ໃນລະຫວ່າງວັນທີ 12-15 ກຸມພາ 2024 ເກີດເຫດການຫ້ວຍນໍ້ານາແທ່ນ ເມືອງວຽງໄຊ ແຂວງຫົວພັນເປັນສີຂຽວຄືນໍ້າໃບຢານາງ ໃນໄລຍະປະມານ 3 ກິໂລແມັດ ເຮັດໃຫ້ຊາວບ້ານນາແທ່ນ ຈຳນວນ 140 ປາຍຄອບຄົວ ບໍ່ມີນໍ້າໃຊ້ຢ່າງ. ສ່ວນສາເຫດເປັນຍ້ອນຟາມໄກ່ ຂອງນັກລົງທຶນລາວ ປ່ອຍນໍ້າເປື້ອນລົງສູ່ຫ້ວຍນໍ້າຂອງບ້ານ ຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈັດການບັນຫານໍ້າເປື້ອນ ຍ້ອນເປັນບັນຫາຊໍ້າເຮື້ອມາຫຼາຍປີແລ້ວ.
ດັ່ງຊາວບ້ານນາແທ່ນ ທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 15 ກຸມພາ ນີ້ວ່າ:
“ເປື້ອນແທ້ເດ້ຈົນຂຽວລະນ່ານໍ້າ 2-3 ມື້ນີ້ 4 ມື້ນີ້ລະອ້າຍຢືນຢູ່ຫ້ວຍນໍ້ານີ້. ໂອ້ມື້ທີ 2 ນີ້ບໍ່ເຫັນກ້ອນຫີນເລີຍ. ຂຽວໝົດນໍ້າເລີຍນ່າ ຄືນໍ້າຢານາງເຮົາໃສ່ແກງໜໍ່ຢູ່ວຽງນີ້ນ່າ ຄືຕັ້ງຟາມໄກ່ ຂຶ້ນໄດ້ຈັກປີກໍແມ່ນເຂົາກໍປ່ອຍມາແນວນີ້ ແຕ່ວ່າຊ່ວງໃດນໍ້ານອງເນາະລະດູຝົນ ກໍຍັງໄຄໜ້ອຍໜຶ່ງ. ມັນໄປໄວລົງລ້າງຫຍັງ ກໍບໍ່ໄດ້ນ່າ. ປະຊາຊົນກໍມີແຕ່ອາບນໍ້າກ໊ອກ, ນໍ້າລິນນີ້ແຫຼະ. ປ່ຽນກັນອາບໄວໆນີ້ກໍກ໊ອກລວມ ປ່ຽນກັນອາບຫັ້ນນ່າ. 4-5 ມື້ມານີ້ ຄັນວ່າແກ້ໄຂບໍ່ໄດ້ນີ້ ກໍເງື່ອນໄຂ ກໍວ່າທາງດຽວຫັ້ນແຫຼະ ກໍຢາກໃຫ້ລະງັບຕາມການສເນີ ຂອງປະຊາຊົນຊາວບ້ານ.”
ທ່ານກ່າວຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ລົງມາຕິດຕາມ ແລະແກ້ໄຂ ຕາມສະຖານະການ ທີ່ເກີດຂຶ້ນ ຄືນໍ້າເປື້ອນມື້ໃດເດືອນໃດ ແລ້ວຊາວບ້ານຮ້ອງຮຽນ ໄປຍັງເມືອງ, ເມືອງຈະລົງມາແກ້ໄຂ ແຕ່ເມືອງຍັງບໍ່ໄດ້ທັນແກ້ໄຂ ຈິງຈັງ ຄືແກ້ໄຂບໍ່ໃຫ້ເກີດຂຶ້ນອີກຕໍ່ໄປ.
