ຣະເບີດແກ້ງຫີນຈະປ່ຽນ ຊີວິດ ຊາວບ້ານ
2019.01.09
ການຣະເບີດແກ້ງຫີນໃນແມ່ນໍ້າຂອງ ຂອງຈີນ ເພື່ອໃຫ້ເຮືອຂົນສົ່ງສິນຄ້າຂນາດ 500 ຕັນ ແລ່ນຜ່ານໄດ້ ຈະທຳລາຍສິ່ງແວດລ້ອມ ແລະ ສົ່ງຜົນກະທົບ ຕໍ່ຊາວປະມົງໃນຂົງເຂດ. ນັ້ນແມ່ນຄຳຄິດຄຳເຫັນຂອງເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວທ່ານນຶ່ງ. ເຈົ້າໜ້າທີ່ທ່ານນີ້ ໃຫ້ຣາຍລະອຽດ ກ່ຽວກັບເຣື້ອງນີ້ ຕໍ່ວິທຍຸເອເຊັຍເສຣີຕື່ມອີກ ໃນວັນທີ່ 7 ມົກກະຣາ ວ່າ:
“ໂອ່..ກະທົບຫຼາຍ ນໍ້າຂອງຈະໄວແດ່ ແຫ້ງໄວແດ່ ມັນກໍ່ມີຜົນກະທົບ ປະຊາຊົນມັນກໍບໍ່ພ້ອມຫັ້ນແຫຼະ ເພາະວ່າມັນອາຊີບປະມົງເປັນຫຼັກ ຕັ້ງແຕ່ເໜືອຮອດໃຕ້ ນີ້ກະຫຼາຍຮ້ອຍ ເພາະວ່ານໍ້າມັນຈະໄຫຼໄວແຫ້ງໄວ ມັນບໍ່ເປັນທຳມະຊາດແລ້ວເດ່ ມັນຈະທຳລາຍ ໝົດເດ້ ເພາະແກ້ງ ມັນຕື້ນ ບ່ອນໃດຕື້ນໆ ລາວກໍຈະຂຍາຍມາພີ້ ດຽວນີ້ມີທາງຣົດ ສະດວກສະບາຍແລ້ວ ໄປປັບມັນເຮັດຫຍັງ.”
ທ່່ານກ່າວຕື່ມວ່າ ການຣະເບີດແກ້ງຫີນ ຈະເຮັດໃຫ້ອາຊີບຫາປາ ໃນເຂດ ບ້ານສີເມືອງງາມ, ບ້ານສີບຸນເຮືອງ, ບ້ານປາກງາວ ແລະ ອີກຫຼາຍບ້ານ ຢູ່ແຄມນໍ້າຂອງ ເຂດເມືອງຕົ້ນເຜິ້ງ ຫາປາຍາກຂຶ້ນ ຍ້ອນແກ້ງຫີນ ເປັນບ່ອນ ອາສັຍຂອງປາ ແລະຍັງເປັນ ໂຕກັ້ນນໍ້າ ບໍ່ໃຫ້ນໍ້າໄຫຼແຮງ ໃຫ້ເຮືອຫາປາຊາວບ້ານ ຊຶ່ງສ່ວນຫຼາຍ ເປັນເຮືອຂນາດນ້ອຍ ແລ່ນໄປມາໄດ້.
ກ່ຽວກັບເຣື້ອງນີ້ ທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຣາຍ ປະເທດໄທ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ທັງຣັຖບານ ລາວແລະໄທ ທົບທວນຄືນອີກ ຍ້ອນຜົນກະທົບມັນຫຼາຍ:
“ເກາະແກ່ງພວກນີ້ ກໍ່ແມ່ນເຂື່ອນທີ່ສ້າງໂດຍທຳມະຊາດ ທີ່ບໍ່ໃຫ້ກະແສນໍ້າໄຫຼຮຸນແຮງ ຊຶ່ງເຮັດໃຫ້ຕາຝັ່ງເຈື່ອນ ພື້ນທີ່ກະການກະເສດມັນພັງ ສະນັ້ນການຣະເບີດແກ້ງ ກໍ່ແມ່ນຣະເບີດເຂື່ອນ ຈາກ ທຳມະຊາດອອກໄປ ຢ່າຄິດວ່າມັນ ບໍ່ສຳຄັນ ໃນການທີ່ ຈະເອົາຫີນເອົາຜາອອກໄປ ຫີນແຕ່ລະກ້ອນ ນັກວິຊາການວິສະວະກອນ ອາຈເວົ້າວ່າ ແມ່ນຫີນ ບໍ່ມີປະໂຫຍດ ເລື່ອງນີ້ມັນມີ ຜົນກະທົບໄປທຸກດ້ານ.”
ເມື່ອວັນທີ 4 ແລະ 5 ມົກກະຣາ ຜ່ານມາ ບໍຣິສັດຈີນ ຜູ້ຮັບເໝົາຣະເບີດແກ້ງ ເປີດເວທີ ຮັບຟັງຄຳເຫັນ ຂອງຊາວບ້ານ ແລະ ໃນເວທີ່ ດັ່ງກ່າວ ປະຊາຊົນໄທ ກໍຍັງຄັດຄ້ານໂຄງການນີ້ ຍ້ອນສົ່ງຜົນກະທົບຫຼາຍ ຕໍ່ການເປັນຢູ່ຂອງເຂົາເຈົ້າ.
ຂນະດຽວກັນ ບາງບໍຣິສັດນັ້ນ ກໍຍັງຢັ້ງຢືນວ່າ ໂຄງການນີ້ ຈະໃຫ້ຜົນດີ ຕໍ່ຊາວບ້ານຫຼາຍກ່ອນຜົນເສັຍ ເນື່ອງຈາກ ເມື່ອມີເຮືອສິນຄ້າ ແລ່ນໄດ້ ກໍຈະມີວຽກເຮັດຫຼາຍຂຶ້ນ ສຳຫຼັບກັມມະກອນ ທ້ອງຖິ່ນ.
ໂຄງການຣະເບີດແກ້ງຫີນ ໃນແມ່ນໍ້າຂອງ ປັດຈຸບັນ ຢູ່ໃນຣະຍະທີ່ສາມ ຊຶ່ງຈະຣະເບີດແກ້ງຫີນ ໃນໄລຍະທາງ 98 ກິໂລແມັດ ຈາກເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະເມືອງຊຽງແສນ ແຂວງຊຽງຣາຍ ຂອງໄທ ໄປຮອດ ແຂວງຫຼວງພຣະບາງ.