ນັກວິຊາການແລະພາກປະຊາສັງຄົມໄທກັງວົນຜົນກະທົບເຂື່ອນປາກແບງ

ກອງປະຊຸມເສວະນາຜົນກະທົບເຂື່ອນປາກແບງຂອງນັກວິຊາການແລະພາກປະຊາສັງຄົມໄທ.
ກອງປະຊຸມເສວະນາຜົນກະທົບເຂື່ອນປາກແບງຂອງນັກວິຊາການແລະພາກປະຊາສັງຄົມໄທ. (RFA)

0:00 / 0:00

ນັກວິຊາການ ແລະພາກປະຊາສັງຄົມໃນໄທ ຈັດກອງປະຊຸມເສວະນາ ເຂື່ອນປາກແບງ ໃນມື້ວັນທີ່ 1 ພະຈິກ ທີ່ຜ່ານມາ ທີ່ນະຄອນຫຼວງບາງກອກ ຍູ່ປະເທດໄທ ເພື່ອສະແດງເຖີງຄວາມກັງວົນ ຕໍ່ຜົນກະທົບຈາກເຂື່ອນປາກແບງ. ເນື່ອງຈາກໂຄງການດັ່ງກ່າວຂາດການຄຸ້ມຄອງທີ່ດີບໍ່ວ່າຈະເປັນເລື່ອງສິ່ງແວດລ້ອມ, ວິຖີຊີວິດ ລວມໄປເຖິງເຂດແດນລະຫວ່າງໄທ ກັບລາວ.

ທ່ານນາງ ປີດີ ຄົງແປ້ນ ກຳມະການສິດທິມະນຸດສະຍະຊົນແຫ່ງຊາດ ປະເທດໄທກ່າວວ່າ ເຂື່ອນໃນແມ່ນ້ຳຂອງຈະສົ່ງຜົນກະທົບຕໍ່ພື້ນທີ່ທຳການກະເສດຢູ່ແຄມແມ່ນ້ຳຂອງ, ການປະມົງ, ການທ່ອງທ່ຽວ ແລະການໃຊ້ນ້ຳເພື່ອອຸປະໂພກ-ບໍລິໂພກ. ດັ່ງ ທ່ານນາງ ປີດີ ຄົງແປ້ນ ກ່າວໃນກອງປະຊຸມເສວະນາໃນມື້ວັນທີ່ 1 ພະຈິກ ທີ່ຜ່ານມາໃນຕອນນຶ່ງວ່າ.

“ຂໍ້ຫ່ວງໄຍຂອງກຳມະການສິດກະນ່າຈະເປັນວິຖີຊີວິດຂອງຊຸມຊົນຂອງຊາວບ້ານທີ່ທຸກຄົນ ມີສິດທີ່ຈະໃຊ້ນ້ຳ ແລ້ວກະການພັດທະນາກະເສດແບບຍືນຍົງ ແລ້ວກະພຽງພໍ ແລ້ວກະໃຫ້ຄວາມສຳຄັນກັບກຸ່ມທີ່ມີຄວາມສ່ຽງ”

ຂະນະທີ່ ທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທ ກ່າວວ່າ ໂຄງການເຂື່ອນປາກແບງຄວນຈະທົບທວນຄືນທັງໝົດ. ເນື່ອງຈາກຂັ້ນຕອນການຈັດຕັ້ງປະຕິບັດຂາດຄວາມໂປ່ງໃສ ແລະຂາດການສຶກສາທີ່ລະອຽດຮອບດ້ານ. ດັ່ງ ທ່ານ ນິວັດ ຮ້ອຍແກ້ວ ກ່າວໃນກອງປະຂຸມເສວະນາໃນມື້ດຽວກັນໃນຕອນນຶ່ງວ່າ.

