ຊາວນະຄອນຫຼວງກັງວົນ ເຫດ ອາຊຍາກັມ ຕໍ່ເນື່ອງ

ໄຊຍາ
2018.03.20
F-VT ນະຄອນຫຼວງ ວຽງຈັນ
RFA

ປັດຈຸບັນ ປະຊາຊົນ ນະຄອນຫລວງວຽງຈັນ ພາກັນຢ້ານເຫດ ອາຊຍາກັມ ທີ່ເພີ້ມຂຶ້ນ ໂດຍສະເພາະ ເຫດປຸ້ນຈີ້ ລັກຊັບ ໃນຕອນກາງຄືນ ຍ້ອນທຸກມື້ນີ້ ແກ້ງລັກລົດ ແລະ ແກ້ງຢາເສບຕິດ ມີຫລາຍກວ່າແຕ່ກ່ອນ ຊຶ່ງພວກດັ່ງກ່າວມັກພາກັນ ອອກເຄື່ອນໄຫວ ປຸ້ນຈີ້ເອົາເງິນ ແລະ ຣົດ ຂອງປະຊາຊົນ ທີ່ເດີນທາງຜ່ານເສັ້ນທາງປ່ຽວ ຈົນເຮັດໃຫ້ຫລາຍຄົນ ບໍ່ກ້າອອກຈາກເຮືອນ ໃນຕອນກາງຄືນ; ດັ່ງອະດີດ ເຈົ້າໜ້າທີ່ ທ້ອງຖິ່ນ ເມືອງ ນາຊາຍທອງ ທ່ານນຶ່ງເວົ້າຕໍ່ ເອເຊັຽເສຣີ ໃນວັນທີ 19 ມິນາ ນີ້ວ່າ:

"ກາງຄືນຂະເຈົ້າກະບໍ່ກ້າອອກໄປ ທາງໃດເນາະ ທາງຫຍັງເຂົາກະບໍ່ກ້າໄປແລ້ວ ແກ້ງລັກລົດຫັ້ນແຫລະ ກະຊິຫລາຍ ກະເກີດຈາກເຣື່ອງນີ້ ທັງນັ້ນ ຄັນວ່າພວກນີ້ ຫລາຍຕໍ່ໄປນີ້ ອັນຕະລາຍແທ້ ເພາະວ່າສັງຄົມ ຄູ່ມື້ນີ້ມັນຢູ່ຍາກ ຢູ່ແລ້ວ ແຕ່ກ່ອນສງົບປອດໄພ ດີ ໄປທາງໃດມາ ກະສະດວກ ດຽວນີ້ ກາງຄໍ່າກາງຄືນ ກະບໍ່ກ້າອອກໄປ."

ທ່ານ ເວົ້າຕື່ມວ່າ ຫລາຍເທື່ອທີ່ແກ້ງຄົນຮ້າຍກໍ່ເຫດປຸ້ນຈີ້ ປະຊາຊົນ ເຈົ້າໜ້າທີຕຳຣວດ ກໍ່ໍບໍ່ສາມາດຕາມຈັບໄດ້ ທັນເວລາ  ນອກຈາກນີ້ ຍັງສວຍໂອກາດ ກໍ່ເຫດເພີ່ມຕື່ມ ຮວມເຖິງ ສະມາຊິກ ກຸ່ມລັກຣົດ ຄ່ອຍໆເພີ່ມຂຶ້ນ, ເນື່ອງຈາກຊາວໜຸ່ມ ທີ່ຕິດຢາເສບຕິດ ຖືກຊັກຊວນ ເຂົ້າກຸ່ມ ເພື່ອເລາະຫາເງິນ ມາຊື້ຢາເສບຕິດ. ຕໍ່ບັນຫານີ້ຫາກທາງການ ບໍ່ເລັ່ງແກ້ໄຂ ຈະເຮັດໃຫ້ ນະຄອນຫລວງວຽງຈັນ ເປັນເມືອງ ອັນຕະລາຍ.

"ຖ້າວ່າ ພັກ-ຣັຖ ບໍ່ເອົາໃຈໃສ່ ກະວ່ານີ້ແຫລະ ສິເປັນຜົນສະທ້ອນ ຕໍ່ພັກຕໍ່ຣັຖຫັ້ນນະ ເພາະພວກນີ້ນະ ພວກແກ້ງ ຢາເສບຕິດ ນີ້ນະ ມັນສາມາດຊື້ຫຍັງກາໄດ້ ຕາບໃດທີ່ວ່າເຣື່ອງກຽ່ວແກ່ ກັບຢາເສບຕິດ ບໍ່ອັນນັ້ນໄປມັນກະຫລາຍຢູ່ຄືເກົ່າ ຫັ້ນແຫລະ."

ເມື່ອວັນທີ 04 ມີນາ ຜ່ານມາ ເກີດເຫດລັດຍິງເອົາຣົດປະຊາຊົນ ຢູ່ບ້ານນາດີ ເມືອງນາຊາຍທອງ ຜູ້ຖືກເຄາະຮ້າຍ ເປັນປະຊາຊົນໃນບ້ານ ດ່ັງກ່າວ ຖືກຄົນຮ້າຍ ບໍ່ຮູ້ຈຳນວນຍິງ ພ້ອມກັບຖືກໄຟຟ້າຊ໊ອດ ແລ້ວເອົາຣົດຈັກລົບໜີໄປ ມາຮອດປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ຍັງບໍ່ ສາມາດຈັບໂຕ ຄົນຮ້າຍໄດ້ເທື່ອ.

ຫ້ອງການປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ລາຍງານວ່າ ປີ 2017 ຢູ່ນະຄອນຫລວງວຽງຈັນ ເກີດຄະດີ ທັງໝົດ 5,398 ເຣື່ອງ ໃນນັ້ນແມ່ນ ກໍຣະນີ ລັກຊັບ ພົລເມືອງ 1,183 ເຣື່ອງ , ຊີງຊັບ 218 ເຣື່ອງ  ປຸ້ນຊັບ 49 ເຣື່ອງຄ້າຂາຍ ຢາເສບຕິດ 109 ເຣື່ອງ ແລະ ມົ້ວສຸມຢາເສບຕິດ 620 ເຣື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.