ສາວເຕັ້ນເປືອຍໃນຖໍ້າປິດແລ້ວ
2015.08.26
ໃນ ວັນອັງຄານ ເຈົ້າໜ້າທີ່ ເມືອງວຽງໄຊ ແຂວງ ຫົວພັນ ແຈ້ງວ່າ, ຮ້ານບັນເທີງ ຮວງ ຟຸກ ຢູ່ ຖໍ້າ ບ້ານ ນາໄຮ ເມືອງ ວຽງໄຊ, ທີ່ ເປັນຂ່າວ ນອງນັນ ນັ້ນ ຍັງເປິດ ບໍຣິການ ຕາມ ປົກກະຕິ, ຕ່າງ ແຕ່ວ່າ ທາງການ ສັ່ງຫ້າມ ບໍ່ໃຫ້ມີ ສາວ ເຕັ້ນເປຶອຍ ອີກ ເທົ່ານັ້ນ, ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:
“ຮ້ານເປິດ ແຕ່ບໍ່ໃຫ້ ຄືເກົ່າ ແບບວ່າ ບໍມີສາວ ໂຄໂຍຕີ້ ຫັ້ນ, ມັນຜິດ ຮີດຄອງລາວ ໃຫ້ເຊົາ ກ່ຽວກັບ ສາວ ໂຄໂຍຕີ້ ສ່ວນວ່າ ກຽມ ເປັນຮ້ານ ກິນດຶ່ມ ທັມມະດາ ໃຫ້ຢູ່ຕໍ່ ໄດ້ ຖ້າວ່າແບບ ນຸ່ງເຄື່ອງ ລາວ ນີ້ໄປ ບໍຣິການ ເສີບ ອາຫານ ຫຼືວ່າ ແຕ່ງກີນ ອັນນັ້ນ ຈະ ເໝາະສົມ ກວ່າ”.
ທ່ານກ່າວ ຕໍ່ໄປວ່າ ໃນ ຄືນວັນທີ 21 ສິງຫາ ຊື່ງເປັນ ມື້ທໍາອິດ ທີ່ ເປິດຮ້ານ, ທາງ ເຈົ້າຂອງຮ້ານ ກໍໄດ້ ເຊື້ອເຊີນ ເຈົ້າໜ້າທີ່ ຣະດັບ ແຂວງ ຫຼາຍທ່ານ ເຂົ້າຮ່ວມ ພິທີ ແຕ່ ກໍບໍ່ ປະກົດເຫັນ ສາວ ເຕັ້ນເປຶອຍ, ຈົນຮອດ ມື້ທີ 2 ທີ 3 ຈຶ່ງຮູ້ວ່າ ທາງຮ້ານ ໄດ້ ນໍາເອົາ ສາວ ໂຄໂຍຕີ້ ຈາກ ວຽດນາມ ເຂົ້າມາເຕັ້ນ ໂຊ ລູກຄ້າ, ເມື່ອ ຮູ້ແລ້ວ ທາງ ເຈົ້າໜ້າທີ່ ກໍຟ້າວ ໄປໂອ້ລົມ ກັບ ເຈົ້າຂອງ ຮ້ານ ບໍ່ໃຫ້ເຮັດ ແນວນັ້ນ, ຊຶ່ງ ເຈົ້າຂອງຮ້ານ ກໍໄດ້ ຮັບປາກ ວ່າ ຈະບໍ່ໃຫ້ ມີອີກ.
ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ເພີ້ມວ່າ ໃນ ກໍຣະນີ ເຊັ່ນນີ້, ເປັນສິ່ງທີ່ ຜິດ ກົດໝາຍ ຫຼືບໍນັ້ນ ທ່ານ ບໍ່ ສາມາດ ຕອບໄດ້ ເພາະ ຕ້ອງເບິ່ງ ເນື້ອໃນ ຂອງ ນິຕິກັມ ທີ່ ເຈົ້າ ຂອງຮ້ານ ໄດ້ເຊັນ ກັບ ທາງແຂວງ, ວ່າ ມີກໍານົດ ຂອບເຂດ ແນວໃດ. ທ່ານ ວ່າ ນັບແຕ່ ຮ້ານນີ້ ເປິດ ບໍຣິການ, ລູກຄ້າ ສ່ວນໃຫຍ່ ກໍແມ່ນ ຊາຍໜຸ່ມ ໃນແຂວງ, ນອກນັ້ນ ກໍຈະເປັນ ຊາວ ວຽດນາມ.
ເຖິງຢ່າງໃດ ກໍຕາມ, ໜັງສືພິມ ວຽງຈັນທາມ ຣາຍງານ ໃນ ວັນທີ 25 ສິງຫາ ຜ່ານມາວ່າ ທາງການ ແຂວງ ຫົວພັນ ໄດ້ສັ່ງປິດ ສະຖານ ບັນເທີງ ດັ່ງກ່າວ ນັ້ນແລ້ວ.