ກອງປະຊຸມບັນຫາໂລກຮ້ອນ ຢູ່ ປາຣີ
2015.12.07

ກອງປະຊຸມ ສຸດຍອດ ກ່ຽວກັບ ສະພາບອາກາດ ປ່ຽນແປງ ໃນໂລກ ຂອງ ອົງການ ສະຫະ ປະຊາຊາດ ຄັ້ງ ທີ 21 ທີ່ ກຸງປາຣີ ປະເທດ ຝຣັ່ງ ເທື່ອນີ້ ຈະເປັນຈຸດປ່ຽນ ທີ່ສຳຄັນ ໃນການຕັ້ງ ມາຕຖານ ການແກ້ໄຂ ບັນຫາ ໂລກຮ້ອນ. ທ່ານ ບາລັກ ໂອບາມາ ປະທານາທິບໍດີ ສະຫະຣັດ ກ່າວ ກ່ອນ ຈະເດີນທາງ ໄປ ຮ່ວມປະຊຸມ.
ກອງປະຊຸມ ສອດຍອດ ກ່ຽວກັບ ສະພາບອາກາດ ປ່ຽນແປງ ໃນໂລກ ເປັນ ກອງປະຊຸມ ທີ່ ສຳຄັນ ເພື່ອຄວາມຢູ່ລອດ ຂອງໂລກ ແລະ ມະນຸດໃນໂລກ. ນາຍົກ ຣັຖມົນຕຣີ ຝຣັ່ງເສດ ທ່ານ FRANCOIS HOLLAND ກ່າວ.
ກອງປະຊຸມ ເທື່ອນີ້ ແຕກຕ່າງ ກັບ ກອງປະຊຸມ ຫຼາຍຄັ້ງ ທີ່ຜ່ານມາ ຍ້ອນວ່າ ມີຜູ້ນຳ ຈາກ ຫຼາຍປະເທດ ໃຫ້ ຄວາມສົນໃຈ ເຂົ້າຮ່ວມ ເປັນຕົ້ນ ປະເທດ ມະຫາອຳນາດ ທີ່ສຳຄັນ ຜູ້ທີ່ປ່ອຍ ອາຍພິດ ຂຶ້ນທ້ອງຟ້າ ຣາຍໃຫຍ່. ດັ່ງ ສະຫະຣັດ ຈີນ ແລະ ອິນເດັຽ ໃຫ້ຄວາມສົນໃຈ ກ່ຽວກັບ ສະພາບອາກາດ ປ່ຽນແປງ ຫຼາຍກວ່າຫມູ່ ຍ້ອນວ່າ ບັນຫານີ້ ໄດ້ສ້າງຄວາມ ເຊື່ອມເສັຽ ຕໍ່ໂລກ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃນ ທົ່ວໂລກ ແຕ່ລະປີ ຈາກລົມ ພະຍຸ ແຮງ ຄື້ນທະເລ ສູງ ນ້ຳຖ້ວມ ດິນເຈຶ່ອນ ແລະ ແຜ່ນດີນໄຫວ ແຮງ ແລະ ໃຫຍ່ ທີ່ບໍ່ເຄີຍມີ ມາກອ່ນ ໃນ ທົສວັດ ນີ້.
ກອງປະຊຸມ ທີ່ ກຸງ ປາຣີ ຈາກ ວັນທີ 30 ພຶສຈິກາ ຫາ ວັນທີ 11 ທັນວາ ເປັນເວລາ ສອງ ອາທິດ ມີຕົວແທນ ຈາກ 190 ປະເທດ ເຂົ້າຮ່ວມ ທີ່ ຮ່ວມດ້ວຍ ເກາະດອນ ຕ່າງໆ ໃນນັ້ນ ຮ່ວມດ້ວຍ ຜູ້ນຳ ຣະດັບສູງ ຂອງໂລກ ດັ່ງ ທ່ານ ບາລັກ ໂອບາມາ ປະທານາທິບໍດີ ສະຫະຣັດ ທ່ານ ຊີ ຊີງປີງ ປະທານ ປະເທດຈີນ ທ່ານ ລັດດາເມັຽ ພູຕິນ ຜູ້ນຳ ຣັດເຊັຽ ຜູ້ນຳ ອັງກິດ ເຍັຽຣະມັນ ແລະ ຝຣັ່ງເສດ ທ່ານ Francois Holland ເປັນ ເຈົ້າພາບ.
ໃນ ຈຸດປະສົງ ເພື່ອສ້າງຕັ້ງ ມາຕຖານ ຈຳກັດ ການປ່ອຍອາຍເສັຽ ຂຶ້ນ ທ້ອງຟ້າ ທີ່ ສາມາດ ບັງຄັບ ໃຊ້ໄດ້ ເປັນ ເທື່ອທຳອິດ ເພື່ອ ຫລຸດຜ່ອນ ອຸນນະພູມ ຂອງໂລກ ບໍ່ໃຫ້ກາຍ 2 ອົງສາ ແຊວສຽດ. ເຊີນທ່ານຟັງ ບົດຄວາມ ຕໍ່ໄປໄດ້.