ຊາວບ້ານອີກທ່ານໜຶ່ງ ກ່າວວ່າບັນຫານໍ້າເປື້ອນ ຈາກຟາມໄກ່ ເປັນບັນຫາຊໍ້າເຮື້ອ ປະມານ 3 ປີແລ້ວ ແລະບໍ່ໄດ້ຮັບການແກ້ໄຂ ໃຫ້ນໍ້າເປື້ອນໝົດໄປ. ຂະນະທີ່ທຸກມື້ນີ້ ຊາວບ້ານນາແທ່ນ ຂາດເຂີນນໍ້າໃຊ້ທັງນໍ້າຫ້ວຍ, ນໍ້າລິນ ແລະ ນໍ້າປະປາ.
ດັ່ງຍາງນາງກ່າວໃນມື້ດຽວກັນນີ້ວ່າ:
“ໃຊ້ບໍ່ໄດ້ເປື້ອນແຮງມື້ວານນີ້ ກໍຍັງຫຼາຍຄົນບໍ່ມີນໍ້າອາບຊໍ້າ. ຊັກເຄື່ອງກໍບໍ່ມີນໍ້າຊັກ. ຈໍານວນໜຶ່ງມີນໍ້າລິນຍັງໄຄແດ່. ຈຳນວນໜຶ່ງບໍ່ມີນໍ້າເລີຍຄາໄດ້ແຕ່ຂອງນໍາພີ່ ນໍານ້ອງ ນໍາບ້ານ. ນໍ້າປະປາກໍຂາດຫວ່າງນີ້ ມັນແຫ້ງ. ຕອນໃດເຂົາບໍ່ປ່ອຍນໍ້າຂີ້ໄກ່ ກໍຍັງລົງໃຊ້ຢູ່ຫ້ວຍໄດ້, ແຕ່ບໍ່ເປັນກິນເນາະ ເມືອ່ຫວ່າງກ່ອນໆ ກໍເປັນແລ້ວເຊົາແລ້ວມາຫວ່າງນີ້ ເຣີ່ມຕົ້ນອີກມາເປັນໄລຍະ, ໄລຍະ, ໄລຍະ 5-6 ວັນນີ້ແຫຼະ. ແລ້ວມັນເຣີ່ມດີ. ມັນກໍເປັນຕລອດປີເລີຍ ເປັນເປັນຫວ່າງ ເປັນຫວ່າງ ເຣີ່ມເປັນນີ້ 3 ປີມານີ້. ແຕ່ກ່ອນບໍ່ໄດ້ແຈ້ງ ມາແຮງແຮງເຂົ້າ ເຂົາກໍທົນບໍ່ໄດ້ເນາະ. ປະຊາຊົນໄດ້ແຈ້ງໃຫ້ເຈົ້າໜ້າທີ່ ໄປເບິ່ງສະພາ ລົງມາເບິ່ງນັ້ນ ໄປເວົ້າກໍຍັງເຮັດຄືເກົ່າ.”
ຍານາງກ່າວຕື່ມວ່າ ນໍ້າລິນຄືການຕໍ່ ແລະວາງທໍ່ນໍ້າ ຈາກຫ້ວຍນໍ້າ ໄປຍັງເຮືອນຕ່າງໆ ທີ່ມີກ໊ອກນໍ້າ, ສ່ວນນໍ້າປະປາ ຄືນໍ້າອ່າງໃຫຍ່, ອ່າງລວມ ຂອງບ້ານທີ່ສູບນໍ້າ ຈາກໃຕ້ດິນ ແລ້ວມີກອງນໍ້າຕາມມາຕຖານຂອງຣັຖວິສາຫະກິຈ ນໍ້າປະປາ ແຂວງຫົວພັນ.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນຂອງເມືອງວຽງໄຊ ກ່າວວ່າ ປະຊາຊົນບໍ່ນິຍົມ ນໍານໍ້າຈາກຫ້ວຍນາແທ່ນມາດື່ມ ແຕ່ນິຍົມນໍາມາໃຊ້ອາບ, ໃຊ້ຊັກເຄື່ອງຂອງ ແລະ ວັນທີ 15 ກຸມພາ 2024 ນໍ້າຍັງເປັນສີຂຽວຢູ່ ແຕ່ໄດ້ຈາງລົງແດ່ແລ້ວ.
