ໂຮງງານ ຢາສູບ ຂອງຈີນ ປ່ອຍນໍ້າເສັຽ ລົງໃສ່ ນໍ້າຫ້ວຍຕະລາ ເຮັດໃຫ້ນໍ້າ ມີກິ່ນ ຂິວ-ເໝັນ ຈົນຊາວບ້ານ ນາເຕີຍ, ບ້ານບໍ່ປຽດ, ບ້ານຕີນຕົກ ແລະ ບ້ານຕີນສານ ເມືອງ ແລະ ແຂວງ ຫຼວງນໍ້າທາ ບໍ່ສາມາດ ນໍາເອົາ ນໍ້າມາກິນ ມາໃຊ້ໄດ້ ໃນຂນະທີ່ ໜ່ວຍງານ ສິ່ງແວດລ້ອມ ຂອງແຂວງ ກໍາລັງ ກວດສອບ ບັນຫາ ດັ່ງກ່າວ.
ປັດຈຸບັນ ຊາວບ້ານ ບໍ່ກ້າທີ່ຈະ ລົງອາບນໍ້າ ແລະ ລົງເອົານໍ້າ ມາໃຊ້ ເພາະຢ້ານວ່າ ຈະເປັນ ຕຸ່ມ. ດັ່ງຊາວບ້ານ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ນໍ້າຫັ້ນນ່າ ອາບບໍ່ໄດ້ ດຽວນີ້ ນໍ້າມັນຂິວ ມັນອາບບໍ່ໄດ້ ເພາະວ່າ ຖ້າວ່າ ໃຜໄດ້ອາບໜິ ເປັນຕຸ່ມ ດຽວນີ້ ບໍ່ມີໃຜ ອາບ ອາບນໍ້າ ຫັ້ນນ່າ".
ນອກຈາກນີ້ ຊາວບ້ານ ຍັງກ່າວ ອີກວ່າ ນໍ້າດັ່ງກ່າວ ແມ່ນຍັງໃຊ້ ຜະລິດນໍ້າ ປະປາ ເພື່ອຮັບໃຊ້ ປະຊາຊົນ ໃນ 4 ບ້ານ ແລະ ນໍ້າເລີ້ມ ມີກິ່ນຂິວ ນັບແຕ່ ເດືອນ ພືສຈິກາ ຜ່ານມາ.
ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິີ່ງແວລລ້ອມ ແຂວງ ໄດ້ເອົາ ຕົວຢ່າງ ນໍ້າ ໄປກວດ ແລະ ກໍາລັງລໍຖ້າ ຄໍາສັ່ງຈາກ ຂັ້ນເທິງ ຢູ່ວ່າຈະ ດໍາເນີນການ ກັນແນວໃດ. ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:
"ຍັງຍັງ ລໍຖ້າ ຂັ້ນເທິງ ຢູ່ ກໍາລັງປຶກສາ ຫາລື ຢູ່ວ່າຊິເຮັດ ແນວໃດ".
ທີ່ ຜ່ານມາ ໜ່ວຍວິຈັຍນໍ້າ ຂອງ ຣັດວິສາຫະກິດ ນໍ້າປະປາ ໄດ້ ລົງກວດກາ ວິຈັຍ ຄຸນນະພາບ ນໍ້າ ດ່ັງກ່າວ ແລະ ຜ່ານ ການວິຈັຍ ແລ້ວເຫັນວ່າ ແມ່ນໍ້າ ດັ່ງກ່າວ ມີ ສານຜິດ ປົນເປື້ອນ ຈາກ ໂຮງງານ ຢາສູບຫຼາຍ, ແຕ່ ເຈົ້າໜ້າທີ່ ບໍ່ໄດ້ ສລຸບວ່າ ມີສານ ປະເພດ ໃດ.
ໂຮງງານ ຢາສູບ ດັ່ງກ່າວ ຖືກສ້າງມາ ໄດ້ ປະມານ 7 ປີ ທີ່ຕັ້ງ ຢູ່ເຂດ ບ້ານ ຕີນສານ ຢູ່ໃກ້ກັບ ແຄມນໍ້າ ຫ້ວຍຕະລາ ຊຶ່ງເປັນ ແຫລ່ງນໍ້າ ທີ່ ປະຊາຊົນ ໃນເຂດ ດັ່ງກ່າວ ໃຊ້ກິນ ໃຊ້ອາບ ອຸບປະໃນຊີວິດປະຈຳວັນ.