ຊາວສວນກາເຟບໍ່ເຂົ້າຮ່ວມ ບໍຣິສັດ

ຊາວສວນ ກາເຟ ເມືອງປາກຊ່ອງ ປະຕິເສດ ບໍ່ຮ່ວມມື ເຮັດສວນ ກາເຟ ກັບ ບໍຣິສັດ ຍ້ອນ ເຫັນວ່າ ບໍຣິສັດ ໃຊ້ ປຸ໋ຍເຄມີ ແລະ ບໍ່ສົນໃຈ ນໍາສິ່ງ ແວດລ້ອມ.

ສວນກາເຟ ຂອງ ບໍຣິສັດ Outspan Bolaven ບໍລະເວນ ຈໍາກັດ ທີ່ເປັນຂອງ ນັກລົງທຶນ ຈາກ ປະເທດສິງກະໂປ. ສວນກາເຟ ດັ່ງກ່າວ ຕັ້ງຢູ່ ບ້ານໜອງດວງ ເມືອງ ປາກຊ່ອງ ແຂວງຈໍາປາສັກ.(ຖ່າຍໃນເດືອນ ພືສພາ ປີ 2012) RFA

ເຈົ້າຂອງ ສວນກາເຟ ຢູ່ ເມືອງປາກຊ່ອງ ແຂວງ ຈໍາປາສັກ ປະຕິເສດ ບໍ່ຮ່ວມມື ກັບ ບໍຣິສັດ ທີ່ໄດ້ຮັບ ສໍາປະທານ ທີ່ດິນ ຈາກ ທາງການ ຍ້ອນເຫັນວ່າ ບໍຣິສັດ ມັກໃຫ້ ຄົນງານໃສ່ ປຸ໋ຍເຄມີ ທີ່ເປັນ ອັນຕະລາຍ ຕໍ່ ສິ່ງແວດລ້ອມ ແລະ ຄົນ. ຕາມການເປີດເຜີຍ ຂອງ ເຈົ້າຂອງສວນ ກາເຟ ຜູ້ນຶ່ງ ຢູ່ ເມືອງປາກຊ່ອງ ຕໍ່ ເອເຊັຽເສຣີ ໃນ ວັນທີ 14 ເມສາ ວ່າ:

"ບໍຣິສັດ ນັ້ນ ໃສ່ປຸ໋ຍ ແລ້ວເລັ່ງດ້ວຍ ປຸ໋ຍ ມັນມີສານພິດ ເຮົາ ກໍບໍ່ຢາກກິນ ທໍາລາຍ ໝົດຫັ້ນ ຄັນຊິເວົ້າແທ້ ຈັບໃສ່ຢາສີດ ບໍຣິສັດຫັ້ນ ບໍ່ເວົ້າດອກ ເຂົາຫັ້ນກໍ ມີແຕ່ໃສ່ປຸ໋ຍ ຫຼາຍໆ ແລ້ວກາເຟ ຈະມີ ໝາກຫຼາຍ".

ຊາວສວນ ທ່ານນີ້ ເວົ້າຕື່ມວ່າ ເຖິງວ່າປີນີ້ ກາເຟ ຈະຣາຄາ ຕົກຕໍ່າ ແຕ່ຕົນເອງ ກໍບໍ່ຍົກສວນ ໃຫ້ ບໍຣິສັດ ແລະ ປ່ຽນໄປເຮັດ ກະສິກັມ ກັບ ບໍຣິສັດ ຍ້ອນວ່າ ຕົນເອງ ຢາກເຮັດກາເຟ ບໍ່ໃສ່ ສານເຄມີ.

ຊາວບ້ານ ທີ່ເຮັດວຽກ ກັບ ບໍຣິສັດ ບໍ່ກ້າກິນກາເຟ ທີ່ ບໍຣິສັດ ປູກ ຍ້ອນ ສານເຄມີ ເຮັດໃຫ້ ສິ່ງແວດລ້ອມ ນັ້ນເສັຽຫາຍ ແລະ ອີກຢ່າງນຶ່ງ ກໍຄື ການເຮັດວຽກ ກັບ ບໍຣິສັດ ເງິນ ເດືອນ ບໍ່ຫຼາຍ.

ປັດຈຸບັນ ມີປະມານ 100 ບໍຣິສັດ ທີ່ມາຂຶ້ນ ທະບຽນ ຂໍ ສໍາປະທານ ທີ່ ດິນ ປູກກາເຟ ໂດຍມີ ລະຍະ ສໍາປະທານ 30 ປີ ແລະ ສາມາດ ຕໍ່ອາຍຸ ໄດ້ອີກ 30 ປີ ໃນຂນະ ທີ່ປີ 2006-07 ມີ ປະມານ 300 ບໍຣິສັດ ມາ ຂໍ ສໍາປະທານ ປູກກາເຟ ນໍາ ທາງການ ແຂວງ ຈໍາປາສັກ.

ໃນອາທິດ ທີ່ຜ່ານມາ ເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ແຂວງ ຈໍາປາສັກ ໄດ້ເປີດເຜີຍ ຕໍ່ ນັກຂ່າວວ່າ ແຂວງ ຈໍາປາສັກ ບໍ່ມີທີ່ດິນ ໃຫ້ ສໍາປະທານ ແກ່ ນັກລົງທຶນ ອີກແລ້ວ ໃນການ ປູກໄມ້ ອຸດສາຫະກັມ, ແຕ່ມີພຽງ ທີ່ດິນ ສະເພາະ ເຊົ່າເຮັດນາ ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org