ດັ່ງຍານາງ ກ່າວໃນມື້ດຽວກັນນີ້ວ່າ:
“ມັນບໍ່ມີປາຕາຍເກີດຂຶ້ນລົງໃນຫ້ວຍ ແຕ່ວ່າການທີ່ເຮົາຊິລົງໃຊ້ນໍ້າຢູ່ຫ້ວຍຫັ້ນນ່າ. ຍັງບໍ່ມີຄວາມສະດວກເນາະ ເຖິງທຸກມື້ນີ້ຍັງມີນໍ້າຂຽວຢູ່ວ່າຊັ້ນສາ ນໍ້າກີນນໍ້າໃຊ້ສ່ວນຫຼາຍ ກໍແມ່ນໃສ່ນໍ້າຫ້ວຍ. ອາໃສໃຊ້ນໍ້າຫ້ວຍບ້ານນາແທ່ນ ເປັນຫຼັກເນາະ. ແລ້ວກໍອາບນໍ້າອາບໃນ ຫຼື ວ່າຊັກເຄື່ອງຊັກຂອງຕ່າງໆ. ແຕ່ວ່ານໍ້າກິນຈຳນວນໜຶ່ງ ນໍ້າກິນ ນໍ້າໃຊ້ ແມ່ນໄດ້ໃຊ້ນໍ້າປະປາ ແຕ່ຊ່ວງນີ້ນັ້ນ ນໍ້າປະປາຫັ້ນ ກໍຂາດເນາະ. ກໍຖືວ່າບ້ານນາແທ່ນເຮົາ ກໍຖືກຜົນກະທົບຫັ້ນແຫຼະ.”
ສ່ວນດ້ານເຈົ້າຂອງຟາມໄກ່ ໄດ້ຊີ້ແຈງກ່ຽວກັບບັນຫານີ້ ຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນຂອງເມືອງວຽງໄຊ ໃນວັນທີ 14 ກຸມພາ 2024 ວ່ານໍ້າເປື້ອນ ແມ່ນມາຈາກຟາມໄກ່ ແທ້. ທັງນີ້ຂັ້ນບ້ານໄດ້ລົມນໍາເຈົ້າຂອງຟາມ ໃຫ້ລະມັດລະວັງ ການປ່ອຍນໍ້າເປື້ອນ ລົງສູ່ຫ້ວຍນໍ້ານາແທ່ນຕື່ມ ແລະຖືວ່າສະພາບນໍ້າຫ້ວຍນາແທ່ນດີແດ່ແລ້ວ. ເຣີ່ມຈາງແລ້ວ.
ດັ່ງຍານາງກ່າວວ່າ:
“ເມື່ອວານນີ້ເຈົ້າຂອງຟາມ ໄດ້ໂທມາພົວພັນ ເຂົາເຈົ້າປ່ອຍນໍ້າຫັ້ນ ຜ່ານຈາກອັນໜອງທີ່ວ່າ ເຂົາເຈົ້າລ້ຽງໄກ່ ໃສ່ຫັ້ນນ່າ. ເຂົາລ້ຽງປາດຸກໃສ່ ໜອງຫັ້ນນັັ້ນ. ເຂົາຈະປັບປຸງໜອງຫັ້ນນ່າ ປ່ອຍນໍ້າຢູ່ໜອງໃຫຍ່ ຜ່ານລົງໃສ່ໜອງນ້ອຍ ແລ້ວປ່ອຍອີກໃສ່ໜອງນ້ອຍ ແລ້ວໄປໃສ່ສວນຜັກກາດ, ຜັກກະລໍ່າປີ ຂອງເຂົາເຈົ້າແລ້ວຊືມລົງຫ້ວຍ ແລ້ວຕອນນີ້ກໍໄຄແດ່ແລ້ວເນາະ. ກໍໄດ້ລົມນໍາເຂົ້າເຈົ້າແລ້ວ ໃຫ້ເຂົາເຈົ້າມີຄວາມລະມັດລະວັງຕື່ມເນາະ ເຣື່ອງການແກ້ໄຂ ຂອງຟາມໄກ່ເຂົາເຈົ້າ.”
