ຄົນງານຈີນຂ້າປາຊາວບ້ານ
ປາຕາຍ ຢູ່ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ຍ້ອນ ຄົນງານ ໃນສວນກ້ວຍ ຂອງຈີນ ຖິ້ມ ສານເຄມີ ລົງໃສ່ໜອງ ລ້ຽງປາ ຂອງ ຊາວບ້ານ ເຈົ້າຫນ້າທີ່ ຊອກຫາ ຄົນຮ້າຍ ຢູ່.
-
ຈໍາປາທອງ
2016-04-04 -
-
-
Your browser doesn’t support HTML5 audio
ປາລ້ຽງ ຢູ່ໃນໜອງ ຂອງ ປະຊາຊົນ ຢູ່ບ້ານ ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕາຍ ຈໍານວນ 900 ກິໂລ ເມື່ຶອ ທ້າຍ ເດືອນ ມິນາ ນັ້ນແມ່ນຍ້ອນ ຄົນງານ ຢູ່ສວນ ປູກກ້ວຍ ຂອງຈີນ ຊຶ່ງ ຢູ່ຕິດກັບ ໜອງນັ້ນ ເອົາ ສານເຄມີ ຖິ້ມລົງ ໜອງ ເພື່ອຫວັງ ໃຫ້ ປາຕາຍ ແລ້ວ ເອົາມາກິນ ຈົນເຮັດໃຫ້ ເຈົ້າຂອງສວນ ຕ້ອງໄດ້ໃຊ້ ຄ່າຊົດເຊີຍ ສໍາລັບ ປາ ທີ່ຕາຍ ກວ່າ 6 ໝື່ນບາດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເມືອງ ຕົ້ນເຜີ້ງ ຕໍ່ RFA ໃນ ວັນທີ 1 ເມສາ 2016:
"ຜູ້ທີ່ເຮັດຫັ້ນ, ເຂົາເອົາຢາ ໄປຖອກໃສ່ໜອງ ກະມາ ມອບໃຫ້ ທາງ ບໍຣິສັດ ຈີນ ຫັ້ນເປັນ ຜູ້ທົດແທນ ບໍຣິສັດ ປູກກ້ວຍ ຫັ້ນ ບໍ່ຣະມັດ ຣະວັງ ອັນນັ້ນນະ ປ່ອຍໃຫ້ ປະຊາຊົນ ຜູ້ທີ່ເຝົ້າ ກ້ວຍຫັ້ນ ເອົາຢາ ຫັ້ນໄປເທໃສ່ ໜອງ ເພື່ອຫວັງ ກິນປາ ຫັ້ນແຫຼະ".
ທ່ານກ່າວ ຕື່ມວ່າ ພວກທີ່ ກະທໍາຜິດ ແລ້ວ ໜີໄປນັ້ນ ດຽວນີ້ ກໍຍັງ ບໍ່ຮູ້ວ່າ ມີຈັກຄົນ ຊຶ່ງ ເຈົ້າໜ້າທີ່ ກໍກໍາລັງ ຕິດຕາມຕົວ ຢູ່. ຫລັງຈາກ ປາຕາຍ ແລ້ວ ເຈົ້າຂອງປາ ກໍເອົາປາ ໄປຝັງຖິ້ມ, ບໍ່ມີໃຜ ກ້າກິນ ຢ້ານວ່າ ຈະ ບໍ່ປອດພັຍ ແລະ ທັງໄດ້ ສູບນໍ້າ ອອກຈາກ ໜອງ, ທໍາການ ອະນາມັຍ, ຈາກນັ້ນ ກໍຈະຫາຊື້ ລູກປາ ມາລ້ຽງ ໃສ່ ຄຶເກົ່າ.
ເຫດການ ທີ່ວ່ານີ້ ເປັນບັນຫາ ນຶ່ງ ທີ່ປະຊາຊົນ ໄດ້ຮັບ ຜົລກະທົບ ຈາກ ສວນກ້ວຍຈີນ. ເມື່ອບໍ່ດົນ ມານີ້ ເຈົ້າແຂວງ ບໍ່ແກ້ວ ໄດ້ອອກ ຄໍາສັ່ງ ອີກເທື່ອໃໝ່ ບໍ່ໃຫ້ ບໍຣິສັດຈີນ ຂຍາຍເນື້ອທີ່ ປູກກ້ວຍ ພາຍ ໃນແຂວງນີ້ ຕໍ່ໄປອີກ ຍ້ອນ ທີ່ຜ່ານມາ ຄົນງານ ໃນສວນກ້ວຍ ແຕ່ລະແຫ່ງ ໄດ້ລັກໃຊ້ ປຸຍເຄມີ ແລະ ຢາຂ້າແມງໄມ້ ຊນິດທີ່ ທາງການ ບໍ່ ອະນຸຍາດ ຈົນເຮັດໃຫ້ ສິ່ງແວດລ້ອມ ແລະຊາວບ້ານ ໄດ້ຮັບ ຜົລກະທົບ; ໃຫ້ເຮັດແຕ່ ຢູ່ໃນເນື້ອທີ່ ທີ່ໄດ້ ອະນຸມັດ ໄປແລ້ວ 10,000 ປາຍເຮັກຕາ ເທົ່ານັ້ນ.