ນັກສິ່ງແວດລ້ອມໃຫ້ເລື່ອນການ ສ້າງເຂື່ອນ
2015.03.03
ນັກ ອະນຸຮັກ ສິ່ງ ແວດລ້ອມໄດ້ ຮຽກຮ້ອງ ໃຫ້ ນາຍົກ ຣັຖມົນຕຣີ ຮຸນເຊນ ຂອງ ກຳພູຊາ ໃຫ້ ເຈຣະຈາ ກັບ ຜູ້ນຳລາວ ເພື່ອ ແກ້ໄຂ ບັນຫາ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ຢູ່ ທາງພາກໃຕ້ ຂອງ ປະເທດ ລາວ ໃນເວລາ ທີ່ ທ່ານ ຈູມມະລີ ໄຊຍະສອນ ປະເທດ ປະເທດ ລາວ ຈະ ໄປຢ້ຽມຢາມ ກຳພູຊາ ເປັນ ເວລາ 2 ວັນ ໃນ ອາທິດນີ້. ໜັງສືພິມ ພະນົມເປັນ ໂພສ ໄດ້ ຣາຍງານ ວ່າ ທ່ານ ຈູມມະລີ ໄຊຍະສອນ ມີ ກຳນົດ ພົບປະ ກັບ ນາຍົກ ຣັຖມົນຕຣີ ຮຸນເຊນ ຂອງ ກຳພູຊາ.
ຜູ້ ອຳນວຍການ ອົງການ ກອງທຶນ ອະນຸຮັກ ສັດປ່າ ຫລື WWF ປະຈຳ ພາກພື້ນ ແມ່ນ້ຳຂອງ ທ່ານ ທິກເຊັງ ໄດ້ ກ່າວວ່າ ທ່ານ ຮຸນເຊນ ຂອງ ກຳພູຊາ ຄວນຈະ ຖື ໂອກາດ ນີ້ ກົດດັນ ຜູ້ນຳ ລາວ ໃຫ້ ເລື່ອນ ໂຄງການ ກໍ່ສ້າງ ເຂື່ອນ ດອນ ສະໂຮງ ຊຶ່ງ ເປັນນຶ່ງ ໃນ 12 ເຂື່ອນ ທີ່ ມີແຜນ ວ່າ ຈະສ້າງ ຢູ່ ແມ່ນ້ຳຂອງ ຕອນລຸ່ມ ເພື່ອ ໃຫ້ ມີການ ສຶກສາ ສຳຣວດ ຜົນກະທົບ ການ ຂຶ້ນລົງ ຂອງປາ.
ທ່ານ ກ່າວວ່າ ນີ້ ເປັນ ບັນຫາ ທີ່ ຍັງ ຄົງຄ້າງ ຣະຫວ່າງ ລາວ ແລະ ກຳພູຊາ ປຽບທຽບ ແລ້ວ ຄືກັນກັບ ຊ້າງ ຄາ ຢູ່ໃນຄອກ. ແລະ ທ່ານ ກ່າວ ອີກວ່າ ນີ້ ຖືວ່າ ເປັນ ໂອກາດ ສຳລັບ ກຳພູຊາ ທີ່ ຈະ ສະແດງ ເຖິງ ຈຸດຢືນ ເພື່ອ ຮຽກຮ້ອງ ໃຫ້ ມີການ ສຳຣວດ ເພີ່ມເຕີມ ກ່ອນທີ່ຈະ ມີການ ກໍ່ສ້າງ ເຂື່ອນ.