ເຂື່ອນແກ້ງຄວັນແຕກ ຜູ້ເສັຽຫາຍ ລໍຖ້າ ຄ່າຊົດເຊີຍ

ສະພາບ ຂອງເຂື່ອນແກ້ງຄວັນ ເມືອງແປກ ແຂວງຊຽງຂວາງ ພາຍຫຼັງຝົນຕົກໜັກ ຫຼາຍມື້ຕິດຕໍ່ກັນ
ສະພາບ ຂອງເຂື່ອນແກ້ງຄວັນ ເມືອງແປກ ແຂວງຊຽງຂວາງ ພາຍຫຼັງຝົນຕົກໜັກ ຫຼາຍມື້ຕິດຕໍ່ກັນ (ຮູບພາບຖ່າຍຖອນ : ຈາກ ຊຽງຂວາງ ໂທຣະພາບ ວີດີໂອ)

0:00 / 0:00

ປະຊາຊົນ ບ້ານບວກ ບ້ານຂຸຊົງ ບ້ານເປີບ ເມືອງແປກ ແຂວງຊຽງຂວາງ ທັງໝົດ 26 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມ ເນື້ອທີ່ນາເສັຽຫາຍ ທັງໝົດ 12 ເຮັກຕ້າ ສາເຫດມາຈາກ ເຂື່ອນໄຟຟ້າ ຂນາດນ້ອຍແກ້ງຄວັນ ແຕກນັ້ນ ຍັງລໍຖ້າຄ່າຊົດເຊີຍ ຈາກ ທາງການ. ດັ່ງຊາວບ້ານບວກ ໄດ້ກ່າວຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 25 ກັນຍາ ວ່າ:

"ອັນສະເພາະວ່າຜົນກະທົບ ນີ້ຍັງບໍ່ໄດ້ຊົດເຊີຍເທື່ອ ຜົນກະທົບຈາກຮົ້ວສວນ ຈາກຖຽງຕູບເຂົາເສັຍຫາຍ ແລ້ວບາດນີ້ພື້ນນີ້ ທາງ ຊັພຍາກອນ ເຂົາມາເອົາຂໍ້ມູນ ແລ້ວສົ່ງໄປແຂວງ, ແຂວງກໍ່ມິດງຽບ ເທົ່າຕໍ່ບາດນີ້ ບໍ່ໄດ້ຫຼາຍກໍ່ໄດ້ໜ້ອຍ ພໍໄດ້ນ້ຳໃຈຂະເຈົ້າ ດີຢູ່ອັນນີ້."

ປະຊາຊົນກ່າວຕື່ມວ່າ ພາຍຫຼັງນ້ຳຖ້ວມກັບມາສູ່ພາວະປົກກະຕິ ກໍມີເຈົ້າໜ້າທີ່ແຂວງລົງມາ ຊ່ອຍເຫຼືອເບື້ອງຕົ້ນແຈກເຂົ້າ, ແຈກນ້ຳ ແຕ່ກໍຍັງບໍ່ໄດ້ເວົ້າເຖິງການຊ່ອຍເຫຼືອ. ສ່ວນເຈົ້າ ຂອງໂຄງການເຂື່ອນໄຟຟ້າ ແກ້ງຄວັນກໍມິດງຽບ ບໍ່ໄດ້ມາໂອ້ລົມກັບ ປະຊາຊົນ ວ່າຈະໄກ່ເກັ່ຽ ແນວໃດ.

ໃນຂນະທີ່ເຈົ້າໜ້າທີ່ ເມືອງແປກ ກ່າວຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ວ່າ ຂັ້ນຕອນການຊົດເຊີຍຢູ່ໃນໄລຍະການຄົ້ນຄວ້າ ປັດຈຸບັນ ຍັງບໍ່ໄດ້ຈ່າຍຄ່າຊົດເຊີຍ ຄວາມເສັຽຫາຍ ໃຫ້ປະຊາຊົນເທື່ອ:

"ຍັງບໍ່ໄດ້ຮັບການທົດແທນເທື່ອ ຍັງບໍ່ຮູ້ວ່າຊິໄດ້ຮັບຫຼືບໍ່ ແຂວງຊຽງຂວາງ ຍັງບໍ່ທັນຮູ້ເນາະ ແກນນຳຂັ້ນແຂວງ ເພິ່ນໄດ້ລົງມາເບິ່ງເນາະ ຜູ້ຮັບຜິດຊອບຄວບຄຸມ ພັຍພິບັດຂັ້ນແຂວງເນາະ ຍາມນີ້ເຂົາເຈົ້າຍັງໄດ້ຄົ້ນຄວ້າຢູ່ ແຂວງພຸ້ນເນາະ ວ່າສິຊົດເຊີຍແນວ ໃດຫັ້ນນ່າ."

ຕໍ່ບັນຫາດັ່ງກ່າວ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ພລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ໄດ້ກ່າວຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ວ່າປະຊາຊົນ ອາດຈະບໍ່ໄດ້ຮັບຄ່າຊົດເຊີຍ ກໍຣະນີ ເຂື່ອນແກ້ງຄວັນແຕກ ສາເຫດຍ້ອນຝົນຕົກໜັກ ນ້ຳຖ້ວມບໍ່ແມ່ນຜົນກະທົບ ຈາກ ເຂື່ອນແຕກ.

ມາຮອດປັດຈຸບັນທາງການແຂວງຊຽງຂວາງ ກໍ່ຍັງບໍ່ທັນໄດ້ສະຫຼຸບວ່າສາເຫດ ເຂື່ອນແກ້ງຄວັນ ແຕກຍ້ອນຫຍັງ.