ທາງເຂດບ້ານນາຄວາຍ ກໍ່ສ້າງຫຼ້າຊ້າ
2013.08.07
ການສ້າງທາງ ຫົວຂົວ ໂນນຄໍ້ ແລະ ນາຄວາຍ ນະຄອນຫລວງວຽງຈັນ ຊັກຊ້າກວ່າແຜນການ ປະຊາຊົນໄດ້ຮັບຜົນກະທົບ ໂດຍສະເພາະ ໃນຍາມຝົນ ຕົກໜັກ ຖນົນຫົນທາງ ມີແຕ່ຂີ້ຕົມ ການເດີນທາງ ໄປມາຍາກລຳບາກ. ປັດຈຸບັນ ບໍຣິສັດ ຮັບເໝົາກໍ່ສ້າງ ສ້າງໄດ້ພຽງແຕ່ 19 ສ່ວນຮ້ອຍ. ດັ່ງເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານນຶ່ງ ເປີດເຜີຍວ່າ:
“ໂອເປີເຊັນ ຫັ່ນຫວະ ໄດ້ 19 ຈຸດ ປາຍເປີເຊັນ ມີແຕ່ວຽກທໍ່ນະ ໃນສັນຍານີ້ແມ່ນ 30 ເດືອນເນາະ ໃນຫ່ັນ ເຫລືອປະມານ 14-15 ເດືອນ ນີ້ແຫລະ ຣາຍລະອຽດ ທີ່ວ່າປະຊາຊົນ ຮ້ອງຟ້ອງ ຫລືວ່າຈົ່ມ ເຮົາກໍບໍ່ກ້າເວົ້າ ວ່າມັນຊ້າ ຍ້ອນນັ້ນຍ້ອນນີ້.”
ສ່ວນບໍຣິສັດ ຮັບເໝົາກໍ່ສ້າງ ເສັ້ນທາງ ດັ່ງກ່າວ ໃຫ້ເຫດຜົນ ໃນການລ້າຊ້າ ນັ້ນວ່າ ບໍ່ແມ່ນເປັນຍ້ອນ ທາງ ບໍຣິສັດ ຂາດເຂີນເງິນທຶນ ແຕ່ເປັນຍ້ອນ ການສ້າງຊັກຊ້າຊື່ໆ. ປັດຈຸບັນ ທາງບໍຣິສັດ ກຳລັງເລັ່ງສ້າງ ໃຫ້ສຳເຣັດ ຕາມແຜນການ ຄືໃຫ້ ສຳເຣັດພາຍ ໃນປີ 2014.
ຖນົນຫົວຂົວ-ໂນນຄໍ້-ນາຄວາຍ ມີຣະຍະຍາວ ປະມານ 7 ກິໂລແມັດ. ບໍຣິສັດກໍ່ສ້າງ ແລະ ຊຸກຍູ້ ກະສິກັມ ເປັນຜູ້ຮັບເໝົາ ກໍ່ສ້າງ ແລະ ເລີ້ມສ້າງ ນັບແຕ່ປີ 2010 ເປັນຕົ້ນມາ.