ຫົນທາງແຕກແຫງຍ້ອນຂຸດ ຖ່ານຫີນ
2016.03.16
ການຂຸດຄົ້ນ ຖ່ານຫີນ ຂອງ ບໍຣິສັດ ບົວໄລ ມັງກອນທອງ ຢູ່ ບ້ານນໍ້າເງິນ ເມືອງວຽງພູຄາ ແຂວງ ຫຼວງນໍ້າທາ ສົ່ງຜົນກະທົບ ເຮັດໃຫ້ ເສັ້ນທາງ ແລະ ບ້ານເຮືອນ ແຕກແຫງ ເປ່ເພ.
ເສັ້ນທາງ ເລກ 3 ຫລື R3 ແຕກ ແລະ ຊຸດຕົວລົງ ຍາວໄປ 300 ແມັດ ກວ້າງ 1 ແມັດ, ເສົາ ໄຟຟ້າງ່ຽງ, ເຮືອນ ປະຊາຊົນ ແລະ ໂຮງຮຽນ ຢູ່ ຕາມເສັ້ນທາງ ດັ່ງກ່າວ ກໍ ແຕກແຫງ ເປ່ເພ ຫລັງຈາກ ທີ່ມີການຂຸດຄົ້ນ ຖ່່ານຫີນ ຂອງ ບໍຣິສັດ ບົວໄລ ມັງກອນທອງ ນັບແຕ່ ປີ 2014 ເປັນຕົ້ນມາ. ດັ່ງ ປະຊາຊົນ ທ່ານນຶ່ງ ຜູ້ທີ່ບໍ່ ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 15 ມິນາ ວ່າ:
"ແຕກໆ ມີຮອຍແຕກເທິງ ບາງບ່ອນ ກໍຫລຸບ ເປັນບ່ອນຫລຸບ ບ່ອນໂນນ ມັນແຕກ ເປັນແຕກແຫງ ມັນແຫງ ມັນແຫງ ອອກຈາກ ກັນນ່າ".
ທ່ານ ກ່າວຕື່ມວ່າ ຕອນນີ້ ຍັງບໍ່ທັນ ມີການກໍ່ສ້າງ ແຕ່ຢ່າງໃດ ບໍຣິສັດ ພຽງແຕ່ ເອົາຣົດມາ ຂູດໜ້າທາງໄວ້:
"ດຽວນີ້ ປັດຈຸບັນນີ້ ເຂົາເຈົ້າ ກະຂູດຕົ່ວ ຂູດຕົວທາງ ທາງຢາງ ຫັ້ນອອກ ຂູດເປັນທາງ ແດງໄວ້ ລໍຖ້າ ສ້ອມແປງ ຫັ້ນນ່າ ແຕ່ດຽວນີ້ ກະຍັງບໍ່ ທັນເຮັດຫຍັງ ເທື່ອ ມີແຕ່ ຂູດໄວ້".
ຫລັງຈາກ ທີ່ ປະຊາຊົນ ໄດ້ຮ້ອງທຸກ ໄປຫາ ໜ່ວຍງານ ຂອງ ຣັຖ ແລ້ວ, ກົມຂົວທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ພ້ອມດ້ວຍ ບໍຣິສັດ ບົວໄລ ມັງກອນທອງ ກໍໄດ້ ປະຊຸມກັນ ໃນວັນທີ 18 ຫາ 21 ມົກກະຣາ ເພື່ອ ຫາທາງແກ້ໄຂ.
ທີ່ປະຊຸມ ໄດ້ມອບໃຫ້ ບໍຣິສັດ ຮັບຜິດຊອບ ສ້ອມແປງ ເສັ້ນທາງ ບໍຣິເວນ ທີ່ ມັນແຕກ ຄືນໃໝ່ ແລະ ຟື້ນຟູ ສິ່ງແວດລ້ອມ ຢູ່ໃນເຂດ ສໍາປະທານ, ແຕ່ບໍ່ໄດ້ ຣະບຸວ່າ ບໍຣິສັດ ຈະຕ້ອງ ຮັບຜິດຊອບ ສ້ອມແປງ ບ້ານເຮືອນ ຂອງ ປະຊາຊົນ ທີ່ເປ່ເພ ແຕ່ຢ່າງໃດ. ອີງຕາມ ບົດຣາຍງານ ຈາກ ກອງປະຊຸມ.
ບົດຣາຍງານ ຍັງຣະບຸ ອີກວ່າ, ພື້ນທີ່ ຢູ່ໃນເຂດ ບ້ານນໍ້າເງິນ ທີ່ໃກ້ເຂດ ສໍາປະທານ ຂຸດຄົ້ນ ບໍ່ຖ່ານຫີນ ນັ້ນ ຍັງຈະກາຍ ເປັນພື້ນທີ່ ພັຍພິບັດ ໃນ ອະນາຄົດ. ວິທຍຸ ເອເຊັຽເສຣີ ພຍາຍາມ ຕິດຕໍ່ໄປຫາ ເຈົ້າໜ້າທີ່ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງນໍ້າທາ ເພື່ອສອບຖາມ ຂໍ້ມູນ ເພີ້ມເຕີມ, ແຕ່ ບໍ່ສາມາດ ຕິດຕໍ່ໄດ້.
ບໍ່ຖ່ານຫີນ ດັ່ງກ່າວ ແມ່ນ ບໍຣິສັດ ບົວໄລ ມັງກອນທອງ ເປັນຜູ້ໄດ້ຮັບ ສໍາປະທານ ຂຸດຄົ້ນຈາກ ຣັຖບານລາວ ໃນ ວັນທີ 25 ເມສາ 2014 ໃນເນື້ອທີ່ 800 ເຮັກຕາ ອາຍຸ ການສໍາປະທານ 25 ປີ ແລະ ມູລຄ່າ ການລົງທຶນ ແມ່ນ 5 ລ້ານ ໂດລາ ສະຫະຣັດ.