" ເຂື່ອນປາກແບງນີ້ ເປັນເຂື່ອນທີ່ຂ້ອຍຄິດວ່າ ມັນມີບັນຫາຫຼາຍ ຫຼາຍຕັ້ງແຕ່ຂະບວນການປຶກສາຫາລືລ່ວງໜ້າ ການແຈ້ງໃຫ້ພີ່ນ້ອງປະຊາຊົນຮັບຮູ້ ທີ່ຜ່ານມາມັນກະບໍ່ເຕັມທີ່ ເລື່ອງຂອງຜົນກະທົບແມ່ນຫຍັງຕ່າງໆ ຜົນການສຶກສາແມ່ນຫຍັງຕ່າງໆ ກະບໍ່ໄດ້ເວົ້າເຖິງ ເວົ້າເຖິງແຕ່ວ່າເຂື່ອນຈະສ້າງອອກມາແບບໃດ "

ທາງດ້ານ ຊາວບ້ານທ່ານໜຶ່ງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກ່າວວ່າ ເຖິງຈະບໍ່ໄດ້ເຂົ້າຮ່ວມໃນກອງປະຊຸມເສວະນາຢຸູ່ປະເທດໄທ ແຕ່ຊາວບ້ານສ່ວນຫຼາຍກໍເປັນກັງວົນກ່ຽວກັບໂຄງການເຂື່ອນປາກແບງ ແລະບໍ່ຕ້ອງການໂຍກຍ້າຍອອກຈາກພື້ນທີ່. ດັ່ງຊາວລາວ ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 4 ພະຈິກ ນີ້ວ່າ.

"ເຮັດເຂື່ອນແລ້ວບາດນີ້ ຈັກຊິເຮັດຫຍັງໄດ້ຈັ່ງວ່າ ຄັນເຮັດເຂື່ອນຫຼາຍແລ້ວ ເຮັດໃຫ້ປະຊາຊົນ ທຸກຍາກກວ່າເກົ່າ ພວກແລ່ນເຮືອກະ ໄປຍາກແລ້ວ ໄດ້ເງິນມາ 5-6 ລ້ານ 10 ລ້ານ (ກີບ) ມັນຊິມີຫຍັງ ເຂົາທໍາມາຫາກິນ...ໂອ້ . "

ເຈົ້າໜ້າທີ່ທ້ອງຖິ່ນ ໃນແຂວງອຸດົມໄຊ ກ່າວວ່າ ຢາກໃຫ້ລັດຖະບານລາວທົບທວນຄືນກ່ຽວກັບ ໂຄງການເຂື່ອນປາກແບງ ເຖິງວ່າຈະມີການອະນຸມັດໄປແລ້ວ ເພາະໂຄງການດັ່ງກ່າວ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງໜັກ ຢູ່ແຂວງອຸດົມໄຊ ແລະແຂວງບໍ່ແກ້ວ. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

" ບໍ່ທັນສົມບູນ ລັດຖະບານເຮົາກໍອະນຸມັດໃຫ້ເຮັດແລ້ວເດ້ອັນນີ້ປະຊາຊົນຍັງເວົ້າເລື່ອງ ຜົນສະທ້ອນຂອງສັງຄົມແບບໃດຫັ້ນນ່າກະເຂົາເຈົ້າໄດ້ເຊັນຜ່ານໄປແລ້ວບັນຫາຕົວນີ້ແຫຼະມັນຕາມມາ "

ໂຄງການເຂື່ອນປາກແບງ ຈະສົ່ງຜົນກະທົບຕໍ່ຊາວບ້ານ ທັງທາງກົງ ແລະທາງອ້ອມ ຈໍານວນ 26 ບ້ານ ໃນ 3 ແຂວງ. ສໍາລັບ ໂຄງການເຂື່ອນປາກແບງ ຈະມີກໍາລັງຕິດຕັ້ງ 912 ເມກະວັດ ຕັ້ງຢູ່ບ້ານປາກເງີຍ ເມືອງປາກແບງ ແຂວງອຸດົມໄຊ ໂດຍມີ ບໍລິສັດ China Datang ປະເທດຈີນ ເປັນຜູ້ພັດທະນາໂຄງການ ດ້ວຍມູນຄ່າການລົງທຶນ ປະມານ 1,880 ລ້ານ ໂດລ້າສະຫະລັດ, ສ່ວນໄຟຟ້າທີ່ຜະລິດໄດ້ ຈາກໂຄງການເຂື່ອນປາກແບງ ຕາມແຜນຈະສົ່ງຂາຍໃຫ້ປະເທດໄທ 90% ແລະລັດວິສາຫະກິດໄຟຟ້າລາວ 10% ສັນຍາ 29 ປີ ມີກໍານົດຂາຍໄຟຟ້າ ເປັນທາງການ ໃນປີ 2033.