດ ສ້າງເຂື່ອນເຊປ່ຽນ ເຊນ້ຳນ້ອຍ ທີ່ແຕກໃນລາວນີ້ ເປັນບໍຣິສັດທີ່ມີມາຕຖານສູງ ແຕ່ການຜິດພາດເທື່ອນີ້ ເປັນຍ້ອນການບໍຣິຫານຈັດການ ຂາດມາຕຖານ ຂອງບາງຫນ່ວຍງານຕ່າງຫາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.