ຍານາງກ່າວຕື່ມວ່າ ທັງໝົດທີ່ເຂົາເຈົ້າກ່າວມາ ເປັນໄປຕາມທີ່ເຫັນສະພາບໂຕຈິງ ຢູ່ໃນຫ້ວຍນໍ້ານາແທ່ນ ແລະເປັນໄປຕາມການອ້າງອີງ ຂອງເຈົ້າຂອງຟາມໄກ່ ແຕ່ວ່າໂຕຈິງ ຢູ່ຟາມໄກ່ ເປັນແນວໃດນັ້ນ ທາງຂັ້ນທ້ອງຖິ່ນບໍ່ໄດ້ເຂົ້າໄປກວດກາ ນໍາຄະນະຂອງສະພາ ປະຊາຊົນ ແລະເມືອງ ຈຶ່ງບໍ່ມີຂໍ້ມູນ ຈະແຈ້ງໄດ້.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ເມືອງວຽງໄຊ ອີກທ່ານໜຶ່ງທີ່ລົງໄປກວດກາໂຕຈິງ ກັບຄະນະຂອງສະພາປະຊາຊົນ ແລະເມືອງກ່າວວ່າ ມື້ວານນີ້ໄດ້ເຮັດບົດບັນທຶກ ນໍາເຈົ້າຂອງຟາມໄກ່ ແລະຫ້າມປ່ອຍນໍ້າເປື້ອນລົງສູ່ຫ້ວຍນໍ້ານາແທ່ນອີກ.
ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:
“ເຂົາກໍເຫັນດີແລ້ວ ຕາມບົດບັນທືກວ່າມີຄວາມຈິງແທ້ ແນວນີ້ ແນວນັ້ນ. ຫົວໜ້າເຮົາກໍເຮັດບົດບັນທຶກວ່າປ່ອຍ (ນໍ້າເປື້ອນ) ໃສ່ຜັກກາດ ເຂົາໜ້ອຍໜຶ່ງເນາະ, ແຕ່ກໍອັນນ່າປ່ອຍນໍ້າອອກ ແລ້ວປັບປຸງວ່າ ຫ່າງໄກໜ້ອຍໜຶ່ງ.”
ວັນທີ 15 ກຸມພາ 2024 ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຫາທັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນເມືອງຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.
ກ່ອນໜ້ານີ້ ຢູ່ເມືອງວຽງໄຊ ມີເຫດການໃນລະຫວ່າງວັນທີ 23-25 ມົກກະຣາ ຜ່ານມານີ້ ເກີດມີປາຕາຍຈຳນວນຫຼາຍ ຢູ່ນໍ້າງາ ຈຸດວັງສະຫງວນ ບ້ານວັງໄຮ ປະມານ 230 ກິໂລກະຣາມ ຍ້ອນຟາມໝູ່ ປ່ອຍນໍ້າເປື້ອນ ລົງສູ່ຫ້ວຍນໍ້າທຳມະຊາດ ພ້ອມຊີ້ແຈງວ່າ ມີຄົນລັກປ່ອຍນໍ້າເປື້ອນ ອອກຈາກອ່າງບໍາບັດ ແລະຈະຮັບຜິດຊອບ ຊົດເຊີຍຄ່າເສັຍຫາຍ ທັງໝົດທີ່ເກີດຂຶ້ນ.